ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງສະຫະປະຊາຊາດ ແນເປົ້າໝາຍ ໃສ່ 'ການແບ່ງແຍກທາງເພດ' ໃນອັຟການິສຖານ


ແຟ້ມຮູບ-ພວກແມ່ຍິງອັຟການິສຖານ ຢືນລໍຖ້າຮັບການແຈກຢາຍອາຫານ ໂດຍກຸ່ມຊ່ວຍເຫຼືອທາງດ້ານມະນຸດສະທໍາ ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 23 ພຶດສະພາ 2023.
ແຟ້ມຮູບ-ພວກແມ່ຍິງອັຟການິສຖານ ຢືນລໍຖ້າຮັບການແຈກຢາຍອາຫານ ໂດຍກຸ່ມຊ່ວຍເຫຼືອທາງດ້ານມະນຸດສະທໍາ ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 23 ພຶດສະພາ 2023.

ສະມາຊິກສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ, ຍົກເວັ້ນ ຣັດເຊຍ ແລະ ຈີນ, ໃນວັນອັງຄານວານນີ້ ໄດ້​ອອກ​ຖະ​ແຫຼງການປະນາມ ການຂົ່ມເຫັງພວກແມ່ຍິງໃນອັຟການິດສະຖານແບບບໍ່ມີການຜ່ອນຜັນໃດໆເລີຍຂອງກຸ່ມຕາລິບານ, ໂດຍຮຽກຮ້ອງໃຫ້ບັນດາປະເທດສະມາຊິກທັງໝົດ ເອົາ​ມາດ​ຕະການຮີບດ່ວນ ໃຫ້​ຄະ​ນະຜູ້ນໍາຂອງປະເທດ​ເປັນ​ຜູ້ຮັບຜິດຊອບ.

ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດປະຈໍາອັຟການິສຖານ ທ່ານນາງໂຣຊາ ໂອຕຸນບາເຢວາ (Roza Otunbayeva), ກ່າວວ່າ ນັບຕັ້ງແຕ່ມີການຢຶດອໍານາດ ປີ 2021 ມາ, ກຸ່ມຕາລິບານໄດ້ອອກດໍາລັດຫຼາຍກວ່າ 50 ສະບັບ ພ້ອມດ້ວຍເປົ້າໝາຍທີ່ຈະແຈ້ງ ກ່ຽວກັບການລຶບລ້າງບັນດາແມ່ຍິງເຫຼົ່ານັ້ນອອກຈາກຊີວິດຢູ່ໃນສັງຄົມ.

ດໍາລັດດັ່ງກ່າວລວມມີ ການປິດຊັ້ນມັດທະຍົມສຶກສາສໍາລັບພວກແມ່ຍິງ, ພ້ອມດ້ວຍມະຫາວິທະຍາໄລ, ການຫ້າມບັນດາແມ່ຍິງເຂົ້າໄປໃນສະຖານທີ່ບັນເທີງ ແລະກິລາ, ການຍົກເວັ້ນພວກແມ່ຍິງທັງໝົດ ຈາກລັດຖະບານ, ແລະການປະ ຕິເສດວຽກງານສ່ວນຫຼາຍສໍາລັບແມ່ຍິງ.

ທ່ານຊີມາ ບາຮູສ (Sima Bahous), ຜູ້ອໍານວຍການບໍລິຫານຂອງອົງການສະຫະປະຊາຊາດ ສໍາລັບແມ່ຍິງ, ກ່າວຕໍ່ກອງປະຊຸມບ່ອນດຽວກັນວ່າ ລັດຖະ ບານອິສລາມ ໄດ້ກໍານົດມາດຕະການທາງເພດແບບບູຮານທີ່ເຂັ້ມງວດ ທີ່ປະຕິ ເສດສິດທິມະນຸດຂັ້ນພື້ນຖານ ຕໍ່ບັນດາແມ່ຍິງແບບຈະແຈ້ງ.

ທ່ານບາຮູສ ກ່າວຕື່ມວ່າ ແມ່ຍິງອັຟການິສຖານ “ບອກພວກເຮົາວ່າ ພວກເຂົາ ເຈົ້າເປັນນັກໂທດທີ່ອາໄສຢູ່ໃນຄວາມມືດ, ຖືກກັກຂັງຢູ່ໃນເຮືອນຂອງພວກເຂົາເຈົ້າໂດຍປາສະຈາກຄວາມຫວັງ ສໍາລັບອະນາຄົດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG