ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດ ສປຊ ພວມເຈລະຈາ ກັບ ຣັດເຊຍ ເພື່ອຫາທາງ ແກ້ໄຂ ທາງການເມືອງ ຢູ່ ຊີເຣຍ


ທູດ​ພິ​​ເສດ​ຂອງອົງການສະຫະ​ປະຊາ​ຊາດ ຮັບຜິດຊອບກ່ຽວ​ກັບ
​ຊີ​ເຣຍ ທ່ານ Staffan de Mistura ຖະແຫຼງຕໍ່ອົງການສະຫະປະຊາຊາດ ໃນນະຄອນ Geneva, Switzerland, 12 ຕຸລາ, 2015.
ທູດ​ພິ​​ເສດ​ຂອງອົງການສະຫະ​ປະຊາ​ຊາດ ຮັບຜິດຊອບກ່ຽວ​ກັບ ​ຊີ​ເຣຍ ທ່ານ Staffan de Mistura ຖະແຫຼງຕໍ່ອົງການສະຫະປະຊາຊາດ ໃນນະຄອນ Geneva, Switzerland, 12 ຕຸລາ, 2015.

ທູດ​ພິເສດ​ ຂອງອົງການສະຫະ​ປະຊາ​ຊາດ ຮັບຜິດຊອບກ່ຽວ​
ກັບຊີ​ເຣຍທ່ານ Staffan de Mistura ໄດ້​ທຳ​ການ​ເຈລະຈາ
ກັບຣັດ​ເຊຍຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມທີ່​ຈະທຳ
ຄວາມ​ເຂົ້າ​ໃຈ ລະຫວ່າງ ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​ແລະ​ສະ
ຫະລັດ ພ້ອມ​ທັງ​ການ​ດຳ​ເນີນ​ງານ​ເພື່ອກ້າວໄປສູ່ການແກ້ໄຂ
ບັນຫາຂັດແຍ້ງໃນຊີເຣຍ ໂດຍຂັ້ນ​ຕອນ​ທາງ​ການ​ເມືອງ.

ຫຼັງ​ຈາກ​ນັ້ນ ທ່ານ de Mistura ມີ​ແຜນການ​ທີ່​ຈະ​ບິນ​ມາ​ຍັງ
ນະຄອນຫຼວງວໍຊີງຕັນ ເພື່ອເຈລະຈາໂອ້ລົມຢູ່ທີ່ີນີ້. ທ່ານໄດ້
ກ່າວ ໃນການຖະແຫຼງຂ່າວໃນວັນຈັນວານນີ້ ທີ່ນະຄອນເຈນີ
ວາ ວ່າ ໃນຂະນະທີ່ຕໍ່ສູ້ກັບກຸ່ມກໍ່ການຮ້າຍໃນຊີເຣຍ ນັ້ນ ມັນ
ເປັນເລື້ອງສຳຄັນ ແຕ່ກໍມີຄວາມຈຳເປັນ ທີ່ຈະດຳເນີນງານຄວບຄູ່ກັນ ໄປທາງດ້ານການ
ເມືອງ ແລະ ການເຂົ້າພົວພັນກັບພວກທີ່ມີບົດບາດ ໃນຂົງເຂດ ເພື່ອທີ່ຈະແກ້ໄວິກິດການ
ທີ່ໄດ້ເລີ້ມຕັ້ງແຕ່ເດືອນມີນາ 2011 ເປັນຕົ້ນມາ.

ທ່ານ de Mistura ​ໄດ້​ກ່າວ​ວ່າ: “​ຂໍໃຫ້ພວກ​ເຮົາ​ຈົດ​ຈຳ​ໄວ້​ວ່າ ພວກ​ອົບ​ພະຍົບ ໄດ້ໜີ​
ອອກຈາກຊີເຣຍ ແມ່ນກ່ອນກຸ່ມລັດອິສລາມຫຼື ISIS ເຂົ້າຍຶດເອົາເກືອບວ່ານຶ່ງສ່ວນສາມຂອງປະເທດ. ຄວາມຈິງແລ້ວແມ່ນວ່າ ພວກເຂົາເຈົ້າພາກັນໜີຍ້ອນການສູ້ລົບລະຫວ່າງລັດຖະບານ ແລະ ກັບກຸ່ມ ຊຶ່ງໃນຕອນນັ້ນເອີ້ນກຸ່ມດັ່ງກ່າວນີ້ວ່າເປັນ ພວກຕໍ່ຕ້ານລັດຖະ
ບານນັ້​ນ.”

ທ່ານ de Mistura ​ໄດ້​ກ່າວ​ວ່າ ກາ​ນ​ເອົາ​ບາດກ້າວ​ທາງທະຫານ​ຂອງຣັດ​ເຊຍ ນັ້ນ​ແມ່ນ​ໄດ້​ເຮັດໃຫ້​ສະຖານະການຫັນ “ໄປໃນອີກ​ຮູບແບບ​ນຶ່ງ ຢູ່ໃນ​ຊີ​ເຣຍ.” ທ່ານ​ໄດ້​ກ່າວ​ວ່າ ທ່ານມີແຜນການ​ທີ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບການ​ຊ່ອຍ​ກູ້​ໄພທາງ​ການ​ແພດ ຕໍ່​ບັນດາຫຼາຍ​ສິບ​ຄົນທີ່ ໄດ້​ຮັບບາດ​ຈັບ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຊີ​ເຣຍນັ້ນ ພ້ອມ​ທັງ​ບັນຫາ​ຈຳ​ເປັນ​ຢ່າງ​ຮີບ​ດ່ວນ ທີ່​ກ່ຽວຂ້ອງກັບບັນຫາຂັດ​ແຍ້​ງກັນ​ ​ແລະ​ການ​ເພີ້​ມທະວີຄວາມຮ້າຍແຮງ ນັບ​ຕັ້ງ​ແຕ່ຣັດ​ເຊຍ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ ທາງ​ອາກາດ​ມາ​ໄດ້ 2 ສັບປະດາ​ແລ້ວ​ນັ້ນ.

​ໃນ​ວັນ​ຈັນ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງຣັດ​ເຊຍ ທ່ານ Sergei Lavrov
ໄ​ດ້ກ່າວ​ວ່າ ມີຄວາມກ້າວໜ້າກັນແດ່ແລ້ວ ກ່ຽວກັບ​ການ​ປະສານ​ງານ​ກັບ​ທາງ​ວໍ​ຊີງ​ຕັນ
ໃນການສູ້ລົບຢູ່ໃນຊີເຣຍ.

ທ່ານ Lavrov ​ໄດ້​ກ່າວ​ວ່າ: “ພວກ​ເຮົາ​ຍັງ​ບໍ່​ທັນ​ມີມູມມອງ​ກ່ຽວກັບສະຖານະ​ການແບບ​ດຽວ​ກັນ 100 ເປີເຊັນເທື່ອ ໃນຂັ້ນ​ຕອນ​ການ​ປະຕິບັດ​ງານ​ກັບ​ກຸ່ມ​ພາຄີໃນ​ຂົງ​ເຂດ ກັບ​ທາງ​ສະຫະລັດ ​ແລະ​ເພື່ອນຮ່ວມງານອື່ນໆ​ ​ແຕ່​ວ່າ ພວກ​ເຮົາແມ່ນ​ໄດ້​ມີ​ຄວາມ​ຄືບ​ໜ້າ​
ຢ່າງແນ່ນອນ.”

ການ​ເຈລະຈາ​ກັນ​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່ ຊີ​ເຣຍ ​ໄດ້​ປະ​ເຊີນ​ກັບ​ການ​ສູ້ລົບ​ກັນ​ຢ່າງ​ໜັກ​ໃນ
ບໍ່ເທົ່າໃດສັບປະດາມານີ້. ກອງກຳລັງຂອງລັດຖະບານຊີເຣຍໄດ້ບຸກຄືບໜ້າພາຍໃຕ້ການ
ໂຈມຕີທາງອາກາດຂອງຣັດເຊຍ ໃນວັນຈັນວານນີ້ ແລະສະຫະລັດ ໄດ້ຖິ້ມອາວຸດນ້ອຍ ແລະລູກປືນ ຈຳນວນ 50 ໂຕນ ໃຫ້ແກ່ພວກຕໍ່ຕ້ານລັດຖະບານໃນພາກເໜືອຂອງຊີເຣຍ.

Russia Syria
please wait
Embed

No media source currently available

0:00 0:03:19 0:00

XS
SM
MD
LG