ອົງການອົບພະຍົບຂອງສະຫະປະຊາຊາດກ່າວວ່າ ຕົນກະປະ
ມານວ່າ ມີອົບພະຍົບຫຼາຍກວ່າ 700,000 ຄົນ ຈະຫລົບໜີໄປ
ຈາກຊູດານໃຕ້ ພາຍໃນທ້າຍປີນີ້ ຄືຫລາຍກວ່າ 2 ເທົ່າທີ່ໄດ້ມີ
ການທຳນາຍໄວ້ ເມື່ອບໍ່ເທົ່າໃດເດືອນທີ່ຜ່ານມານີ້.
ອົງການດັ່ງກ່າວເວົ້າວ່າ ຕົນພວມຊອກຫາເງິນ ຈຳນວນ 650
ກວ່າລ້ານໂດລາ ເພື່ອນຳໄປຊ່ອຍພວກອົບພະຍົບ. ພວກອົບ
ພະຍົບເຫຼົ່ານີ້ແມ່ນພາກັນຫລົບໜີການສູ້ລົບທີ່ໄດ້ລະເບີດຂຶ້ນ
ໃນເດືອນທັນວາປີກາຍ ລະຫວ່າງກຳລັງ ທີ່ຈົງຮັກພັກດີ ຕໍ່ປະ
ທານາທິບໍດີ Salva Kiir ແລະພວກທະຫານທີ່ເປັນພັນທະມິດ
ກັບອະດີດຮອງປະທານາທິບໍດີ Riek Machar.
ຄວາມຮຸນແຮງດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຢ່າງໜ້ອຍ 10,000 ຄົນ.
ອົງການຊ່ອຍເຫຼືອ Save the Children ກ່າວໃນວັນສຸກວານນີ້ວ່າໄດ້ເກີດການລະບາດ ຂອງໂຣກອະຫິວາໃນຊູດານໃຕ້ ທີ່ໄດ້ຕິດແປດຫລາຍກວ່າ 2,600 ຄົນແລະມີຜູ້ເສຍຊີວິດ ໄປແລ້ວ ບໍ່ຕ່ຳກວ່າ 60 ຄົນ ນັບແຕ່ເດືອນພຶດສະພາເປັນຕົ້ນມາ.
ທ່ານນາງ Oliva Zinzan ໂຄສົກຂອງອົງການ Save the Children ກ່າວວ່າ ກໍລະນີໃໝ່ ທີ່ມີການສົງໄສ ແມ່ນໄດ້ຖືກລາຍງານ ໃນແຕ່ລະມື້.