ວ່າມີ “ຂໍ້ມູນຫລັກຖານທີ່ສົມເຫດສົມຜົນ” ທີ່ສະແດງວ່າໄດ້ມີ
ການນໍາໃຊ້ອາວຸດເຄມີ ໃນຈໍານວນຈໍາກັດຢູ່ໃນຊີເຣຍ.
ກໍາມາທິການສືບສວນສອບສວນກ່ຽວກັບຊີເຣຍ ຂອງສະຫະ
ປະຊາຊາດ ໄດ້ນໍາສະເໜີ ລາຍງານດັ່ງກ່າວ ຕໍ່ສະພາສິດທິ
ມະນຸດໃນວັນອັງຄານມື້ນີ້. ແຕ່ປະທານກໍາມາທິການທ່ານ
Paulo Piherio ບອກກັບພວກນັກຂ່າວວ່າ ເວລານີ້ ຍັງບໍ່
ສາມາດທີ່ຈະໃຫ້ການຢືນຢັນໄດ້ຢ່າງຄັກແນ່ວ່າເປັນອາວຸດ
ເຄມີ ຊະນິດໃດແລະແມ່ນຜູ້ໃດເປັນຄົນນໍາໃຊ້ມັນ.
ທ່ານ Pinherioກ່າວວ່າ:“ມີຂໍ້ມູນຫລັກຖານທີ່ສົມເຫດສົມຜົນ ທີ່ພາໃຫ້ເຊື່ອໄດ້ວ່າໄດ້
ມີການນໍາໃຊ້ເຄມີ ທີ່ເປັນພິດໃນຈໍານວນຈໍາກັດ. ແຕ່ວ່າ ຈາກຫຼັກຖານທີ່ມີນັ້ນ
ເຮົາບໍ່ສາມາດບົ່ງຊີ້ໄດ້ຢ່າງຄັກແນ່ກ່ຽວກັບອາວຸດເຄມີທີ່ຖືກນໍາໃຊ້ຕະຫລອດທັງ
ວິທີໃຊ້ ຫຼືແມ່ນແຕ່ພວກທີ່ໃຊ້ນັ້ນ. ແລະກໍຍັງມີເຫດການທໍານອງນີ້ອີກຫລາຍໆ
ເຫດການ ທີ່ຍັງຢູ່ໃນລະຫວ່າງການສືບສວນຢູ່.”
ລາຍງານຍັງຮຽກຮ້ອງໃຫ້ຊີເຣຍ ອະນຸຍາດໃຫ້ຄະນະສືບສວນຂອງອົງການສະຫະປະຊາ
ຊາດເຂົ້າໄປໃນປະເທດ ເພື່ອທໍາການສືບສວນກ່ຽວກັບການນໍາໃຊ້ອາວຸດເຄມີນັ້ນ.