ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາ ມີກຳນົດ ຈະຈັດການປຶກສາຫາລືຂັ້ນ
ສຸກເສີນ ໃນວັນຈັນມື້ນີ້ ກ່ຽວກັບ ການຍິງລູກສອນໄຟຂີປະນາວຸດ ຄັ້ງຫຼ້າສຸດ ຂອງ
ເກົາຫຼີເໜືອ.
ສະຫະລັດ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໄດ້ຮຽກຮ້ອງໃຫ້ຈັດວາລະກອງປະຊຸມ ຊຶ່ງກຳນົດ
ໃຫ້ມີຂຶ້ນ ໃນຕອນທ່ຽງ ມື້ນີ້.
ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂຶ້ນ ໃນຕອນເຊົ້າວັນອາທິດວານນີ້ ແລະ ບັນດາ
ເຈົ້າໜ້າທີ່ ທະຫານ ຂອງເກົາຫຼີໃຕ້ ໄດ້ກ່າວວ່າ ມັນໄດ້ໄປໄກປະມານ 500 ກິໂລແມັດ
ກ່ອນທີ່ມັນຈະຕົກລົງ ສູ່ທະເລຍີ່ປຸ່ນ.
ຢູ່ໃນເກົາຫຼີເໜືອ ອົງການຂ່າວ KCNA ຂອງທາງການ ໄດ້ສະເຫຼີມສະຫຼອງ ການທົດ
ລອງ ອັນທີ່ຕົນ ເອີ້ນວ່າ “ລະບົບອາວຸດຍຸດທະສາດ ປະເພດໃໝ່ ແບບຂອງເກົາຫຼີ”
ແລະ ໄດ້ໂອ້ອວດວ່າ ມັນຢູ່ພາຍໃຕ້ການຊີ້ນຳຂອງຜູ້ນຳ Kim Jong Un.
ນາຍົກລັດຖະທມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໄດ້ເອີ້ນການກະທຳທັງຫຼາຍຂອງ
ເກົາຫຼີເໜືອ ວ່າ “ໂຍະຍານໃຫ້ບໍ່ໄດ້ເດັດຂາດ.”
ຄຳເຫັນຂອງທ່ານອາເບະ ນັ້ນ ໄດ້ມີຂຶ້ນ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໂດຍມີ
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຢືນຢູ່ຄຽງຂ້າງ ໃນລະຫວ່າງການມາ
ຢ້ຽມຢາມ ລັດຟລໍຣີດາ ຂອງ ທ່ານອາເບະ ນັ້ນ.
ຜູ້ນຳຂອງຍີ່ປຸ່ນ ໄດ້ກ່າວວ່າ “ເກົາຫຼີເໜືອ ຕ້ອງປະຕິບັດຢ່າງເຕັມສ່ວນ ຕໍ່ມັດຕິ
ທັງຫຼາຍ ຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ກ່ຽວຂ້ອງ.
ໃນລະຫວ່າງ ກອງປະຊຸມສຸດຍອດ ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມ ກັບປະທານາ
ທິບໍດີ ທຣຳ ທ່ານ ໄດ້ຮັບປະກັນກັບ ຂ້າພະເຈົ້າ ວ່າ ສະຫະລັດ ຈະຢູ່ຄຽງຂ້າງ
ຍີ່ປຸ່ນ 100 ເປີເຊັນ ຕະຫຼອດໄປ ແລະ ເພື່ອສະແດງໃຫ້ເຫັນເຖິງ ຄວາມມຸ້ງໝັ້ນ
ພ້ອມທັງ ຄວາມໝັ້ນໝາຍ ຂອງທ່ານນັ້ນ ທ່ານທຣຳ ແມ່ນຢູ່ນະທີ່ນີ້ ກັບຂ້າພະເຈົ້າ
ຢູ່ທີ່ກອງປະຊຸມຖະແຫລງຮ່ວມ ຂອງທ່ານ.”
ສ່ວນທ່ານທຣຳ ໄດ້ກ່າວໃຫ້ຄຳເຫັນແບບສັ້ນໆ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ວ່າ
“ຂ້າພະເຈົ້າ ພຽງຢາກໃຫ້ທຸກໆຄົນເຂົ້າໃຈ ແລະ ຮັບຮູ້ຢ່າງຄົບຖ້ວນ ວ່າ ສະຫະລັດ
ຈະສະໜັບສະໜູນ ຍີ່ປຸ່ນ ທີ່ເປັນພັນທະມິດທີ່ດີເລີດຂອງຕົນ 100 ເປີເຊັນ.”