ສະຫະລັດ ໄດ້ສະແດງຄວາມເປັນຫ່ວງເປັນໃຍຄັ້ງໃໝ່ກ່ຽວກັບເກົາຫຼີເໜືອ ຫຼັງຈາກທີ່ໄດ້ມີຮ່ອງຮອຍວ່າ ພຽງຢາງທຳການຟື້ນຟູກິດຈະກຳນິວເຄລຍ ທີ່ສາມາດອຳນວຍໃຫ້ເກົາຫຼີເໜືອ ຜະລິດທາດ plutonium ພຽງພໍສຳລັບເຮັດລະເບີດປະລະມານູໄດ້ນຶ່ງລູກ ໃນແຕ່ລະປີ.
ການປະກາດ ໂດຍສະຖາບັນພະລັງງານປະລະມານູເກົາຫຼີເໜືອ ໃນການຕອບຄຳຖາມ ຢ່າງເປັນລາຍລັກອັກສອນຂອງອົງການຂ່າວ Kyodo ຂອງຍີ່ປຸ່ນນັ້ນ ໃຫ້ການຢືນຢັນຕໍ່ອັນທີ່ປະ ຊາຄົມສືບລັບ ພວກນັກວິຊາການ ແລະພວກນັກວິເຄາະໄດ້ກ່າວມາເປັນເວລາຫຼາຍໆເດືອນແລ້ວວ່າ ພຽງຢາງໄດ້ປະຕິບັດຕາມຄຳປະຕິຍານຂອງຕົນ ທີ່ຈະຮື້ຟື້ນກິດຈະ ກຳ ຕ່າງໆຢູ່ໂຮງໄຟຟ້ານິວເຄລຍ Yongbyon ຄືນອີກ.
“ຖ້າຫາກວ່າລາຍງານເຫຼົ່ານີ້ເປັນທີ່ຖືກຕ້ອງ ແນ່ອນມັນເປັນການລະເມີດຢ່າງຈະແຈ້ງຕໍ່ ມະຕິຕ່າງໆຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ໄດ້ຫ້າມບໍ່ໃຫ້ດຳເນີນກິດຈະ ກຳດັ່ງກ່າວ,” ນັ້ນຄືຄຳເວົ້າຂອງທ່ານ Mark Toner ຮອງໂຄສົກກະຊວງການຕ່າງປະເທດ ສະຫະລັດ ທີ່ໄດ້ຕອບຄຳຖາມຂອງ VOA.
ການຢືນຢັນທີ່ວ່ານີ້ ບໍ່ໄດ້ເປັນເລື້ອງໜ້າປະຫຼາດໃຈ ແລະຕົ້ນຕໍ ແລ້ວກໍແມ່ນເພື່ອໃຫ້ໄດ້ຮັບຄວາມສົນໃຈ ໃນຂະນະທີ່ເກົາຫຼີເໜືອ “ມີຄວາມຈຳເປັນທີ່ຈະເພີ້ມທະວີຄວາມເຄັ່ງຕຶງແລະວິກິດການຂຶ້ນ,” ນັ້ນຄືຄຳເວົ້າຂອງທ່ານນາງ Kongdan “Kathy” Oh ນັກຊ່ຽວຊານອາວຸໂສຝ່າຍເອເຊຍ ຈາກສະຖາບັນວິໄຈດ້ານປ້ອງກັນປະເທດ ທີ່ເມືອງ Alexandria, ລັດ Virginia.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ເພື່ອສ້າງຄະແນນນິຍົມພາຍໃນປະເທດ ແລະຄວາມກ່ຽວພັນກັບນາໆຊາດແລ້ວ ແມ່ນຕ້ອງການຢາກຈະບອກທັງໂລກວ່າ “ໃຫ້ຄວາມເຄົາລົບຢຳເກງ ແລະປະພຶດກັບຂ້ອຍໃນຖານະຜູ້ນຳດ້ານນິວເຄລຍ,” ທີ່ທ່ານນາງ Oh ຜູ້ຊຶ່ງໄດ້ລາຍງານເປັນປະຈຳ ໃຫ້ກັບເຈົ້າໜ້າທີ່ລັດຖະບານສະຫະລັດນັ້ນ ໄດ້ບອກກັບ VOA.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ