ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ຂອງ ສປຊ ຮຽກຮ້ອງ ໃຫ້ປ່ອຍຕົວຜູ້ຖືກຄຸມຂັງ ແລະຍຸຕິການໃຊ້ຄວາມຮຸນແຮງ ໃນມຽນມາ


ຊາຍຜູ້ນຶ່ງຍົກມື 3 ນິ້ວຂຶ້ນເພື່ອເປັນການຄໍານັບໃນຂະທີ່ຂີ່ລົດຜ່ານ ຢາງລົດທີ່ຖືກເຜົາໄໝ້ຢູ່ຂະນະທີ່ມີການປະທ້ວງໃນນະຄອນມັນດາເລ ເພື່ອຄັດຄ້ານການກໍ່ລັດຖະປະຫານ
ຊາຍຜູ້ນຶ່ງຍົກມື 3 ນິ້ວຂຶ້ນເພື່ອເປັນການຄໍານັບໃນຂະທີ່ຂີ່ລົດຜ່ານ ຢາງລົດທີ່ຖືກເຜົາໄໝ້ຢູ່ຂະນະທີ່ມີການປະທ້ວງໃນນະຄອນມັນດາເລ ເພື່ອຄັດຄ້ານການກໍ່ລັດຖະປະຫານ

ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປ່ອຍຕົວຜູ້ຖືກຄຸມຂັງທຸກຄົນໃນມຽນມາຢ່າງຮີບດ່ວນ, ໃນນັ້ນມີທີ່ປຶກສາຂອງລັດຖະບານ, ທ່ານນາງອອງຊານ ຊູຈີ ແລະປະທານາທິບໍດີວິນ ມິນທ໌ (Win Myint), ແລະຍຸຕິການໃຊ້ຄວາມຮຸນແຮງ.

ຢູ່ໃນຖະແຫຼງການສະບັບນຶ່ງໃນວັນພະຫັດວານນີ້, ສະພາດັ່ງກ່າວໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະຖານະການທີ່ຊຸດໂຊມລົງຢ່າງໄວວາ ໃນປະເທດມຽນມາ ແລະໄດ້ກ່າວປະນາມຢ່າງໜັກ ຕໍ່ການໃຊ້ກຳລັງຮັກສາຄວາມປອດໄພ ແລະຕຳຫຼວດ ຢ່າງຮຸນແຮງ ຕໍ່ຜູ້ປະທ້ວງເພື່ອປະຊາທິປະໄຕ ແບບ
ສະຫງົບ ແລະ ການເສຍຊີວິດຂອງພົນລະເຮືອນຫຼາຍຮ້ອຍຄົນ, ລວມທັງແມ່ຍິງແລະເດັກນ້ອຍ.

ສະພາດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ທະຫານ “ໃຊ້ຄວາມອົດກັ້ນທີ່ສຸດ” ແລະໃນທຸກດ້ານເພື່ອ “ຫລີກລ້ຽງການໃຊ້ຄວາມຮຸນແຮງ.”

ສະພາຄວາມໝັ້ນຄົງຍັງໄດ້ກ່າວຢໍ້າອີກເຖິງຄວາມຈຳເປັນຂອງການເຄົາລົບສິດທິມະນຸດຢ່າງເຕັມສ່ວນ ແລະການສະແຫວງຫາທາງ "ສົນທະນາແລະການປະນິປະນອມດີກັນ ທີ່ສອດຄ່ອງກັບຄວາມປາດຖະໜາ ແລະຜົນປະໂຫຍດຂອງປະ ຊາຊົນມຽນມາ."

ທະນາຍຄວາມຂອງທ່ານນາງ ກ່າວໃນວັນພະຫັດວານນີ້ວ່າ ທ່ານນາງອອງຊານຊູຈີ ຜູ້ນຳທີ່ແທ້ຈິງຂອງມຽນມາຖືກກ່າວຫາວ່າ ລະເມີດກົດໝາຍຮັກສາຄວາມລັບ ທີ່ໄດ້ກໍານົດອອກມາ ແຕ່ສະໄໝທີ່ປະເທດນັ້ນ ເປັນຫົວເມືອງຂຶ້ນພຸ້ນ. ມັນເປັນການກ່າວຫາທີ່ຮ້າຍແຮງທີ່ສຸດຕໍ່ທ່ານນາງນັບຕັ້ງແຕ່ມີການກໍ່ລັດຖະປະຫານໃນວັນທີ 1 ກຸມພາເປັນຕົ້ນມາ.

ທ່ານນາງຊູຈີ ແລະປະທານາທິບໍດີວິນ ມິນທ໌, ບັນດາສະມາຊິກອື່ນໆຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງຊູຈີ ໄດ້ຖືກກັກຂັງຕັ້ງແຕ່ມີການກໍ່ລັດຖະປະຫານເປັນຕົ້ນມາ.

ທ່ານນາງໄດ້ຖືກກ່າວຫາວ່າ ລະເມີດລະບຽບການປ້ອງກັນພະຍາດໂຄວິດ-19 ແລະມີວິທຸຍະມືຖື 6 ໜ່ວຍຢູ່ໃນຄອບຄອງ.

ທ່ານ ຄິນ ມອງ ຊໍ (Khin Maung Zaw), ທະນາຍຄວາມຂອງທ່ານນາງ ກ່າວຕໍ່ອົງການຂ່າວຣອຍເຕີສ໌ ໃນວັນພະຫັດວານນີ້ວ່າ ທ່ານນາງຊູຈີ, ລັດຖະມົນຕີຂອງ 3 ກະຊວງໃນຄະນະລັດຖະບານຂອງທ່ານນາງ ແລະທ່ານ ສອນ ເທແນລ (Sean Turnell), ທີ່ປຶກສາດ້ານເສດຖະກິດຊາວອອສເຕຣເລຍ ໄດ້ຖືກກ່າວຫາໃນນຶ່ງອາທິດຜ່ານມາພາຍໃຕ້ກົດໝາຍຮັກສາຄວາມລັບ. ຖ້າຖືກຕັດສິນລົງໂທດ, ພວກເຂົາເຈົ້າຈະປະເຊີນກັບການຕິດຄຸກເຖິງ 14 ປີ. ທ່ານມິນ ມິນ ໂຊ (Min Min Soe) ທີ່ເປັນທະນາຍຄວາມຂອງທ່ານນາງກ່າວວ່າ ທ່ານນາງ ຊູຈີ ໄດ້ປາກົດໂຕໃນວີດີໂອເພື່ອເຂົ້າຮ່ວມການຮັບຟັງຄະດີໃນວັນພະຫັດວານນີ້ ແລະເບິ່ງຄືວ່າມີສຸຂະພາບແຂງແຮງດີ.

ໂຄສົກຂອງລັດຖະບານບໍ່ໄດ້ຕອບໂທລະສັບຈາກອົງການຂ່າວຣອຍເຕີສ໌ ເພື່ອຂໍຄຳເຫັນນັ້ນແຕ່ຢ່າງໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG