ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສ​ປ​ຊ ກ່າວວ່າ ອະດີດ​ສະ​ມາ​ຊິກ ລັດຖະບານ ແລະກອງກໍາລັງລະຫວ່າງປະເທດ ໄດ້ຖືກສັງຫານໄປແລ້ວ ຫຼາຍກວ່າ 100 ຄົນ


ແຟ້ມຮູບ- ທະ​ຫານກອງທັບແຫ່ງຊາດຂອງອັຟການິສຖານທີ່ຫາກໍຮຽນຈົບ ເດີນສວນສະໜາມ ໃນລະຫວ່າງພິທີສໍາເລັດການສຶກສາຂອງພວກເຂົາເຈົ້າ ຫຼັງຈາກໂຄງການການເຝິກອົບຮົມ ທີ່ສະຖາບັນການທະຫານ ໃນນະຄອນຫຼວງກາບູລ, ປະເທດອັຟການິສຖານ, ວັນທີ 29 ພະຈິກ 2020.
ແຟ້ມຮູບ- ທະ​ຫານກອງທັບແຫ່ງຊາດຂອງອັຟການິສຖານທີ່ຫາກໍຮຽນຈົບ ເດີນສວນສະໜາມ ໃນລະຫວ່າງພິທີສໍາເລັດການສຶກສາຂອງພວກເຂົາເຈົ້າ ຫຼັງຈາກໂຄງການການເຝິກອົບຮົມ ທີ່ສະຖາບັນການທະຫານ ໃນນະຄອນຫຼວງກາບູລ, ປະເທດອັຟການິສຖານ, ວັນທີ 29 ພະຈິກ 2020.

ເລຂາທິການໃຫຍ່​ແຫ່ງອົງການສະຫະປະຊາຊາດ ທ່ານແອນໂທນິໂອ ກູເຕເຣສ ກ່າວວ່າ ອົງການສະຫະປະຊາຊາດໄດ້ຮັບ “ຂໍ້ຫາທີ່ໜ້າເຊື່ອຖື” ວ່າ ອະດີດສະ ມາຊິກລັດຖະບານຂອງອັຟການິສຖານຫຼາຍກວ່າ 100 ຄົນ, ກອງກໍາລັງຄວາມໝັ້ນຄົງ ແລະຜູ້ທີ່ປະຕິບັດງານ ໃຫ້ແກ່ກອງກໍາລັງລະຫວ່າງປະເທດ ໄດ້ຖືກສັງ ຫານ ນັບຕັ້ງແຕ່ກຸ່ມຕາລິບານເຂົ້າຢຶດຄອງປະເທດໃນວັນທີ 15 ສິງຫາ ໃນປີທີ່ແລ້ວ.

ໃນລາຍງານທີ່ໄດ້ຮັບໃນມື້ວັນອາທິດວານນີ້ໂດຍອົງການຂ່າວເອ​ພີ, ທ່ານ ກູເຕເຣສ ກ່າວວ່າ “ຫຼາຍກວ່າ ສອງສ່ວນສາມ” ຂອງພວກ​ເຄາະ​ຮ້າຍ ແມ່ນ​ມີ​ການ​ກ່າວຫາທີ່ວ່າ ເປັນຜົນມາຈາກການ​ສັງ​ຫານ​ແບບ​ຮວມ​ຮັດ​ຕັດ​ຕອນໂດຍກຸ່ມຕາລິບານ ຫຼືເຄືອ​ຂ່າຍຂອງພວກເຂົາ, ເຖິງແມ່ນວ່າ ການປະກາດຂອງກຸ່ມຕາລິບານກ່ຽວກັບ “ການໃຫ້ນິລະໂທດກໍາທົ່ວໄປ” ສໍາລັບຜູ້ໃດກໍຕາມທີ່ເປັນພັນທະມິດກັບອະດີດລັດຖະບານ ແລະກອງກໍາລັງປະສົມ ທີ່ນໍາໂດຍສະຫະລັດ.

ຄະນະຜູ້ແທນທາງການເມືອງຂອງສະຫະປະຊາຊາດ ຢູ່ໃນອັຟການິສຖານ ຍັງໄດ້ຮັບ “ການ​ກ່າວຫາທີ່ໜ້າເຊື່ອຖືຕ່າງໆກ່ຽວກັບການ​ສັງ​ຫານ​ແບບ​ຮວມ​ຮັດ​ຕັດ​ຕອນ​ຂອງຢ່າງນ້ອຍ 50 ຄົນ ທີ່ສົງໄສວ່າພົວພັນກັບກຸ່ມ ISIL-KP,” ເຊິ່ງເປັນກຸ່ມຫົວຮຸນແຮງລັດອິສລາມ ທີ່ປະຕິບັດການ ຢູ່ໃນອັຟການິສຖານ, ທ່ານ ກູເຕເຣສ ກ່າວໃນລາຍງານຕໍ່ສະ​ພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ.

ທ່ານກ່າວຕື່ມວ່າ ເຖິງແມ່ນກຸ່ມຕາລິບານ ຈະໃຫ້ການຄ້ຳ​ປະ​ກັນ, ໂຕແທນທາງການເມືອງ​ຂອງອົງການສະຫະປະຊາຊາດ ຍັງໄດ້ຮັບການກ່າວ​ຫາທີ່ໜ້າເຊື່ອຖື “ກ່ຽວກັບການບັງຄັບໃຫ້ຫາຍສາບສູນ ແລະການລະເມີດອື່ນໆທີ່ສົ່ງຜົນກະທົບຕໍ່ຊີວິດ ແລະກຽດ​ສັກ​ສີ​ທາງຮ່າງກາຍ” ຂອງອະດີດ​ສະ​ມາ​ຊິກ ​ຂອງລັດຖະບານ ແລະ​ກຳ​ລັງ​ປະ​ສົມທັງຫຼາຍ.

ທ່ານ ກູເຕເຣສ ກ່າວວ່າ ນັກປົກປ້ອງສິດທິມະນຸດ ແລະຜູ້ທີ່ເຮັດວຽກທາງສື່ມວນຊົນຕ່າງໆ ຍັງຄົງ “ຖືກໂຈມຕີ, ຂົ່ມຂູ່, ຮາ​ວີ​ລົບ​ກວນ, ຈັບກຸມຕາມ​ອຳ​ເພີໃຈ, ປະຕິບັດທີ່ບໍ່ຖືກຕ້ອງ ແລະຖືກສັງຫານ.”

ທ່ານກ່າວວ່າ ມີນັກເຄື່ອນໄຫວຂອງ​ກຸ່ມສັງຄົມພົນລະເຮືອນ 8 ຄົນໄດ້ຖືກສັງ ຫານ, ລວມທັງສາມຄົນຖືກສັງຫານໂດຍກຸ່ມຕາລິບານ ແລະສາມຄົນໂດຍກຸ່ມລັດອິສລາມຫົວຮຸນແຮງ, ໃນນັ້ນ 10 ຄົນໄດ້ຖືກຈັບຊົ່ວຄາວ ເຊິ່ງໄດ້ຖືກທຸບຕີ ແລະຖືກຂົ່ມຂູ່ໂດຍກຸ່ມຕາລິບານ. ນັກຂ່າວສອງຄົນຖືກຂ້າຕາຍ ນຶ່ງຄົນໄດ້ຖືກສັງຫານໂດຍກຸ່ມ​ລັດ​ອິ​ສ​ລາມ ແລະອີກສອງຄົນໄດ້ຮັບບາດເຈັບຈາກພວກຜູ້ຊາຍ​ຕິດ​ອາ​ວຸດ​ທີ່ບໍ່ຮູ້ຊື່.

ເລຂາທິການໃຫຍ່ແຫ່ງອົງການສະຫະປະຊາຊາດກ່າວວ່າ ອົງການສະຫະປະຊາຊາດໄດ້​ຈົດ​ບັນ​ທຶກ 44 ກໍ​ລະ​ນີ ແມ່ນຖືກຈັບຊົ່ວຄາວ, ທຸບຕີ ແລະຂົ່ມຂູ່ ຊຶ່ງ​ໃນ​ນັ້ນ 42 ກໍ​ລະ​ນີ​ ແມ່ນ​ໂດຍ​ກຸ່ມ​ຕາ​ລີ​ບານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG