ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ລັດ ແລະ​ປະ​ເທດ​ພາ​ຄີ ຮຽກ​ຮ້ອງ​ໃຫ້​ບັງ​ຄັບ​ໃຊ້ ການ​ລົງ​ໂທດ ຕໍ່ເກົາຫຼີເໜືອ


ຮູບພາບນີ້ ຖ່າຍໃນວັນທີ 17 ມັງກອນ 2022 ແລະເຜີຍແຜ່​ໂດຍອົງການຂ່າວ ​ຂອງທາງການເກົາຫຼີເໜືອ ໃນວັນທີ 18 ມັງກອນ.
ຮູບພາບນີ້ ຖ່າຍໃນວັນທີ 17 ມັງກອນ 2022 ແລະເຜີຍແຜ່​ໂດຍອົງການຂ່າວ ​ຂອງທາງການເກົາຫຼີເໜືອ ໃນວັນທີ 18 ມັງກອນ.

ສະຫະລັດແລະພັນທະມິດຫຼາຍໆປະເທດ ໃນວັນພະຫັດວານນີ້ໄດ້ອອກຖະແຫຼງການ
ຮ່ວມ ປະນາມການຍິງລູກສອນໄຟາຂີປະນາວຸດຂອງເກົາຫຼີເໜືອຫວ່າງມໍ່ໆມານີ້ ແລະ
ໄດ້ຮຽກຮ້ອງໃຫ້ຈັດຕັ້ງປະຕິບັດການລົງໂທດຢ່າງຄົບຖ້ວນຂອງສະ ຫະປະຊາຊາດ.

ເອກອັກຄະລັດຖະທູດສະຫະລັດ ທ່ານນາງລິນດາ ໂທມັສ-ກຣິນຟຽວ ກ່າວ ໂດຍເອີ້ນ
ຊື່ຫຍໍ້ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ ທີ່ເປັນຊື່ທາງການຂອງ
ເກົາຫຼີເໜືອນັ້ນ​ວ່າ “ມັນເປັນເລື້ອງສຳຄັນ ທີ່ບັນດາປະເທດສະມາຊິກເອົາບາດກ້າວທີ່
ຈຳເປັນໃນການຈັດຕັ້ງປະຕິບັດ ການລົງໂທດ ໃນຂອບເຂດອຳນາດ ຂອງເຂົາເຈົ້າ ຫຼື
ສ່ຽງຕໍ່ການຂຽນເຊັກບໍ່ມີໂຕເລກ ສຳລັບອຳນາດການປົກຄອງຂອງເກົາຫຼີເໜືອໃນການ
ສ້າງຄວາມກ້າວໜ້າໃຫ້ແກ່ໂຄງການອາວຸດ.”

ທ່ານນາງໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ອົງການສະຫະປະຊາຊາດ ໂດຍຢືນຄຽງຂ້າງ ບັນ
ດາຄູ່ຮ່ວມງານ ຈາກ ອາລບາເນຍ ບຣາຊີລ ຝຣັ່ງ ໄອຣ໌ແລນ ຍີ່ປຸ່ນ ແລະສະຫະລັດອາ
ຣັບເອເມີເຣັສ. ທັງໝົດນີ້ ມີແຕ່ຍີ່ປຸ່ນເທົ່າ​ນັ້ນ ບໍ່ໄດ້ເປັນສະມາຊິກ ສະພາຄວາມໝັ້ນຄົງ
ໃນປັດຈຸບັນ.

ນີ້ເປັນເທືຶ່ອທີ​ສອງໃນ​ຮອບ 10 ມື້ ທີ່ສະພາ​ຄວາມ​ໝັ້ນ​ຄົງໄດ້ພົບປະຊຸມລັບ ເພື່ອ​ຫາ​ລື​
”ກ່ຽວກັບການຍິງລູກສອນໄຟຂອງເກົາຫຼືເໜືອ.

ນັບແຕ່ຕົ້ນປີນີ້​ມາ ເກົາຫຼີເໜືອໄດ້ທຳ​ການທົດລອງສອງຄັ້ງ ໃນອັນທີ່​ກ່າວ​ກັນວ່າເປັນ
ລູກສອນໄຟໄວກວ່າສຽງ ຍິງລູກສອນໄຟຂີປະນາວຸດຈາກລົດໄຟ 2 ລູກ ແລະຍິງລູກ
ສອນໄຟນຳວິຖີ 2 ລູກຈາກເດີ່ນເຮືອບິນແຫ່ງນຶ່ງ ໃນພຽງຢາງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກ​ິດ

XS
SM
MD
LG