ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລຂາທິການໃຫຍ່ ສປຊ ເປັນຫ່ວງ ຕໍ່​ການ​ໃຊ້ກໍາລັງ ​ທະຫານ ທີ່ເພີ້​ມຂຶ້ນ​ ໃນຊີເຣຍ


ພວກເດັກນ້ອຍໃນເມືອງ ດາຣາ ຊີເຣຍ ພາກັນຂີ່ລົດບັນທຸກໄປທັງຫອບເຄື່ອງຂອງ ຂອງພວກເຂົາເຈົ້າໄປນໍາ ໃນວັນທີ 22 ມິຖຸນາ, 2018.
ພວກເດັກນ້ອຍໃນເມືອງ ດາຣາ ຊີເຣຍ ພາກັນຂີ່ລົດບັນທຸກໄປທັງຫອບເຄື່ອງຂອງ ຂອງພວກເຂົາເຈົ້າໄປນໍາ ໃນວັນທີ 22 ມິຖຸນາ, 2018.

ເລຂາທິການໃຫຍ່​ສະຫະ​ປະຊາ​ຊາດ ທ່ານແອນ​ໂຕ​ນິ​ໂອ ກຸດ​ເຕ​ເຣສ໌ “ມີ​ຄວາມ​ເປັນ​ຫ່ວງ
​ທີ່​ສຸດຕໍ່​ການ​ໃຊ້ກໍາລັງທາງ​ທະຫານທີ່ເພີ້​ມຂຶ້ນ​ຫວ່າງ​ມໍ່ໆ​ມາ​ນີ້ ຮວມທັງ​ການ​ໂຈມ​ຕີ​ທາງ
​ພາກ​ພື້ນ​ດິນ ​ແລະ​ໂຈມຕີ​ທາງ​ອາກາດ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ ສຽງໃຕ້ຂອງ​ຊີ​ເຣຍ” ອີງ​
ຕາມ​ຖະ​ແຫຼ​ງການ​ຂອງ​ໂຄສົກ​ຂອງ​ທ່ານ.

ເລຂາທິການໃຫຍ່​ສະຫະ​ປະຊາ​ຊາດ ທ່ານແອນ​ໂຕ​ນິ​ໂອ ກຸດ​ເຕ​ເຣສ໌.
ເລຂາທິການໃຫຍ່​ສະຫະ​ປະຊາ​ຊາດ ທ່ານແອນ​ໂຕ​ນິ​ໂອ ກຸດ​ເຕ​ເຣສ໌.

​ຖະ​ແຫຼ​ງການສະບັບດັ່ງ​ກ່າວເວົ້າ​ວ່າ “ການ​ໂຈມ​ຕີ​ໄດ້​ເປັນ​ຜົນເຮັດໃຫ້ພົນ​ລະ​ເຮືອນ​ຫຼາຍ​
ພັນ​ຄົນອົບພະຍົບຫລົບໜີຈາກ​ທີ່ຢູ່​ອາ​ໄສຊຶ່ງຄົນສ່ວນ​ໃຫຍ່​ໄດ້​ພາກັນ​ໜີ​ໄປຍັງ​ຊາຍ​ແດນ​ປະເທດຈໍ​ແດນ. ​ທ່ານເລຂາທິການໃຫຍ່​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ຕໍ່​ຄວາມ​ສ່ຽງ​ທີ່​ຫລວງ
ຫລາຍທີ່​ການ​ໂຈ​ມຕີ​ເຫລົ່າ​ນີ້ມີ​ຕໍ່​ຄວາມ​ໝັ້ນຄົງ​ຢູ່​ໃນ​ຂົງ​ເຂດ.”

ທ່ານ​ກຸດ​ເຕ​ເຣສ໌ ​ໄດ້​ຮຽກ​ຮ້ອງ​ໃຫ້ “ຢຸດຕິດ​ການປະຕິດບັດການທາງ​ທະຫານທີ່ເພີ້​ມຂຶ້ນ

ໃນປັດຈຸບັນ ​ແລະ​ຮຽກຮ້ອງໃຫ້​ທຸກ​ພັກ​ຝ່າຍໃຫ້ນັບຖື​ຄວາມໝັ້ນໝາຍ ຂອງຕົນ ທີ່ຢູ່ພາຍ​
ໃຕ້​ກົດ​ໝາຍ​ວ່າດ້ວຍມະນຸດສະທໍາ​ສາກົນ ຮວມທັງການປົກ​ປ້ອງ​ພົນລະ​ເຮືອນ ​ແລະ​ໂຄງ​ຮ່າງພື້ນຖານຂອງ​ພົນລະ​ເຮືອນ.”

ຈໍແດນ ເປັນຄົນກາງໃນການເຊັນຂໍ້​ຕົກລົງ​ຢຸດ​ຍິງ​ຢູ່​ພາກ​ໃຕ້​ຊິ​ເຣຍ ລະຫວ່າງ​ສະຫະລັດ ​ແລະຣັດຊຍ​ ​ໃດເດືອນ​ກໍລະກົດ ປີ 2017 ທີ່ຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG