ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ມີການຢຸດຍິງ 30 ວັນ ໃນປະເທດ ຊີເຣຍ


ບັນດາສະມາຊິກ ສະພາຄວາມໝັ້ນຄົງອົງການສະຫະປະຊາ
ຊາດລົງຄະແນນສຽງ ໃນສັນຍາຢຸດຍິງ ເພື່ອຢຸດການຖິ້ມ
ລະເບີດໃສ່ພາກພື້ນ ກູຕາ ຕາເວັນອອກໃນປະເທດ ຊີເຣຍ. ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນ ນິວຢອກ, ສະຫະລັດ. 24 ກຸມພາ, 2018.
ບັນດາສະມາຊິກ ສະພາຄວາມໝັ້ນຄົງອົງການສະຫະປະຊາ ຊາດລົງຄະແນນສຽງ ໃນສັນຍາຢຸດຍິງ ເພື່ອຢຸດການຖິ້ມ ລະເບີດໃສ່ພາກພື້ນ ກູຕາ ຕາເວັນອອກໃນປະເທດ ຊີເຣຍ. ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນ ນິວຢອກ, ສະຫະລັດ. 24 ກຸມພາ, 2018.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ພ້ອມກັນຮຽກຮ້ອງໃນວັນເສົາວານ
ນີ້ວ່າ ທຸກຝ່າຍໃນປະເທດ ຊີເຣຍ ຈົ່ງປະຕິບັດການຢຸດຍິງທົ່ວປະເທດເປັນເວລາຢ່າງ
ໜ້ອຍ 30 ວັນ ແລະ ຍົກເລີກການປິດລ້ອມຂົງເຂດຕ່າງໆ, ລວມທັງພາກພື້ນ ກູຕາ
ຕາເວັນອອກ.

ຄວາມເປັນເອກະພາບກັນຂອງສະພາໄດ້ມີຂຶ້ນ ຫຼັງຈາກຄວາມເຄັ່ງຕຶງຫຼາຍມື້ ແລະ
ການເຈລະຈາ ທີ່ຫຍຸ້ງຍາກ ເພື່ອຊອກຫາຄຳເວົ້າທີ່ ຣັດເຊຍ ຈະໃຫ້ການສະໜັບສະ
ໜູນເກີດຂຶ້ນໄດ້. ຄວາມພະຍາຍາມດັ່ງກ່າວນັ້ນ, ໄດ້ຖືກນຳພາໂດຍບັນດານັກຮ່າງຂໍ້
ແກ້ໄຂ ຄວາມຄັດແຍ້ງ ຈາກປະເທດ ສວີເດັນ ແລະ ກູເຫວດ, ເຊິ່ງໄດ້ສືບຕໍ່ໄປ ຈົນ
ຮອດເວລາສຸດທ້າຍກ່ອນການລົງຄະແນນສຽງ.

ເອກອັກຄະລັດຖະທູດ ກູເຫວດ ທ່ານ ມັນຊໍ-ອາລ-ໂອໄຕບີ "Mansour-al-Otaibi"
ໄດ້ກ່າວວ່າ “ພວກເຮົາໝັ້ນໃຈວ່າ ຂໍ້ແກ້ໄຂບັນຫານີ້ແມ່ນບໍ່ສາມາດຢຸດຄວາມ ທຸກທໍ
ລະມາດດ້ານມະນຸດສະທຳໃນ ຊີເຣຍ ໄດ້ຢ່າງກະທັນຫັນ. ແຕ່ແນວໃດກໍຕາມ, ມັນກໍ
ແມ່ນສັນຍານໃນແງ່ບວກ ທີ່ຖືກສົ່ງໂດຍສະພາຄວາມໝັ້ນຄົງ. ຕອນນີ້, ພວກເຮົາຕ້ອງ
ປະຕິບັດຂໍ້ແກ້ໄຂບັນຫານີ້.”

ຂໍ້ແກ້ໄຂບັນຫາດັ່ງກ່າວໄດ້ຮຽກຮ້ອງວ່າ ທຸກຝ່າຍຕ້ອງຢຸດສົງຄາມ “ໂດຍບໍ່ມີການ
ເລື່ອນເວລາ” ສຳລັບຢ່າງໜ້ອຍ 30 ວັນລຽນຕິດ ເພື່ອອະນຸຍາດໃຫ້ການຊ່ວຍເຫຼືອ
ດ້ານມະນຸດສະທຳ ຖືກສົ່ງໃຫ້ ແລະ ຍົກຍ້າຍຜູ້ທີ່ບໍ່ສະບາຍຢ່າງໜັກ ແລະ ບາດເຈັບ
ອອກໄປ. ສັນຍາຢຸດຍິງແມ່ນໃຊ້ບໍ່ໄດ້ ກັບກຸ່ມກໍ່ການຮ້າຍ, ລວມທັງພວກລັດອິສລາມ,
ແນວໜ້າ ນຸສຣາ ຫຼື ອາລໄກດາ.

ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ນິກກີ ເຮລີ "Nikki Haley" ໄດ້ສະແດງ
ຄວາມສົງໄສຂອງທ່ານນາງວ່າ ລັດຖະບານ ຊີເຣຍ ຈະປະຕິບັດຕາມສັນຍາຢຸດຍິງ ຫຼື
ບໍ່, ແຕ່ໄດ້ກ່າວວ່າ ສັນຍາຢຸດຍິງຕ້ອງຖືກໃຫ້ໂອກາດຈຶ່ງສາມາດເຮັດວຽກໄດ້. ທ່ານ
ນາງຍັງໄດ້ເວົ້າໃຫ້ ຣັດເຊຍ ສຳລັບການຂັດຂວາງການປະກາດໃຊ້ຂໍ້ແກ້ໄຂບັນຫານ້ນ.

ທ່ານນາງ ເຮລີ ໄດ້ກ່າວວ່າ “ທຸກໆນາທີທີ່ສະພານີ້ໄດ້ລໍຖ້າ ຣັດເຊຍ, ຄວາມທຸກທໍ
ລະມານຂອງມະນຸດແມ່ນໄດ້ຂະຫຍາຍເພີ່ມຂຶ້ນ. ມັນໃຊ້ເວລາເຖິງສາມວັນພວກຈຶ່ງ
ສາມາດຮັບຮອງເອົາຂໍ້ແກ້ໄຂບັນຫານີ້ໄດ້, ມັນມີແມ່ຫຼາຍຈັກຄົນ ທີ່ໄດ້ສູນເສຍລູກ
ຂອງເຂົາເຈົ້າໃຫ້ການຖິ້ມລະເບີດ ແລະ ການຍິງໂຈມຕີ?”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG