ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສ​ປ​ຊ ຢ້ານວ່າ ຊາວໂຣຮິງຢາ 20 ກວ່າຄົນ ຖືກຂ້າຕາຍ ໃນການໂຈມຕີ ຢູ່ໃນ ມຽນມາ


ທ້າວ ນົວຣ໌ ອິສລາມ ຈາກບ້ານທັງ ບາຊາຣ ໃນເມືອງບຸດທີດວງ, ຢືນໃຫ້ຖ່າຍຮູບ ໃນຂະນະຖື ພາບຖ່າຍຈາກດາວທຽມ ຂອງ ບ້ານທີ່ຖືກເຜົາໄໝ້ ຢູ່ໃນມຽນມາ, ຢູ່ທີ່ສູນອົບພະຍົບ ກູຕູປາລອງ ໃນເມືອງ Cox's Bazar ຂອງບັງກລາແດັສ, ວັນທີ 15 ຕຸລາ 2018.
ທ້າວ ນົວຣ໌ ອິສລາມ ຈາກບ້ານທັງ ບາຊາຣ ໃນເມືອງບຸດທີດວງ, ຢືນໃຫ້ຖ່າຍຮູບ ໃນຂະນະຖື ພາບຖ່າຍຈາກດາວທຽມ ຂອງ ບ້ານທີ່ຖືກເຜົາໄໝ້ ຢູ່ໃນມຽນມາ, ຢູ່ທີ່ສູນອົບພະຍົບ ກູຕູປາລອງ ໃນເມືອງ Cox's Bazar ຂອງບັງກລາແດັສ, ວັນທີ 15 ຕຸລາ 2018.

ຫ້ອງ​ການ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ ກ່າວ​ວ່າ ຕົນ​ມີ​ຄວາມ​ເປັນ​ຫ່ວງ
ວ່າ ອາດ​ມີ​ຊາ​ວ​ມຸ​ສ​ລິມ​ໂຣ​ຮິງ​ຢາ​ຫຼາຍ​ສິບ​ຄົນ ​ຖືກ​ຂ້າ​ຕາຍ ໃນ​ການໂຈມ​ຕີ ໂດຍ​
ເຮ​ຣີ​ຄອບ​ເຕີ້ ​ທະ​ຫານ​ມຽນ​ມາ​ ໃນ​ອາ​ທິດ​ແລ້ວ ຫຼາຍກວ່​າ​ໂຕ​ເລກ ຜູ້​ເສຍ​ຊີ​ວິດ 7 ຄົນ
​ໃນ​ຂັ້ນ​ຕົ້ນ​ນັ້ນ.

ໂຄ​ສົກ​ຂອງ​ອົງ​ການ​ຂ້າ​ຫຼວງ​ໃຫຍ່ ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ​ທີ່ນະ​ຄອນ
​ເຈ​ນີ ​ວ່າ ທ່ານ​ນາງ​ຣາ​ວີ​ນາ ແຊມ​ດາ​ຊາ​ນີ ກ່າວ​ວ່າ “ເວ​ລານີ້ ພວກເຮົາ​ໄດ້​ຮັບ​ລາຍ​ງານ​
ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ສູງກວ່ານັ້ນ. ພວກ​ເຮົາ ໄດ້​ຮັບ​ລາຍ​ງານ​ທີ່​ຍັງ​ບໍ່​ທັນ​ມີ​
ການ​ຢືນ​ຢັນ​ເທື່ອ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ອາດຈະ​ສູງ​ເຖິງ 30 ຄົນ.”

ພວກ​ຊາວ​ບ້ານ​ທີ່​ເມືອງ​ບຸດ​ທິ​ດວງ ກ່າວ​ວ່າ ເຮ​ຣີ​ຄອບ​ເຕີ້​ທະ​ຫານ ໄດ້​ໂຈມ​ຕີຊາວ​
ໂຣ​ຮິງ​ຢາ ກຸ່ມ​ນຶ່ງທີ່​ພາ​ກັນ​ໄປ​ເກັບ​ໜໍ່​ໄມ້​ ໃນ​ມື້​ວັນ​ພະ​ຫັດ​ແລ້ວ.

ທ່ານ​ນາງ​ແຊມ​ດາ​ຊາ​ນີ ກ່າ​ວວ່າ ພວກ​ທະ​ຫານ​ມຽນ​ມາ ໄດ້​ຖິ້ມ​ໂທດ​ໃສ່​ “ພວກ​ກໍ່
​ການ​ຮ້າຍ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ກອງ​ທັບ​ອາ​ຣາ​ຄານ.”
ແຕ່​ແນວ​ໃດ​ກໍ​ຕາມ ທ່ານ
​ນາງ​ ກ່າວ​ວ່າ ອົງ​ການ​ຂ້າ​ຫຼວງ​ໃຫຍ່​ດ້ານ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​ໄດ້ປະ​ຕິ​ເສດ
​ຕໍ່​ການ​ກ່າວ​ຫາ​ທີ່​ວ່ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG