ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຫາລືກ່ຽວກັບເຮືອບິນກອງທັບຂອງຣັດເຊຍ ຕົກໃກ້ກັບຊາຍແດນຢູເຄຣນ


ເຈົ້າໜ້າທີ່ຕໍາຫຼສດຈະລາຈອນ ຢືນຍາມຖະໜົນໃກ້ກັບສະຖານທີ່ເຮືອບິນໂດຍສານຂອງຣັດເຊຍ Ilyushin Il-76 ຕົກ ຢູ່ບໍລິເວນນອກໝູ່ບ້ານຢາໂບລໂນໂວ (Yablonovo) ໃນພາກພື້ນເບລໂກຣອດ, ຣັດເຊຍ, ວັນທີ 24 ມັງກອນ 2024.
ເຈົ້າໜ້າທີ່ຕໍາຫຼສດຈະລາຈອນ ຢືນຍາມຖະໜົນໃກ້ກັບສະຖານທີ່ເຮືອບິນໂດຍສານຂອງຣັດເຊຍ Ilyushin Il-76 ຕົກ ຢູ່ບໍລິເວນນອກໝູ່ບ້ານຢາໂບລໂນໂວ (Yablonovo) ໃນພາກພື້ນເບລໂກຣອດ, ຣັດເຊຍ, ວັນທີ 24 ມັງກອນ 2024.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ ຈັດ​ກອງ​ປະຊຸມ​ສຸກ​ເສີນ​ໃນ​ວັນ​ພະຫັດ​ມື້​ນີ້ ລຸນຫລັງເຮືອບິນ​ຂົນ​ສົ່ງ​ທະຫານຣັດ​ເຊຍ​ລຳ​ນຶ່ງ​ຕົກ​ໃກ້ກັບ​ຊາຍ​ແດນ ຣັດ​ເຊຍ-ຢູ​ເຄຣນ. ທັງ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​ແລະ​ຢູ​ເຄຣນ ກໍາລັງດໍາເນີນການຮຽກຮ້ອງ​ໃຫ້​ມີ​ການ​ສືບສວນກ່ຽວກັບກໍລະນີດັ່ງກ່າວ.

ທາງຝ່າຍຣັດ​ເຊຍ ​ໄດ້​ກ່າວ​ຫາ​ຢູ​ເຄຣນວ່າ ຍິງ​ເຮືອບິນ​ຕົກ ​ຢູ່​ບໍລິເວນພາກພື້ນ ເບລໂກຣອດ (Belgorod) ໃນວັນພຸດວານນີ້, ເຊິ່ງຣັດ​ເຊຍ​ກ່າວ​ວ່າ ເຮືອບິນ​ລຳດັ່ງກ່າວ​ນີ້​ບັນທຸກຜູ້ໂດຍສານ 74 ຄົນ, ​ລວມທັງຊະເລີຍເສິກຊາວຢູເຄຣນ 65 ຄົນ ທີ່ຈະ​ເຂົ້າ​ຮ່ວມໃນ​ການ​ແລກປ່ຽນຊະ​ເລີຍ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຣັດ​ເຊຍ ທ່ານເຊີເກ ລາວຣອບ, ເຊິ່ງຢູ່ໃນລັດນິວຢອກ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມສະ​ຫະ​ປະ​ຊາ​ຊາດໃນອາທິດນີ້, ​ກ່າວ​ຫາ​ຢູ​ເຄຣນ​ວ່າ ດຳ​ເນີນ “ການ​ໂຈມ​ຕີ​ກໍ່​ການ​ຮ້າຍ.”

ຢູ່ໂບດ ພາກັນຈັດພິທີໃຫ້ບັນດາຜູ້ເສຍຊີວິດ ໃນເຫດການເຮືອບິນໂດຍສານກອງທັບ Il-76 ຂອງຣັ້ດເຊຍ ຕົກໃນພາກພື້ນ ເບລໂກຣອດ, ໃນໝູ່ບ້ານ ຢາໂບລໂນໂວ ໃກ້ກັບບໍລິເວນເກີດເຫດ, ວັນທີ 24​ມັງກອນ 2024.
ຢູ່ໂບດ ພາກັນຈັດພິທີໃຫ້ບັນດາຜູ້ເສຍຊີວິດ ໃນເຫດການເຮືອບິນໂດຍສານກອງທັບ Il-76 ຂອງຣັ້ດເຊຍ ຕົກໃນພາກພື້ນ ເບລໂກຣອດ, ໃນໝູ່ບ້ານ ຢາໂບລໂນໂວ ໃກ້ກັບບໍລິເວນເກີດເຫດ, ວັນທີ 24​ມັງກອນ 2024.

ທ່ານ ລາວຣອບ ກ່າວຕໍ່ບັນດານັກຂ່າວວ່າ "ຊະ​ເລີຍຊາວຢູເຄຣນຖືກພາໂຕໄປຍັງພາກພື້ນເບລໂກຣອດ ເພື່ອດໍາເນີນການແລກປ່ຽນອີກຄັ້ງນຶ່ງທີ່ໄດ້ຕົກລົງກັນລະຫວ່າງ ມົສກູ ແລະ ກີຢິບ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ, ຝ່າຍ​ຢູ​ເຄຣນ ​ຊໍ້າພັດ​ຍິງ​ລູກ​ສອນ​ໄຟ​ປ້ອງ​ກັນ​ທາງ​ອາ​ກາດ​ຈາກ​ພາກ​ພື້ນຄາກີບ, ໂດຍ​ແນເປົ້າໝາຍ​ໃສ່​ເຮືອ​ບິນ ​ແລະ​ເປັນ​ການ​ໂຈມ​ຕີ​ຢ່າງ​ຮ້າຍ​ແຮງຫຼາຍ."

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ກຳລັງ​ຮຽກຮ້ອງ ​ໃຫ້​ດໍາເນີນການ​ສືບສວນລະດັບ​ສາກົນ.

ທ່ານ ເຊເລັນສກີ ກ່າວລະຫວ່າງຄໍາປາໄສໃນຕອນກາງຄືນວັນພຸດວ່າ "ຄວາມຈິງທັງໝົດ ຕ້ອງມີຫຼັກຖານມາຢັ້ງຢືນ ແລະຫຼາຍເທົ່າທີ່ເປັນໄປໄດ້ ເນື່ອງຈາກວ່າເຮືອບິນຕົກ ຢູ່ໃນດິນແດນຂອງຣັດເຊຍນັ້ນ ແມ່ນຢູ່ເໜືອການຄວບຄຸມຂອງພວກເຮົາ."

ຮູບພາບດັ່ງກ່າວນີ້ ຖືກຖ່າຍໄດ້ໃນວັນທີ 23 ມັງກອນ 2024, ສະແດງໃຫ້ເຫັນລູກສອນໄຟທີ່ຍິງຈາກພາກພື້ນ ເບລໂກຣອດຂອງຣັດເຊຍ ບິນໄປສູ່ຂົງເຂດຄາກິບ, ທາງພາກຕາເວັນອອກຂອງຢູເຄຣນ, ທ່າມກາງການຮຸກຮານຢູເຄຣນຂອງຣັດເຊຍ.
ຮູບພາບດັ່ງກ່າວນີ້ ຖືກຖ່າຍໄດ້ໃນວັນທີ 23 ມັງກອນ 2024, ສະແດງໃຫ້ເຫັນລູກສອນໄຟທີ່ຍິງຈາກພາກພື້ນ ເບລໂກຣອດຂອງຣັດເຊຍ ບິນໄປສູ່ຂົງເຂດຄາກິບ, ທາງພາກຕາເວັນອອກຂອງຢູເຄຣນ, ທ່າມກາງການຮຸກຮານຢູເຄຣນຂອງຣັດເຊຍ.

ທ່ານເຊເລັນສກີ ກ່າວວ່າ ຣັດເຊຍ "ຫຼີ້ນກັບຊີວິດຂອງຊະເລີຍເສິກຊາວຢູເຄຣນ, ຫຼິ້ນກັບຄວາມຮູ້ສຶກຂອງຍາດພີ່ນ້ອງພວກເຂົາເຈົ້າ, ແລະຫຼິ້ນກັບອາລົມຂອງປະ ຊາຊົນຢູ່ໃນສັງຄົມພວກເຮົາ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG