ສະພາຄວາມໝັ້ນຄົງສະຫະປະຊາຊາດ ແມ່ນມີກຳນົດທີ່ຈະປະຊຸມກັນໃນວັນອັງຄານມື້ນີ້ ເພື່ອປຶກສາຫາລື ກ່ຽວກັບ ສະຖານະການໃນເມືອງ ຣາຟາ ລຸນຫຼັງການໂຈມຕີທາງອາກາດຂອງ ອິສຣາແອລ ທີ່ໄດ້ເຮັດໃຫ້ ຊາວປາແລັສໄຕນ໌ ທີ່ລີ້ໄພຢູ່ໃນສູນອົບພະຍົບ 45 ຄົນເສຍຊີວິດ ແລະ ບາດເຈັບອີກ 200 ຄົນ.
ຫົວໜ້າດ້ານມະນຸດສະທຳຂອງສະຫະປະຊາຊາດ ທ່ານ ມາຕິນ ກຣິຟຟິດສ໌ ໄດ້ເອີ້ນການໂຈມຕີນັ້ນວ່າ “ຮັບບໍ່ໄດ້ຢ່າງສິ້ນເຊີງ” ແລະ ໄດ້ຕຳໜິວິຈານຄຳອະທິບາຍຂອງນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ທີ່ວ່າສິ່ງທີ່ໄດ້ເກີດຂຶ້ນໃນເມືອງ ຣາຟາ ວ່າ ແມ່ນ “ຄວາມຜິດພາດທີ່ໜ້າເສົ້າສະຫຼົດໃຈ.”
ທ່ານ ກຣິຟຟິດສ໌ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ ເມື່ອແລງວັນຈັນວານນີ້ວ່າ “ບໍ່ວ່າການໂຈມຕີດັ່ງກ່າວ ຈະເປັນອາຊະຍາກຳສົງຄາມ ຫຼື “ຄວາມຜິດພາດທີ່ໜ້າເສົ້າສະຫຼົດໃຈ,” ສຳລັບປະຊາຊົນຂອງ ກາຊາ, ມັນບໍ່ມີສິ່ງທີ່ຈະມາໂຕ້ຖຽງກັນ. ສິ່ງທີ່ໄດ້ເກີດຂຶ້ນໃນຄືນທີ່ຜ່ານມາ ແມ່ນຄວາມຄຽດຊັງຄັ້ງຫຼ້າສຸດ ແລະ ມີຄວາມເປັນໄປໄດ້ວ່າ ໂຫດຮ້າຍທີ່ສຸດ. ການທີ່ຈະເອີ້ນມັນວ່າ “ເປັນຄວາມຜິດພາດ” ແມ່ນຂໍ້ຄວາມທີ່ບໍ່ມີຄວາມໝາຍຫຍັງສຳລັບຜູ້ທີ່ເສຍຊີວິດ, ຜູ້ທີ່ໂສກເສົ້າເສຍໃຈ, ແລະ ຜູ້ທີ່ພະຍາຍາມຈະຊ່ວຍຊີວິດທັງຫຼາຍເຫຼົ່ານັ້ນ.”
ອິສຣາແອລ ໄດ້ກ່າວວ່າເຂົາເຈົ້າໄດ້ສັງຫານຜູ້ອາວຸໂສຂອງກຸ່ມຫົວຮຸນແຮງ ຮາມາສ ສອງຄົນ ໃນການໂຈມຕີນັ້ນ.
ທ່ານ ເນຕັນຢາຮູ ໄດ້ກ່າວຕໍ່ສະພາແຫ່ງຊາດ ອິສຣາແອລ ວ່າ “ເຖິງແມ່ນວ່າພວກເຮົາໄດ້ທຳຄວາມພະຍາຍາມທີ່ດີທີ່ສຸດ, ເພື່ອບໍ່ສ້າງອັນຕະລາຍຕໍ່ຜູ້ທີ່ບໍ່ມີສ່ວນຮ່ວມນັ້ນ ກໍຕາມ, ບໍ່ເປັນຈັ່ງໂຊກ ຄວາມຜິດພາດທີ່ໜ້າເສົ້າສະຫຼົດໃຈ ແມ່ນໄດ້ເກີດຂຶ້ນໃນຄືນທີ່ຜ່ານມາ. ພວກເຮົາກຳລັງສືບສວນສອບສວນກໍລະນີດັ່ງກ່າວ.”
ທ່ານ ເນຕັນຢາຮູ ໄດ້ກ່າວຢ່າງຊ້ຳແລ້ວຊ້ຳອີກວ່າ ອິສຣາແອລ ຕ້ອງການທີ່ຈະດຳເນີນການໂຈມຕີໃນເມືອງ ຣາຟາ ເພື່ອທີ່ຈະບັນລຸເປົ້າໝາຍຂອງເຂົາເຈົ້າ ໃນການຮັບປະກັນວ່າ ກຸ່ມຮາມາສ ຈະບໍ່ສາມາດປະຕິບັດການໃນເຂດກາຊາ ແລະ ຂົ່ມຂູ່ ອິສຣາແອລ ໃນອະນາຄົດ.
ຟໍຣັມສະແດງຄວາມຄິດເຫັນ