ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະບັນດາປະເທດພັນທະມິດ ເຕືອນພວກຫົວຮຸນແຮງຮູຕີ ກ່ຽວກັບ 'ຜົນທີ່ຈະຕິດຕາມມາ' ຖ້າຍັງສືບຕໍ່ ໂຈມຂະບວນເຮືອ ໃນທະເລແດງ


ແຟ້ມຮູບ-ພວກຕໍ່ສູ້ຮູຕີ ເປີດປະຕູຂົວສໍາລັບຄວບຄຸມການສັນຈອນຂອງກໍາປັ່ນໃນທະເລແດງ, ໃນຮູບພາບທີ່ໄດ້ເຜີຍແຜ່ອອກມາວັນທີ 20 ພະຈິກ 2023. (Houthi Military Media/Handout via Reuters)
ແຟ້ມຮູບ-ພວກຕໍ່ສູ້ຮູຕີ ເປີດປະຕູຂົວສໍາລັບຄວບຄຸມການສັນຈອນຂອງກໍາປັ່ນໃນທະເລແດງ, ໃນຮູບພາບທີ່ໄດ້ເຜີຍແຜ່ອອກມາວັນທີ 20 ພະຈິກ 2023. (Houthi Military Media/Handout via Reuters)

ສະຫະລັດ ແລະ ບັນດາ 11 ປະເທດພັນທະມິດ, ໃນວັນພຸດວານນີ້ ໄດ້ຮ່ວມກັນເຕືອນ ພວກຫົວຮຸນແຮງຮູຕີໃນເຢເມນ ກ່ຽວກັບຜົນທີ່​ຈະ​ຕິດ​ຕາມ​ມາ ເຊິ່ງບໍ່ໄດ້ລະບຸໄວ້, ເວັ້ນແຕ່ວ່າ ພວກເຂົາຈະຍຸຕິການໂຈມຕີຕໍ່ກຳປັ່ນບັນທຸກສິນຄ້າ ທີ່ແລ່ນຜ່ານຂົງເຂດທະເລແດງ.

"ຂໍໃຫ້ຂໍ້ຄວາມຂອງພວກເຮົາໃນປັດຈຸບັນນີ້ ເປັນອັນແຈ່ມແຈ້ງ, ພວກເຮົາຂໍຮຽກ ຮ້ອງໃຫ້ຍຸຕິການໂຈມຕີທີ່ຜິດກົດຫມາຍເຫຼົ່ານີ້ໃນທັນທີ ພ້ອມທັງປ່ອຍຂະບວນເຮືອ ແລະບັນດາລູກເຮືອ ທີ່ຖືກກັກຂັງຢ່າງຜິດກົດຫມາຍນັ້ນ", ອີງຕາມການກ່າວໃນຖະແຫຼງການຂອງປະເທດຕ່າງໆ ທີ່ນໍາອອກເຜີຍແຜ່ໂດຍທໍານຽບຂາວ.

ທັງ 12 ປະເທດກ່າວວ່າ "ພວກຫົວຮຸນແຮງຮູຕີ ຈະຮັບຜິດຊອບຕໍ່ຜົນທີ່ເກີດຂຶ້ນຖ້າພວກເຂົາຍັງສືບຕໍ່ຂົ່ມຂູ່ຕໍ່ຊີວິດ, ຕໍ່ລະບົບເສດຖະກິດຂອງໂລກ ແລະການ​ລັ່ງ​ໄຫຼ​ໄປ​ມາ​ຂອງການຄ້າເສລີ ໃນຂົນສົ່ງທາງນໍ້າ ທີ່ສໍາຄັນຂອງພາກພື້ນນີ້.

ຜູ້ລົງນາມໃນຖະແຫຼງການດັ່ງກ່າວລວມມີ ອັງກິດ, ເຊິ່ງໃນວັນຈັນແລ້ວນີ້ ໄດ້ອອກຄໍາເຕືອນຂອງຕົນ ຕໍ່ພວກຫົວຮຸນແຮງຮູຕີ ກ່ຽວກັບ "ການດໍາເນີນການໂດຍກົງ," ເຊັ່ນດຽວກັບ ອອສເຕຣເລຍ, ການາດາ, ເຢຍຣະມັນ ແລະຍີ່ປຸ່ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG