ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ກຸ່ມ​ຕາ​ລີ​ບານ ຕ່າວ​ປີ້ນ​ການ​ຫ້າມ​ຕ່າງໆ​ ຕໍ່ແມ່​ຍິງ ແລະ ເດ​ັກ​ຍິງ ອັ​ຟ​ກາ​ນິ​ສ​ຖານ


ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ ຢູ່​ສຳ​ນັກ​ງານ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, 5 ມັງ​ກອນ 2023.
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ ຢູ່​ສຳ​ນັກ​ງານ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, 5 ມັງ​ກອນ 2023.

ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ທຳ​ການ​ຮຽກ​ຮ້ອງ​ຢ່າງບໍ່​ເປັນ​ເອ​ກະ​ສັນ ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ການ​ນຳ​ຕາ​ລີ​ບານ​ຂອງອັ​ຟ​ກາ​ນິ​ສ​ຖານຕ້ອງ​ຕ່າວ​ປີ້ນ​ມາດ​ຕະ​ການ​ຫ້າມຕ່າງໆ​ຂອງ​ພວກ​ເຂົາ​ຕໍ່​ການ​ເຂົ້າຫາການ​ສຶກ​ສາ ແລະ ວຽກ​ງານ​ຂອງ​ແມ່​ຍິງ​ຢ່າງວ່ອງ​ໄວ, ແລະ ໄດ້​ກ່າວ​ປະ​ນາມ​ການ​ຫ້າມ​ເມື່ອບໍ່​ດົນ​ມານີ້​ຕໍ່​ພະ​ນັກ​ງານ​ຍິງ​ໃນ​ທ້ອງ​ຖິ່ນ ​ທີ່​ເຮັດ​ວຽກ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ ທ່ານ​ນາງ ລາ​ນາ ນຸ​ສ​ເຊ​ເບ (Lana Nusseibeh) ໄດ້​ກ່າວ​ກ່ຽວ​ກັບຄຳ​ສັ່ງ​ຄັ້ງຫຼ້າ​ສຸດ​ນີ້​ວ່າ “ມາ​ດ​ຕະ​ການ​ຫ້າມ​ທີ່​ວ່ານີ້​ແມ່ນບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ແລະ ມັນ​ໄດ້​ເຮັດ​ໃຫ້​ການ​ມີ​ໜ້າ​ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ ອັ​ຟ​ກາ​ນິ​ສ​ຖານ ເປັນ​ອັນ​ຕະ​ລາຍຫຼາຍ. ແຕ່​ດັ່ງ​ທີ່​ພວກ​ເຮົາ​ທຸກ​ຄົນ​ຮູ້, ນີ້​ແມ່ນ​ພຽງ​ຄື້ນ​ຂອງ​ການ​ຫ້າມ​ຄັ້ງຫຼ້າ​ສຸດ​ທີ່​ພວກ​ເຮົາ​ໄດ້​ພົບ​ເຫັນ​ໃນ​ປີ​ເຄິ່ງ​ທີ່​ຜ່ານ​ມາ​ເທົ່າ​ນັ້ນ.”

ປະ​ເທດ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ ແລະ ຍີ່​ປຸ່ນ ໄດ້​ຮ່ວມ​ກັນ​ຮ່າງ​ຍັດ​ຕິ​ທີ່​ສະ​ແດງ “ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ທຳ​ລາຍ​ຄວາມ​ເຄົາ​ລົບ​ເພີ່ມ​ຂຶ້ນ​ຕໍ່​ສິດ​ທິ​ມະ​ນຸດ ແລະ ເສ​ລີ​ພາບ​ພື້ນ​ຖານ​ຂອງ​ແມ່​ຍິງ ແລະ ເດັກ​ຍິງ​ ໃນ​ອັ​ຟ​ກາ​ນິ​ສ​ຖານ​ ໂດຍ​ກຸ່ມ​ຕາ​ລີ​ບານ.” ຫຼາຍກວ່າ 90 ປະ​ເທດ​ໄດ້​ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ດັ່ງ​ກ່າວ.

ຍັດ​ຕິ​ຂອງ​ສະ​ພາ​ໄດ້​ກ່າວ​ວ່າ ການ​ຫ້າມ​ແມ່​ຍິງ ອັ​ຟ​ກາ​ນິ​ສ​ຖານ ບໍ່​ໃຫ້​ເຮັດ​ວຽກ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນ ອັ​ຟ​ກາ​ນິ​ສ​ຖານ “ຈະ​ສົ່ງ​ຜົນ​ກະ​ທົບ​ໃນ​ທາງ​ລົບ ແລະ ຢ່າງ​ຮຸນ​ແຮງ” ຕໍ່​ການ​ປະ​ຕິ​ບັດ​ການ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ປະ​ເທດ​ດັ່ງ​ກ່າວ, ລວມ​ມີ​ການ​ນຳ​ສົ່ງ​ການ​ຊ່ວຍ​ເຫຼືອ​ກູ້ຊີ​ວິດ ແລະ ການ​ບໍ​ລິ​ການ​ພື້ນ​ຖານ.

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG