ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກີດການປະທະກັນ ຢ່າງຮຸນແຮງໃນ ຊູດານໃຕ້


ຕຳຫຼວດ ແລະ ທະຫານ ຊູດານ ຢືນປ້ອງກັນຖະໜົນ ຫຼັງຈາກໄດ້ມີການຕໍ່ສູ້ກັນຄັ້ງໃໝ່ໃນນະຄອນຫຼວງ Juba ຂອງປະເທດ ຊູດານໃຕ້. 10 ກໍລະກົດ, 2016.
ຕຳຫຼວດ ແລະ ທະຫານ ຊູດານ ຢືນປ້ອງກັນຖະໜົນ ຫຼັງຈາກໄດ້ມີການຕໍ່ສູ້ກັນຄັ້ງໃໝ່ໃນນະຄອນຫຼວງ Juba ຂອງປະເທດ ຊູດານໃຕ້. 10 ກໍລະກົດ, 2016.

ການສູ້ລົບກັນຢ່າງໜັກ ໄດ້ລະເບີດຂຶ້ນຢູ່ໃນນະຄອນຫຼວງຂອງ ຊູດານໃຕ້ ໃນ ວັນຈັນມື້ນີ້ ຫຼາຍຊົ່ວໂມງ ຫຼັງຈາກ ສະພາຄວາມໝັ້ນຄົງອົງການສະຫະປະຊາ ຊາດ ໄດ້ຮຽກຮ້ອງຕໍ່ບັນ ດາຜູ້ນຳ ຢູ່ໃນປະເທດສົງຄາມຮຸກຮານ ໃຫ້ຄວບຄຸມ ກອງກຳລັງທະຫານ ຂອງພວກຕົນ ແລະ ໄດ້ເຕື່ອນວ່າ ການໂຈມຕີຕໍ່ພົນລະ ເຮືອນ ແລະ ສະຖານທີ່ຂອງອົງການສະຫະປະຊາດ ທີ່ມີຢູ່ຕໍ່ເນື່ອງ ອາດຖືວ່າ ເປັນອາຊະຍາກຳສົງຄາມ.

ການຍິງກັນ ແລະ ລະເບີດຫຼາຍລູກທີ່ແຕກຂຶ້ນ ໄດ້ສັ່ນສະເທືອນ ນະຄອນຫຼວງ Juba ໃນ ຂະນະທີ່ ການປະທະກັນຫຼາຍຄັ້ງ ໄດ້ເກີດຂຶ້ນ ເປັນມື້ທີ 5 ໃນວັນຈັນ ມື້ນີ້ ຫຼັງຈາກທີ່ມີ ຄວາມງຽບສະຫງົບແດ່ ໃນຄ່ຳຄືນວານນີ້.

ເອກອັກຄະລັດຖະທູດຍີ່ປຸ່ນ ທ່ານ Koro Bessho ປະທານຄົນປັດຈຸບັນ ຂອງ ສະພາ ຄວາມໝັ້ນຄົງອົງການ ສປຊ ທີ່ມີ ສະມາຊິກ ຈຳນວນ 15 ຄົນໄດ້ ກ່າວຕາງໜ້າອົງ ການຈັດຕັ້ງສາກົນນີ້ ເມື່ອຕອນແລງວັນອາທິດວານນີ້ ຢູ່ໃນ ນະຄອນ ນິວຢອກ ຫຼັງຈາກທີ່ໄດ້ປຶກສາຫາລືໃນກໍ ລະນີສຸກເສີນ ເປັນເວລາ ຫຼາຍກວ່າ 3 ຊົ່ວໂມງ ກ່ຽວກັບວິກິດການ ຢູ່ໃນ Juba. ທ່ານໄດ້ເອີ້ນສະພາບ ການຢູ່ໃນພື້ນທີ່ດັ່ງກ່າວ ວ່າເປັນ “ສະຖານະການສຸກເສີນ” ແລະ ໄດ້ກ່າວວ່າ ຢ່າງນ້ອຍກຳລັງຮັກສາ ສັນຕິພາບຊາວຈີນຄົນນຶ່ງ ໄດ້ຖືກຂ້າຕາຍ ແລະ ກຳລັງ ຮັກສາສັນຕິພາບຊາວ ຣວັນດາ ຈຳນວນນຶ່ງ ໄດ້ຮັບບາດເຈັບ.

ບໍ່ມີການຄາດຄະເນ ຢ່າງເປັນທາງການ ຂອງການສູນເສຍຊີວິດ ພາຍໃນຕອນ ແລງວັນ ອາທິດວານນີ້ ແລະ ຍັງຄົງບໍ່ຈະແຈ້ງໃນເວລານັ້ນ ວ່າພວກທະຫານທີ່ ພັກດີຕໍ່ປະທານາທິ ບໍດີ Salva Kiir ພວກທີ່ສະໜັບສະໜູນ ຮອງປະທານາທິ ບໍດີຄົນທຳອິດ ທ່ານ Riek Machar ຈະປະຕິບັດຕາມຄຳຮຽກຮ້ອງຂອງອົງການ ສະຫະປະຊາຊາດ ຫຼືບໍ່. ວິທະຍຸຂອງທ້ອງຖິ່ນຢູ່ໃນນະຄອນຫຼວງ ໄດ້ລາຍງານຂ່າວ ເມື່ອຕອນເຊົ້າວ່າ ຫຼາຍເຖິງ 276 ຄົນໄດ້ ເສຍຊີວິດ ໃນສອງສາມມື້ທີ່ຜ່ານມາ ຍ້ອນຄວາມຮຸນແຮງ ໃນຂະນະດຽວກັນ ໂຄສົກຂອງ ທ່ານ Machar ກໍໄດ້ກ່າວ ວ່າຢ່າງນ້ອຍ 150 ຄົນ ໄດ້ຖືກຂ້າຕາຍ ແລະມີຫຼາຍຄົນໄດ້ຮັບ ບາດເຈັບ.

ກະຊວງການຕ່າງປະເທດ ໄດ້ອອກແຈ້ງການໃຫ້ພະນັກງານ ທີ່ບໍ່ຢູ່ໃນຖານະສຸກ ເສີນໝົດ ທຸກຄົນຈາກສະຖາທູດ ສະຫະລັດ ຢູ່ໃນນະຄອນຫຼວງ Juba ໃຫ້ເດີນ ທາງອອກຈາກປະ ເທດ ແລະ ຍັງໄດ້ແຈ້ງເຕືອນພົນລະເມືອງ ສະຫະລັດ ບໍ່ໃຫ້ ເດີນທາງໄປຍັງ ຊູດານໃຕ້ ຍ້ອນການສູ້ລົບກັນທີ່ພວມເກີດຂຶ້ນຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Fighting Mars South Sudan's Fifth Anniversary of Independence
please wait

No media source currently available

0:00 0:02:24 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG