ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໖ ກຸມພາ ໒໐໒໕

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຈະປຶກສາຫາລື ເລື້ອງການສັງຫານພົນລະເຮືອນ ໃນຢູເຄຣນ


ນາງ ອີຣາ ກາວຣີລຸກ ອຸ້ມແມວຂອງນາງຂະນະທີ່ຍ່າງກາຍສົບຂອງສາມີ ອ້າຍ ແລະຊາຍອີກຄົນນຶ່ງ ຜູ້ທີ່ຖືກຂ້າຕາຍຢູ່ດ້ານນອກເຮືອນຂອງນາງ ໃນເມືອງບູຊາ ຢູ່ຊານເມືອງຂອງນະຄອນຫຼວງກີຢິບ, ຢູເຄຣນ. ວັນທີ 4 ເມສາ 2022.
ນາງ ອີຣາ ກາວຣີລຸກ ອຸ້ມແມວຂອງນາງຂະນະທີ່ຍ່າງກາຍສົບຂອງສາມີ ອ້າຍ ແລະຊາຍອີກຄົນນຶ່ງ ຜູ້ທີ່ຖືກຂ້າຕາຍຢູ່ດ້ານນອກເຮືອນຂອງນາງ ໃນເມືອງບູຊາ ຢູ່ຊານເມືອງຂອງນະຄອນຫຼວງກີຢິບ, ຢູເຄຣນ. ວັນທີ 4 ເມສາ 2022.

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຄາດວ່າ ຈະເປີດກອງປະຊຸມເພື່ອເພັ່ງເລັງໃສ່ການສັງຫານພົນລະເຮືອນຢູ່ໃນຢູເຄຣນ ໃນວັນອັງຄານມື້ນີ້ ນຶ່ງວັນຫຼັງຈາກທີ່ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ກ່າວວ່າ ຜູ້ນຳຂອງຣັດເຊຍ ວລາດີເມຍ ປູຕິນ ຄວນປະເຊີນກັບການດຳເນີນຄະດີ ໃນການກໍ່ອາຊະກຳສົງ ຄາມ.

ກອງປະຊຸມໃນວັນອັງຄານມື້ນີ້ ລວມມີການສະຫລຸບໂດຍຫຍໍ້ຂອງເລຂາທິການໃຫຍ່ຂອງສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ແລະຫົວໜ້າດ້ານມະນຸດສະທຳຂອງສະຫະປະຊາຊາດ ທ່ານມາຣຕິນ ກຣິຟຟິສ ພ້ອມທັງຄຳປາໄສຂອງປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ.

ອັງກິດໄດ້ເປັນປະທານວຽນຂອງສະພາດັ່ງກ່າວໃນເດືອນນີ້ ແລະເອກອັກຄະລັດ ຖະທູດປະຈຳສະຫະປະຊາຊາດຂອງຕົນ ທ່ານນາງ ບາຣບາຣາ ວູດເຫວີດ ໄດ້ກ່າວຕໍ່ບັນດານັກຂ່າວ ກ່ຽວກັບເລື້ອງການສັງຫານພົນລະເຮືອນ ໃນລະຫວ່າງການບຸກລຸກ ຢູເຄຣນ ຂອງ ຣັດເຊຍ ຄວນຖືກນຳມາ “ສະ​ເໜີ​ຕໍ່ໜ້າກອງປະຊຸມ.”

ລັດຖະມົນຕີກະຊວງການຕ່າງປະເທດຂອງຢູເຄຣນ ທ່ານດີມີໂທຣ ຄູເລບາ ໄດ້ກ່າວເມື່ອຕອນແລງວັນຈັນວານນີ້ ວ່າ ທ່ານໄດ້ປຶກສາຫາລືເລື້ອງນີ້ກັບທ່ານກູເຕເຣັສ ລວມທັງສະຖານະການຢູ່ໃນເມືອງບູຊາ ຊຶ່ງ​ຕັ້ງ​ຢູ່​ໃນ​ເຂດຊານເມືອງ ຂອງນະຄອນຫຼວງຢູເຄຣນ ບ່ອນທີ່ໄດ້ຖືກຄົ້ນພົບວ່າ ພວກທະຫານຂອງຣັດເຊຍ ໄດ້ກະທຳການສັງຫານທີ່ໂຫດຮ້າຍ ເມື່ອສອງສາມວັນບໍ່ດົນມານີ້.

ທ່ານຄູເລບາ ໄດ້ຂຽນຂໍ້ຄວາມລົງໃນທວີດເຕີ ວ່າ “ເນັ້ນຢ້ຳວ່າ ຢູເຄຣນຈະໃຊ້ທຸກກົນໄກທີ່ມີຂອງສະຫະປະຊາຊາດ ເພື່ອເກັບກຳຫຼັກຖານ ແລະນຳເອົາພວກອາຊະຍາກອນຂອງຣັດເຊຍມາຮັບຜິດຊອບ.”

ມົສກູ ໄດ້ປະຕິເສດຕໍ່ຂໍ້ກ່າວຫາໃດໆຂອງການສັງຫານພົນລະເຮືອນ ຢູ່ໃນບູຊາ ໂດຍລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ເຊີເກ ລາວຣອຟ ໄດ້ອະທິບາຍເຖິງເຫດການຕ່າງໆວ່າ ເປັນການ “ຈັດສາກຫາເລື້ອງເກາະ ຜິດເພື່ອຕໍ່ຕ້ານຣັດເຊຍ.” ສ່ວນເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະປະຊາຊາດ ໄດ້ກ່າວວ່າ ທ່ານຈະສະ ໜອງ “ຫຼັກຖານທີ່ແທ້ຈິງ” ຢູ່ທີ່ກອງປະຊຸມສະພາຄວາມໝັ້ນຄົງ ໃນວັນອັງຄານມື້ນີ້.

ໂຄສົກຂອງບໍລິສັດດາວທຽມ Maxar Technologies ໄດ້ກ່າວໃນຖະແຫລງ ການສະບັບນຶ່ງ ເມື່ອວັນຈັນວານນີ້ວ່າ ພາບຖ່າຍຕ່າງໆທີ່ໄດ້ເກັບກຳມາ ຢູ່ເທິງເມືອງບູຊາ ໃນກາງເດືອນມີນາ ໄດ້ຮັບການຢັ້ງຢືນ ແລະກວດສອບກັບ “ພາບວີດີໂອ ແລະພາບຖ່າຍເມື່ອມໍ່ມານີ້ຂອງສື່ສັງຄົມ ທີ່ໄດ້ເປີດເຜີຍໃຫ້ເຫັນສົບຄົນນອນຕາຍ ຢູ່ໃນຖະໜົນແລະປ່ອຍປະຖິ້ມໄວ້ ເປັນເວລາຫຼາຍອາທິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG