ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງ ໃຫ້ຢຸດຍິງ ໃນທັນທີ ຢູ່ເຂດກາຊາ (ສະໄລດ໌/ວີດີໂອ)


ຊາວປາແລສໄຕນ໌ ຊອກຫາຜູ້ເສຍຊີວິດ ໃນຂະນະທ່ີລົດດຸດ ຂຸດຄົ້ນຢູ່ກ້ອງຊາກຫັກພັງ ຂອງເຮືອນຫ໌ັງນຶ່ງ ທີ່ຕຳຫຼວດ ກ່າວວ່າ ຖືກທຳລາຍ ຈາກການໂຈມຕີທາງອາກາດຂອງອິສຣາແອລ ໃນ ເມືອງ Khan Younis ໃນເຂດກາຊາ ວັນທີ 21ກໍລະກົດ2014.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​
ຍິງ​ໃນ​ທັນທີ ​ຢູ່​ເຂດ​ກາຊາ ​ແລະ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ ​ກ່ຽວ​
ກັບ​ການ​ເພີ່ມ​ທະວີຄວາມ​ຮຸນ​ແຮງ​ຂຶ້ນ ​ໃນ​ຂະນະ​ທີ່​ອິສຣາ​ແອ​ລ
ທຳ​ການ​ກົດ​ດັນ​ດ້ວຍ ການໂຈມ​ຕີ​ທາງ​ອາກາດ​ແລະ​ການ​ບຸກລຸກ
​ທາງ​ພາກ​ພື້ນ​ດິນ​ຕໍ່​ພວກ​ຫົວ​ຮຸນ​ແຮງຮາ​ມັສນັ້ນ.

ສະພາ​ດັ່ງກ່າວ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ​ໃນ​ແລງ​ວັນ​ອາທິດ
​ວານ​ນີ້ ຫຼັງ​ຈາກ​ເປີດ​ປອງ​ປະຊຸມ​ສຸກ​ເສີນ​ຂຶ້ນ ທີ່​ເອກ​ອັກຄະ​ລັດຖະ
ທູດ Rwanda ​ແລະ​ປະທານ​ສະພາ​ຄວາມ​ໝັນ​ຄົງ​ຊຸດ​ປັດຈຸບັນ
ທ່ານ Eugene Gasana ​ເອີ້ນ​ວ່າ “​ເຄ່ັງ​ຂຶມ.” ສະພາຄວາມ​ໝັ້ນ
ຄົງ ​ໄດ້​ເນັ້ນເຖິງ​ຄວາມ​ຈຳ​ເປັນ​ເພື່ອ​ປັບປຸງ​ສະຖານະ​ການ​ດ້ານ​ມະ
ນຸດສະທຳ​ໃຫ້​ດີ​ຂຶ້ນ ຮວມທັງ​ການ​ປົກ​ປ້ອງ​ພວກ​ພົນລະ​ເຮືອນ​ນຳ.

ວັນ​ອາທິດ​ວານ​ນີ້ ​ເປັນ​ມື້​ທີ່​ມີ​ຜູ້​ຄົນ​ເສຍ​ຊີວິດ​ຫຼາຍ​ທີ່​ສຸດ ນັບ​ແຕ່​ວິ​ກິດ​ການ​ໄດ້​ເລີ້​ມຂຶ້ນເປັນ​ເວລາ​ເກືອບ 2 ສັບປະດາມາ​ແລ້ວນັ້ນ. ການ​ສູ້​ລົບ​ກັນ​ໄດ້​ເຮັດ​ໃຫ້​ພວກ​ປາ​ແລ​ສ​ໄຕ​ນ໌ ຢ່າງ​ໜ້ອຍ 65 ຄົນເສຍ​ຊີວິດ ​ແລະ​ທະຫານ​ອິສຣາ​ແອ​ລ 13 ຄົນ ​ເສຍ​ຊີວິດ ຮວມທັງ​ພົນລະ
ເມືອ​ງ​ອະ​ເມຣິກາ 2 ຄົນ​ນຳ.

ທ່ານ Ruyad Mansour ​ເອກ​ອັກຄະ​ລັດຖະທູດ​ປາ​ແລ​ສ​ໄຕ​ນ໌ ປະຈຳສະຫະ​ປະຊາ​
ຊາດ ກ່າວ​ວ່າ ທາງ​ຝ່າຍ​ຂອງ​ທ່ານ​ໄດ້​ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ​ ​ສະພາ​ຄວາມ​ໝັ້ນຄົງ​ຈະ
​ຮັບ​ຜ່ານ​ມະຕິ ປະນາມ​ການ​ບຸກບຸກ​ໂຈມ​ຕີ​ຕໍ່​ພວກ​ປະຊາຊົນ​ຂອງ​ຕົນ ​ແລະ​ຮຽກຮ້ອງ​
ໃຫ້​ມີ​ການ​ປົກ​ປ້ອງ​ພວກ​ປະຊາຊົນ​ຂອງ​ຕົນ​ໂດຍ​ທັນທີ.


ທ່ານ Mansour ກ່າວ​ວ່າ “ການ​ທີ່ວ່າ ສະພາ​ຄວາມ​ໝັ້ນຄົງ​ໄດ້​ຕົກລົງ​ເຫັນ​ດີ​ນຳ​
ປັດ​ໄຈ​ຕ່າງໆ ທີ່​ທ່ານ​ປະທານ​ໄດ້​ອ່ານ​ໃຫ້​ທ່ານ​ຟັງ​ນັ້ນ ​ແມ່ນ​ເປັນ​ການ​ທົດ​ສອບ
​ອັນ​ນຶ່ງສຳລັບ​ອິສຣາ​ແອ​ລ ວ່າ​ພວກ​ເຂົາ​ເຈົ້າ​ຈະ​ປະຕິບັດ​ຕາມ​ປັດ​ໄຈ​ຕ່າງໆ​
ເຫຼົ່າ​ນີ້ທັງ​ໝົດ ຫຼື​ບໍ? ​ແລະ​ຢຸດ​ການ​ບຸກລຸກໂຈມ​ຕີຕໍ່​ປະຊາຊົນ​ຂອງ​ພວກ​ເຮົາ
ຫຼື​ບໍ?

israelpalestinians21july14
please wait

No media source currently available

0:00 0:03:25 0:00

ທ່ານ Ron Prosor ​ເອກ​ອັກຄະ​ລັດຖະທູດ​ອິສຣາ​ແອ​ລ ປະຈຳ​ສະຫະປະຊາ​ຊາດ
ກ່າວ ​ກ່ອນ​ກອງ​ປະຊຸມອັດ​ລົງ ວ່າ ຊ່ອງ​ທາງ​ດຽວ​ທີ່ການ​ປະຕິບັດ​ງານ​ທາງ​ທະຫານ​ຂອງອິສຣາ​ແອ​ລ ຈະ​ຍຸດຕິ​ລົງ​ນັ້ນ ​ກໍແມ່ນ​ ​ການ​ຍິງ​ຈະ​ຫຼວດທັງ​ໝົດ​ຈາກ​ເຂດ​ກາ​ຊາ​
ມາ​ໃສ່​ອິສຣາ​ແອ​ລນັ້ນ ຕ້ອງ​ຍຸດຕິ​ລົງ​ເສຍ​ກ່ອນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກຳລັງ​ເດີນທາງ​ໄປ​ຍັງ
ນະຄອນຫຼວງ​ໄຄ​ໂຣ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ພົບ​ປະ​ກັບ​ອີ​ຈິບ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ
​ອາວຸ​ໂສຂອງ​ອີ​ຈິບ ກ່ຽວ​ກັບ​ສະຖານະ​ການ​ໃນ​ເຂດ​ກາ​ຊາ​ນັ້ນ. ທ່ານ​ນາງ Jen Psaki ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ສະຫະລັດ​ແລະ​ພວກ​ປະ​ເທດ
ພາຄີ​ຂອງ​ຕົນ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ ຄວາມ​ສ່ຽງ​ທີ່​ວ່າສະຖານະ​ການຈະ​ຮຸນ​ແຮງ
ຂຶ້ນ​ຕື່ມ​ອີກນັ້ນ.

Obama Prepared to Send Kerry to Middle East for Talks on Gaza
please wait

No media source currently available

0:00 0:02:40 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG