ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ບໍ່ສາມາດບັນລຸຄວາມເຫັນຢ່າງ
ເປັນເອກກະສັນ ໃນວັນສຸກວານນີ້ ກ່ຽວກັບຮ່າງຍັດຕິເພື່ອຈັດຕັ້ງປະຕິບັດການຢຸດຍິງ ເປັນເວລາ 30 ມື້ຢູ່ໃນທົ່ວປະເທດຊີເຣຍແລະຍົກເລີກການປິດລ້ອມຕໍ່ຫົວເມືອງຕ່າງໆ ແລະກ່າວວ່າ ພວກຕົນຈະປະຊຸມກັນອີກ ໃນວັນເສົາມື້ນີ້ ເພື່ອຈະລົງຄະແນນສຽງ.
ພວກນັກການທູດຂອງປະເທດຕ່າງໆ ຢູ່ສະພາຄວາມໝັ້ນຄົງ ມີແຜນການທີ່ຈະລົງຄະ
ແນນສຽງກັນ ໃນຕອນເຊົ້າ ວັນສຸກວານນີ້ ແຕ່ຖືກເລື່ອນເວລາອອກໄປ ຂະນະທີ່ການ
ເຈລະຈາ ເພື່ອຈະຮວມເອົາຄວາມກັງວົນຂອງຣັດເຊຍ ແລະຂໍ້ແກ້ໄຂເຂົ້າໃນຮ່າງຍັດຕິ
ແຕ່ໄດ້ຖືກແກ່ຍາວມາໂດຍບໍ່ມີການຕົກລົງກັນ.
ເອກອັກຄະລັດຖະທູດສະວີເດັນ ທ່ານໂອລອຟ ສະກູກ ຊຶ່ງເປັນຜູ້ນຳພາ ໃນການເຈ
ລະຈາ ກັບຄູ່ຕຳແໜ່ງ ຈາກຄູເວດ ກ່າວວ່າ “ພວກເຮົາເກືອບຈະ ແຕ່ກໍບໍ່ສາມາດ ອັດ ຊ່ອງຫວ່າງໄດ້ໂດຍເຕັມ.”
ທ່ານສະກູກ ຊຶ່ງປາກົດວ່າໄດ້ອຶດອັດບໍ່ສະບາຍໃຈ ແລະອິດເໝື່ອຍນັ້ນ ເວົ້າວ່າ ພວກ
ທ່ານຈະບໍ່ຍົກເລີກຍ້ອນສະຖານະການທາງພາກພື້ນດິນທວງໃຫ້ມີການຢຸດຍິງ. ທ່ານ
ກ່າວວ່າ ການເຮັດວຽກຈະດຳເນີນຕໍ່ໄປໃນແລງວັນສຸກ ແລະສະພາຄວາມໝັ້ນຄົງຈະ
ເປີດຄືນອີກ ໃນຕອນບ່າຍ ວັນເສົາມື້ນີ້ ຕາມເວລາ ໃນນະຄອນນິວຢອກ ແລະກໍຈະມີ ການລົງຄະແນນສຽງກັນ.
ເອກອັກຄະລັດຖະທູດສະຫະລັດ ທ່ານນາງນິກກີ້ ເຮລີ ຊຶ່ງບໍ່ໄດ້ເຂົ້າຮ່ວມການເຈລະ
ຈາໃນວັນສຸກວານນີ້ ໄດ້ຂຽນຂໍ້ຄວາມລົງໃນທວີດເຕີ້ວ່າ “ບໍ່ເຊື່ອເລີຍວ່າ ຣັດເຊຍໄດ້
ຂັດຂວາງ ການລົງຄະແນນສຽງ ກ່ຽວກັບກາຍຢຸດຍິງ ທີ່ຈະອະນຸຍາດໃຫ້ ມີການຈັດ
ສົ່ງການຊ່ອຍເຫລືອ ທາງດ້ານມະນຸດສະທຳ ເຂົ້າໄປໃນຊີເຣຍໄດ້. ຈະມີອີກຈັກຄົນ ເສຍຊີວິດຕື່ມ ກ່ອນທີ່ສະພາຄວາມໝັ້ນຄົງ ຈະຕົກລົງກັນໄດ້ ເພື່ອໃຫ້ມີການ ລົງຄະ
ແນນສຽງ ກ່ຽວກັບເລື່ອງນີ້. ຂໍໃຫ້ລົງຄະແນນສຽງກັນ ໃນແລງມື້ນີ້ເທາະ. ປະຊາຊົນ
ຊາວຊີເຣຍ ບໍ່ສາມາດລໍຖ້າໄດ້.”
ຄວາມພະຍາຍາມຮ່ວມ ຂອງສະວີເດັນແລະຄູເວດ ແມ່ນຮຽກຮ້ອງໃຫ້ມີການຢຸດຍິງ
ຢ່າງໜ້ອຍ 30 ມື້ ເພື່ອອຳນວຍໃຫ້ ມີການຈັດສົ່ງການຊ່ອຍເຫຼືອແລະຍົກຍ້າຍພວກ
ທີ່ໄດ້ຮັບບາດເຈັບສາຫັດອອກໄປ. ນອກນັ້ນຍັງມີການຮຽກຮ້ອງໃຫ້ຍົກເລີກການປິດ
ລ້ອມຢູ່ໃນ 4 ເຂດ ຮວມທັງເຂດກູຕາຕາເວັນອອກນຳດ້ວຍ.