ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງກຳລັງ ຊີເຣຍ ພວມບຸກ ຄືບໜ້າ ໃນເມືອງ ດາຣາ


ເດັກນ້ອຍຂີ່ລົດບັນທຸກ ພ້ອມກັບສິ່ງຂອງ ໃນເຂດຊົນນະບົດ ແຂວງດາຣາ, ປະເທດ ຊີເຣຍ. 22 ມິຖຸນາ, 2018.
ເດັກນ້ອຍຂີ່ລົດບັນທຸກ ພ້ອມກັບສິ່ງຂອງ ໃນເຂດຊົນນະບົດ ແຂວງດາຣາ, ປະເທດ ຊີເຣຍ. 22 ມິຖຸນາ, 2018.

ກອງກຳລັງຕ່າງໆຂອງ ຊີເຣຍ ໄດ້ບຸກຄືບໜ້າເຂົ້າໄປໃນເຂດຂອງພວກຕໍ່ຕ້ານລັດຖະ
ບານທີ່ແຂວງ ດາຣາ, ເຊິ່ງເປັນໄຊຊະນະຄັ້ງທຳອິດຂອງເຂົາເຈົ້ານັບຕັ້ງແຕ່ວັນອັງຄານ
ທີ່ຜ່ານມາ.

ລາຍງານຕ່າງໆໂດຍສື່ມວນຊົນລັດຖະບານ ແລະ ນັກເຄື່ອນໄຫວຝ່າຍຄ້ານເມື່ອວັນ
ເສົາວານນີ້ໄດ້ກ່າວວ່າ ການລະດົມຍິງ ແລະ ການປະທະກັນ ແມ່ນໄດ້ເພັ່ງເລັງໃສ່
ເຂດຊົນນະບົດ ທີ່ຕັ້ງຢູ່ທາງພາກຕາເວັນອອກ ຂອງແຂວງ ດາຣາ ແລະ ທາງກໍ້າຕາ
ເວັນຕົກຂອງແຂວງ ສເວດາ ທີ່ຕັ້ງຢູ່ໃກ້ຄຽງ.

ນີ້ແມ່ນວັນທີຫ້າຂອງຄວາມເຄັ່ງຕຶງ ທີ່ພົບວ່າກອງກຳລັງ ຊີເຣຍ ໄດ້ ຍຶດເອົາໝູ່ບ້ານ
ສອງແຫ່ງໃນແຂວງ ດາຣາ, ເຊິ່ງແມ່ນບ້ານ ອາລ-ບຸສຕານ ແລະ ອາລ-ຊູມາຣີຢາ ໃນ
ຕົ້ນສັບປະດາແລ້ວນີ້.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ໄດ້ກ່າວວ່າ ພົນລະເຮືອນ 18 ຄົນໄດ້ເສຍຊີວິດ,
ພ້ອມກັບກອງກຳລັງລັດຖະບານ 13 ຄົນ ແລະ ພວກນັກຮົບຕໍ່ຕ້ານລັດຖະບານຢ່າງ
ໜ້ອຍສິບຄົນ ນັບຕັ້ງແຕ່ການຕໍ່ສູ້ໄດ້ເລີ່ມຂຶ້ນ.

ນອກນັ້ນໃນວັນເສົາວານນີ້, ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌
ພອມພຽວ ໄດ້ພົບປະກັບເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕ
ນີໂອ ກູເຕເຣັສ ໃນນະຄອນຫຼວງ ວໍຊິງຕັນ. ໂຄສົກກະຊວງການຕ່າງປະເທດທ່ານນາງ
ເຮເທີ ນາວເອີດ ໄດ້ກ່າວວ່າ ທັງສອງທ່ານໄດ້ຕົກລົງກັນທີ່ຈະໃຫ້ບູລິມະສິດສູງສຸດແກ່
ການຊ່ວຍເຫຼືອດ້ານມະນຸດສະທຳໃນ ຊີເຣຍ, ເຊັ່ນດຽວກັບໃນປະເທດ ເຢເມນ.

ເລຂາທິການໃຫຍ່ອົງການ ສະຫະລັດ ປະຊາຊາດ ທ່ານ ແຕນໂຕນີໂອ ກູເຕເຣັສ ປະກາດຖະແຫຼງການຫຼັງຈາກກ່າວຄຳປາໄສ.
ເລຂາທິການໃຫຍ່ອົງການ ສະຫະລັດ ປະຊາຊາດ ທ່ານ ແຕນໂຕນີໂອ ກູເຕເຣັສ ປະກາດຖະແຫຼງການຫຼັງຈາກກ່າວຄຳປາໄສ.

ທ່ານ ກູເຕເຣັສ ຍັງໄດ້ອອກຖະແຫຼງການຕ່າງຫາກ ກ່ຽວກັບ ຊີເຣຍ, ທີ່ເວົ້າວ່າ ທ່ານ
“ມີຄວາມເປັນຫ່ວງຢ່າງຍິ່ງ ກັບຄວາມເຄັ່ງຕຶງທາງທະຫານໃນປັດຈຸບັນນີ້, ລວມທັງ
ການຕໍ່ສູ້ທາງພາກພື້ນດິນ ແລະ ການຖິ້ມລະເບີດທາງອາກາດ, ໃນພາກຕາເວັນຕົກ
ສຽງໃຕ້ຂອງ ຊີເຣຍ.

ຖະແຫຼງການກ່າວວ່າ “ການໂຈມຕີໄດ້ສົ່ງຜົນໃຫ້ພົນລະເຮືອນຫຼາຍພັນຄົນບໍ່ມີທີ່ຢູ່ອາ
ໄສ, ເຊິ່ງຄົນສ່ວນຫຼາຍໃນນັ້ນ ໄດ້ຍ້າຍຂຶ້ນໄປສູ່ເຂດຊາຍແດນຕິດກັບປະເທດ ຈໍແດັນ.
ທ່ານເລຂາທິການໃຫຍ່ຍັງເປັນຫ່ວງ ກ່ຽວກັບ ຄວາມສ່ຽງຢ່າງຫຼວງຫຼາຍຈາກການຕໍ່ສູ້
ພວກນີ້ ຕໍ່ຄວາມປອດໄພໃນພາກພື້ນ.”

ທ່ານ ກູເຕເຣັສ ໄດ້ຮຽກຮ້ອງ “ໃຫ້ຢຸດຄວາມເຄັ່ງຕຶງທາງທະຫານໃນປັດຈຸບັນໂດຍທັນ
ທີ ແລະ ໄດ້ຮຽກຮ້ອງໃຫ້ທຸກຝ່າຍ ເຄົາລົບພັນທະຂອງເຂົາເຈົ້າ ພາຍໃຕ້ກົດໝາຍສາ
ກົນ ແລະ ກົດໝາຍມະນຸດສະທຳສາກົນ, ຮວມທັງການປົກປ້ອງພົນລະເຮືອນ ແລະ
ພື້ນຖານໂຄງລ່າງພົນລະເຮືອນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG