ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ​ຄວາມ​ໝັ້ນຄົງ​ ສະຫະ​ປະຊາ​ຊາດ ຫາລືກ່ຽວກັບເຮືອບິນທະຫານຂອງຣັດເຊຍ ຕົກ ຢູ່ໃກ້ຊາຍແດນຢູເຄຣນ


ຮູບນີ້ຖືກເຜີຍແຜ່ໃນວັນທີ 25 ມັງກອນ 2024, ສະແດງໃຫ້ເຫັນຊາກເສດເຫຼືອ ຂອງເຮືອບິນ Ilyushin Il-76 ໃກ້ກັບເມືອງ Yablonovo, ຣັດເຊຍ. ຣັດເຊຍ ແລະ ຢູເຄຣນ ກຳລັງກ່າວຫາກັນ ກ່ຽວກັບການຕົກຂອງເຮືອບິນ ຊຶ່ງມົສກູ ກ່າວວ່າ ກອງກຳລັງຂອງກີຢິບ ຍິງເຮືອບິນຕົກ. (ຄະນະກຳມະການສືບສວນຂອງຣັດເຊຍ ໂດຍຜ່ານ ອົງການຂ່າວເອພີ)
ຮູບນີ້ຖືກເຜີຍແຜ່ໃນວັນທີ 25 ມັງກອນ 2024, ສະແດງໃຫ້ເຫັນຊາກເສດເຫຼືອ ຂອງເຮືອບິນ Ilyushin Il-76 ໃກ້ກັບເມືອງ Yablonovo, ຣັດເຊຍ. ຣັດເຊຍ ແລະ ຢູເຄຣນ ກຳລັງກ່າວຫາກັນ ກ່ຽວກັບການຕົກຂອງເຮືອບິນ ຊຶ່ງມົສກູ ກ່າວວ່າ ກອງກຳລັງຂອງກີຢິບ ຍິງເຮືອບິນຕົກ. (ຄະນະກຳມະການສືບສວນຂອງຣັດເຊຍ ໂດຍຜ່ານ ອົງການຂ່າວເອພີ)

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ ໄດ້​ພົບ​ປະ​ກັນ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນ​ກອງ​ປະຊຸມ​ສຸກ​ເສີນ​ ຕາມ​ຄຳ​ຮ້ອງ​ຂໍ​ຂອງຣັດ​ເຊຍ, ລຸນຫລັງ​ເຮືອບິນ​ຂົນ​ສົ່ງ​ທະ ຫານຣັດ​ເຊຍ ​ຕົກ​ຢູ່​ໃກ້ກັບ​ຊາຍ​ແດນຣັດ​ເຊຍ-ຢູ​ເຄຣນ. ທັງ​ສອງ​ຝ່າຍ​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ.

ຫົວ​ໜ້າ​ດ້ານ​ການ​ເມືອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ ທ່ານນາງ ໂຣສເມຣີ ດີຄາໂລ (Rosemary DiCarlo) ກ່າວ​ວ່າ ອົງ​ການ​ດັ່ງ​ກ່າວ​ບໍ່​ຢູ່​ໃນຖານະ​ທີ່​ຈະ​ກວດ​ສອບ​ສະຖານະ​ການ ທີ່​ກ່ຽວ​ຂ້ອງກັບ​ອຸ​ປະ​ຕິ​ເຫດຄັ້ງນີ້​ໄດ້.

ທ່ານນາງກ່າວວ່າ “ສິ່ງ​ທີ່​ເປັນ​ທີ່​ຈະ​ແຈ້ງແມ່ນ ເຫດ​ການ​ດັ່ງກ່າວໄດ້​ເກີດ​ຂຶ້ນ​ໃນ​ສະພາບ​ການຂອງການ​ຮຸກຮານຢູເຄຣນຂອງຣັດ​ເຊຍ ແລະສົງຄາມທີ່ກຳລັງດຳ ເນີນຢູ່. ເພື່ອຫຼີກລ່ຽງບໍ່ໃຫ້ມີການຂະຫຍາຍອອກໄປອີກຕື່ມ, ພວກເຮົາຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຫຼີກລ່ຽງຈາກການກະທໍາ, ຄໍາເວົ້າ ຫຼືການກ່າວຫາ ທີ່ອາດຈະໄປຕື່ມເຊື້ອໄຟ ໃຫ້ຄວາມຂັດແຍ້ງ ທີ່ເປັນອັນຕະລາຍຢູ່ແລ້ວ."

ມົ​ສ​ກູ ໄດ້​ກ່າວ​ຫາ​ກີຢິບ ວ່າ​ ​ຍິງ​ເຮືອ​ບິນທີ່ຕົກໃນ​ວັນ​ພຸດທີ່ຜ່ານມາ ຢູ່​ໃນ​ຂົງ​ເຂດ ເບລໂກຣອດ (Belgorod). ຣັດ​ເຊຍ​ກ່າວ​ວ່າ ເຮືອບິນລຳນີ້​ ​ບັນທຸກຜູ້ໂດຍສານ 74 ຄົນ, ​ໃນ​ນັ້ນ​ລວມມີຊະເລີຍເສິກຊາວຢູເຄຣນ 65 ຄົນ​ ເຊິ່ງຈະເປັນສ່ວນນຶ່ງຂອງ​ການ​ແລກປ່ຽນຊະເລີຍ.

"ຊະເລີຍເສິກຊາວຢູເຄຣນ ໄດ້ຖືກສົ່ງໄປພາກພື້ນ ເບລໂກຣອດ ເພື່ອດໍາເນີນການແລກປ່ຽນອີກຄັ້ງ ຕາມທີ່ໄດ້ຕົກລົງກັນ ລະຫວ່າງ ມົສກູ ແລະ ກີຢິບ," ລັດຖະມົນຕີການຕ່າງປະເທດ ທ່ານ ເຊີເກ ລາວຣອຟ (Sergey Lavrov) ກ່າວໃນວັນພຸດ ທີ່ນະຄອນນິວຢອກ ບ່ອນທີ່ທ່ານກໍາລັງເຂົ້າຮ່ວມກອງປະຊຸມຂອງສະຫະປະຊາຊາດ. “ແທນ​ທີ່​ຈະເຮັດແບບ​ນີ້, ຝ່າຍ​ຢູ​ເຄຣນ​ໄດ້​ຍິງ​ລູກ​ສອນ​ໄຟ​ປ້ອງ​ກັນ​ໄພທາງ​ອາກາດ​ຈາກ​ພາກ​ພື້ນ ຄາກິຟ (Kharkiv). ມັນໄດ້ແນເປົ້າໃສ່ເຮືອບິນ ແລະໄດ້ເປັນການໂຈມຕີທີ່ຮ້າຍແຮງ.”

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ ກຳລັງ​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ຂອງ​ນາໆ​ຊາດ ​ເພື່ອໃຫ້ຄວາມຈິງປາກົດຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG