ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະປະຊາຊາດ ຕໍ່ເວລາ ການເຈລະຈາ ສັນຕິພາບລີເບຍ ອອກໄປອີກ 2 ມື້


ທ່ານ Mohammed Chouaib,ຫົວໜ້າຜູ້ຕາງໜ້າລັດຖະບານທີ່ສະ
ຫະປະຊາຊາດຮັບຮູ້ ທີ່ເມືອງ Tobruk,ກ່ສວຕໍ່ສື່ມວນຊົນ ທີ່ເມືອງSkhirate ວັນທີ 20 ມີນາ 2015.
ທ່ານ Mohammed Chouaib,ຫົວໜ້າຜູ້ຕາງໜ້າລັດຖະບານທີ່ສະ ຫະປະຊາຊາດຮັບຮູ້ ທີ່ເມືອງ Tobruk,ກ່ສວຕໍ່ສື່ມວນຊົນ ທີ່ເມືອງSkhirate ວັນທີ 20 ມີນາ 2015.

ເຖິງ​ແມ່ນ​ມີ​ການ​ສູ້​ລົບ​ກັນ​ຢ່າງ​ຮຸນ​ແຮງ​ໃນ​ເຂດ​ອ້ອມ​ແອ້ມ​ນະຄອນ
ຫຼວງ Tripoli ​ແຕ່​ການເຈລະຈາ​ສັນຕິພາບ​ຂອງ​ລີ​ເບຍ ພາຍ​ໃຕ້
​ການ​ນຳພາ​ຂອງ​ສະຫະ​ປະຊາ​ຊາດ​ທີ່ Morocco ຈະ​ຕໍ່​ເວລາ​
ອອກ​ໄປ​ຕື່ມ​ອີກ 2 ມື້.

ການເຈ​ລະ​ຈາກັນ​ທີ່​ກຳລັງ​ດຳ​ເນີນ​ໄປ​ຢູ່​ໃນ​ເມືອງ​ຕາກ​ອາກາດ
Skhirat ຂອງ Morocco ​ເກືອບ​ວ່າ​ຈະ​ພັງ​ທະລາ​ຍລົງ ຫຼັງ​ຈາກ​ພວກ​ກຳລັງທີ່​ເປັນ​ພັນທະ​ມິດ​ກັບ​ ສະພາ​ແຫ່ງ​ຊາດ​ທີ່​ນາໆ​ຊາດ​ຮັບ​ຮູ້​ໃນ​ເມືອງ Tobruk ທຳ​ການໂຈມ​ຕີ​ນະຄອນຫຼວງ
Tripoli.

ທ່ານ Bernadino Leon ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ປະຈຳລີ​ເບຍ ກ່າວ​ວ່າ:
“​ໃນ​ປັດຈຸບັນ​ນີ້ ຍັງ​ບໍ່​ທັນ​ມີ​ໃຜ​ອອກ​ຈາກ​ກອງ​ປະຊຸມ​ໄປ. ພວກ​ເຮົາ​ໄດ້​ປະ​ເຊີນ​ກັບຊ່ວງ​ເວລາ​ທີ່​ຫຍຸ້ງຍາກ ຊຶ່ງຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ພວກ​ທ່ານກໍ​ຮູ້​ດີ ​ແລະ​
ຫຼັງ​ຈາກ​ການ​ໂຈມ​ຕີ​ເຫຼົ່າ​ນີ້​ ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ Tripoli ແລ້ວ ​ກໍ​ແມ່ນ​ມີ​
ທາງ​ທີ່​ເປັນ​ໄປ​ໄດ້ວ່າ ​ຈະ​ລົບ​ລ້າງ​ການ​ສົນທະນາ​ຫາ​ລື​ກັນ​ນີ້​ຫຼື​ບໍ ຫຼື​ຈະ​ເສຍ​
ພວກ​ຕາງໜ້າ​ບາງ​ຄົນ​ໄປ ຊຶ່ງ​ກໍຈະ​ມີ​ຜົນ​ກະທົບ​ຄ້າຍໆ​ຄື​ກັນ​.”

​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ອາດສາມາດ​ມີ​ຂໍ້​ຕົກ
ລົງ​ກັນ​ໄດ້ ກ່ຽວ​ກັບ​ການຈັດ​ຕັ້ງ​ລັດຖະບານ​ສາມັກຄີ​ຊາດ​ຂຶ້ນ ​ໃນ​ອີກ​ມື້ໜຶ່ງຫຼື​ສອງ​ມື້​ຕໍ່ໜ້າ​ນີ້.

ບັນດາ​ຜູ້ນຳ​ຝ່າຍ​ຕາ​ເວັນ​ຕົກ ກ່າວ​ວ່າ ການເຈລະຈາ​ກັນ​ທີ່​ສະຫະ​ປະຊາ​ຊາດເປັນ​ຜູ້​ໄກ່ເກ່ຍ
ຈັດ​ຂຶ້ນ​ນີ້ ​ແມ່ນເປັນ​ຊ່ອງ​ທາງ​ດຽວ​ເທົ່າ​ນັ້ນ ​ເພື່ອ​ຍຸດຕິ​ສະຖານະ​ການວຸ້ນວາຍ​ໃນ​ລີ​ເບຍ
ບ່ອນ​ທີ່ສອງ​ລັດຖະບາ​ນ​ທີ່ເປັນ​ຄູ່ແຂ່ງ​ກັນ ​ແລະ​ກຸ່ມ​ປະກອບ​ອາວຸດ ​ກຳລັງ​ສູ້​ລົບ​ກັນ​ເພື່ອ
ເຂົ້າ​ຄວບ​ຄຸມ ​ສົ່ງ​ຜົນ​ໃຫ້​ພວກຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ບັນລຸ​ຄວາມ​ຄືບ​ໜ້າ ຍ້ອນ​ສະຖານະ​ການ​ສັບສົນ​ແລະ​ວຸ້ນວາຍ​ດັ່ງກ່າວ​ນັ້ນ.

Libya
please wait
Embed

No media source currently available

0:00 0:01:07 0:00

Despite fierce fighting around Libya's capital, Tripoli, U.N.-led peace talks in Morocco will be extended for two more days.

The talks being held in the Moroccan resort town of Skhirat nearly fell apart after forces allied to the internationally recognized parliament in Tobruk attacked Tripoli.

Bernardino Leon//United Nations Envoy to Libya:

"For the moment no one is leaving. We have had a difficult moment, I am sure you are aware. And after these attacks (in Western Tripoli) there was a possibility either to cancel the dialogue or to lose some of the delegations, which would have had a similar impact."

But U.N. officials Sunday said there still could be an agreement on a unity government in a day or two.

Western leaders say the U.N. talks are the only way to end the chaos in Libya where the two rival governments and armed factions are battling for control, and Islamist militants have gained ground in the resulting mayhem.

A meeting of Libyan municipalities hosted by the European Union will be held in Brussels Monday and Tuesday.

XS
SM
MD
LG