ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງອົງການ ສປຊ ກ່າວ​ປະນາມເກົາຫຼີ​ເໜືອ ​ໃນ​ການ​ທົດ​ລອງ​ລູກ​ສອນ​ໄຟ


ພາບ​ໃນ​ຈໍໂທລະ​ພາບ​ຢູ່​ສະຖານີ​ລົດ​ໄຟ Seoul, ເກົາຫຼີ​​ໃຕ້ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​​ທົດ​ລອງ​ຍິງ​ລູກ​ສອນ​ໄຟຂອງເກົາຫຼີເໜືອ ​, 16 ຕຸລາ, 2016.
ພາບ​ໃນ​ຈໍໂທລະ​ພາບ​ຢູ່​ສະຖານີ​ລົດ​ໄຟ Seoul, ເກົາຫຼີ​​ໃຕ້ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​​ທົດ​ລອງ​ຍິງ​ລູກ​ສອນ​ໄຟຂອງເກົາຫຼີເໜືອ ​, 16 ຕຸລາ, 2016.

ສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດໄດ້ກ່າວປະນາມການທົດລອງ
ລູກສອນໄຟ ທີ່ບໍ່ປະສົບຄວາມສຳເລັດເມື່ອບໍ່ດົນມານີ້ຂອງ ເກົາ ຫຼີເໜືອ, ແລະ ໄດ້ຂົ່ມຂູ່ວ່າຈະເພີ່ມ ມາດຕະການລົງໂທດຕໍ່ປະເທດຄອມມູນິສນີ້.

ສະພາຄວາມໝັ້ນຄົງໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນວັນຈັນວານນີ້ຫຼັງຈາກ
ກອງປະຊຸມສຸກເສີນລັບວ່າ ການພະຍາຍາມຍິງລູກສອນໄຟແມ່ນ “ການລ່ວງລະເມີດ
ທີ່ຮ້າຍແຮງ
” ມະຕິຂອງອົງການ ສະຫະປະຊາຊາດ ຫຼາຍຂໍ້ໃນຄັ້ງທີ່ຜ່ານມາ, ພວກເຂົາ
ເຈົ້າໄດ້ກ່າວວ່າ ເກົາຫຼີເໜືອ ຕ້ອງຢຸດການທົດລອງລູກສອນໄຟຂີປະນາວຸດ ແລະ ວັດຖຸນິວເຄລຍໃນຄັ້ງຕໍ່ໄປ.

ບັນດາສະມາຊິກສະພາກ່າວວ່າ ພວກເຂົາເຈົ້າຈະສືບຕໍ່ “ຕິດຕາມສະຖານະການຢ່າງ
ໃກ້ຊິດ ແລະ ເອົາມາດຕະການທີ່ຮຸນແຮງຕື່ມອີກກັບປະເທດດັ່ງກ່າວ.”

ເກົາຫຼີເໜືອ ໄດ້ພະຍາຍາມທີ່ຈະຍິງລູກສອນໄຟຂີປະນາວຸດໄລຍະປານກາງໃນວັນເສົາ
ທີ່ຜ່ານມາ, ແຕ່ລູກສອນໄຟດັ່ງກ່າວໄດ້ລະເບີດຫຼັງຈາກຖືກຍິງຂຶ້ນ. ການຍິງລູກສອນໄຟ
ນັ້ນແມ່ນຄັ້ງຫຼ້າ ສຸດຂອງການຍິງຫຼາຍຄັ້ງ ແລະ ການທົດລອງລະເບີດນິວເຄລຍສຳລັບ
ປີນີ້ ໃນການຂັດຂືນ ຕໍ່ມະຕິຂອງອົງການສະຫະປະຊາຊາດ.

ເກົາຫຼີໃຕ້ ກໍຍັງກ່າວປະນາມການພະຍາຍາມຍິງລູກສອນນັ້ນຢ່າງແຮງ,ໂດຍກ່າວວ່າ ມັນເປັນ“ການລ່ວງລະເມີດມະຕິສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ຢ່າງ ຈະແຈ້ງ”
ແລະ ເປັນ “ການເກາະຜິດທີ່ບໍ່ຖືກກົດໝາຍ.”

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ວໍຊິງຕັນ ໄດ້ເນັ້ນການສືບຕໍ່ເຝົ້າຕິດຕາມ“ໃນການ
ເກາະ ຜິດຂອງ ເກົາຫຼີເໜືອ”
ໂດຍ ສະຫະລັດ, ແລະ ຄຳໝັ້ນສັນຍາ “ອັນແຂງແກ່ນ” ຂອງປະ ເທດທີ່ຈະເຮັດວຽກຮ່ວມກັນກັບບັນດາປະເທດພັນທະມິດ ເກົາຫຼີໃຕ້ ແລະ
ຍີ່ປຸ່ນ ເພື່ອຮັກ ສາຄວາມໝັ້ນຄົງຢູ່ໃນ ເອເຊຍ ຕາເວັນອອກສຽງເໜືອ.

ບັນດາເຈົ້າໜ້າທີ່ທະຫານ ສະຫະລັດ ໄດ້ກ່າວວ່າ ລູກສອນໄຟ ເກົາຫຼີເໜືອ ໄດ້ຖືກ
ສັນນິຖານ ວ່າເປັນຈະຫຼວດ Musadan ທີ່ຍິງໄດ້ໄລຍະປານກາງ, ແລະ ຈຸດຍິງຂອງ
ມັນແມ່ນ ຕັ້ງຢູ່ໃກ້ກັບເມືອງ Kusong.

ນອກຈາກການດຳເນີນການທົດລອງ ລະເບີດນິວເຄລຍສອງລູກທີ່ຄາດບໍ່ເຖິງນັ້ນໃນປີນີ້, ນະຄອນຫຼວງ ພຽງຢາງ ຍັງໄດ້ພັດທະນາຄວາມສາມາດຂອງລູກສອນໄຟຂີປະນາວຸດທີ່ ຕັ້ງຢູ່ເທິງພື້ນດິນ ແລະ ເຮືອດຳນ້ຳຂອງພວກເຂົານຳ ໂດຍການທົດລອງຍິງຫຼາຍຄັ້ງໃນ 6 ເດືອນທີ່ຜ່ານມາ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG