ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສປຊ ເວົ້າວ່າ ການຂົນສົ່ງ ອຸປະກອນຊ່ວຍເຫຼືອສຸກເສີນ ສຳລັບ ອັຟການິສຖານ ໄດ້ໄປຮອດປະເທດ ອຸສເບກິສຖານ ແລ້ວ


ທະຫານ ຕາລີບານ ຢືນຢູ່ຕໍ່ໜ້າປ້າຍຢູ່ສະໜາມບິນສາກົນໃນນະຄອນຫຼວງ ກາບູລ, ອັຟການິສຖານ. 9 ກັນຍາ, 2021.
ທະຫານ ຕາລີບານ ຢືນຢູ່ຕໍ່ໜ້າປ້າຍຢູ່ສະໜາມບິນສາກົນໃນນະຄອນຫຼວງ ກາບູລ, ອັຟການິສຖານ. 9 ກັນຍາ, 2021.

ອົງການອົບພະຍົບ ສະຫະປະຊາຊາດ ກ່າວວ່າ ການຂົນສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກທາງອາ ກາດຄັ້ງທີ 1 ຂອງຈຳນວນທັງໝົດ 3​ ຄັ້ງສຳລັບ ອັຟ ການິສຖານ ທີ່ໄດ້ໄປຮອດເມືອງ ເທີເມສ (Termez), ປະເທດ ອຸສເບກິສຖານ ໃນວັນສຸກທີ່ຜານມາຈະຕາມມາດ້ວຍອີກສອງຖ້ຽວບິນໃນອາທິດນີ້. ນັກຂ່າວວີ ໂອເອ ລີິຊາ ສໄລນ໌ (Lisa Schlein) ມີລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

Story: ດ້ວຍສະໜາມບິນ ອັຟການິສຖານ ຖືກປິດຕໍ່ການສັນຈອນການຄ້າ, ອົງການອົບພະຍົບ ສະຫະປະຊາຊາດ ໄດ້ຫັນຖ້ຽວບິນຕ່າງໆໄປເມືອງ ເທີເມສ ທີ່ຕັ້ງຢູ່ເຂດຊາຍແດນຂອງ ອຸສເບກິສຖານ, ເຊິ່ງຈະເຮັດໜ້າທີ່ເປັນສູນກາງຂອງການປະຕິບັດການຊ່ວຍເຫຼືອ ອັຟການິສຖານ ຂະໜາດໃຫຍ່.

ໂຄສົກຂອງອົງການອົບພະຍົບ ສະຫະປະຊາຊາດ ຫຼື UNHCR ທ່ານ ບາບາ ບາລັອກ ກ່າວວ່າ ເຮືອບິນສາມລຳຮວມກັນແມ່ນກຳລັງຂົນສົ່ງອຸປະກອບພັກ ເຊົາ, ຜ້າຫົ່ມ, ຜ້າຢາງ ແລະ ສຳພາລະອື່ນໆຫຼາຍກວ່າ 100 ໂຕນ ໄປຊ່ວຍຊາວ ອັຟການິສຖານ ສູ້ທົນກັບຄວາມໜາວສະທ້ານຂອງລະດູໜາວທີ່ພວມຫຍັບໃກ້ເຂົ້າມາ.

ທ່ານເວົ້າວ່າ ສຳພາລະດັ່ງກ່າວຈະຖືກຂົນດ້ວຍລົດບັນທຸກຈາກເມືອງ ເທີເມສ ໄປຫາເມືອງມາຊາ ອີ ຊາຣິຟ ໃນພາກເໜືອຂອງ ອັຟການິສຖານ ແລະ ແຈກຢາຍໃຫ້ປະຊາຊົນ 126,000 ຄົນໃນປະເທດດັ່ງກ່າວ. ທ່ານເວົ້າວ່າຍັງມີຄວາມຕ້ອງການອຸປະກອນຕ່າງໆເພີ່ມອີກຢູ່, ໃນຂະນະທີ່ອົງ ການຂອງທ່ານ ຫວັງທີ່ຈະຊ່ວຍເຫຼືອຊາວ ອັຟການິສຖານ ປະມານເຄິ່ງລ້ານຄົນ.

ທ່ານ ບາລັອກ ກ່າວວ່າ “ພວກເຮົາຢາກໃຫ້ ກາບູລ ສືບຕໍ່ກິດຈະການຕ່າງໆໂດຍໄວເທົ່າທີ່ຈະໄວໄດ້. ຂ້າພະເຈົ້າໝາຍຄວາມວ່າມີຫຼາຍສິ່ງຫຼາຍຢ່າງທີ່ເພິ່ງພາອາໄສເຂົາເຈົ້າ. ແລະ ພ້ອມກັນນັ້ນ, ພວກເຮົາຫວັງທີ່ຈະນຳຖ້ຽວບິນພິເສດໄປລົງໃນນະຄອນຫຼວງ ກາບູລ ເຊັ່ນດຽວກັບວັດຖຸການຊ່ວຍ ເຫຼືອຂອງພວກເຮົາ ແລະ ນຳເອົາການຊ່ວຍເຫຼືອເພີ່ມເຕີມເຂົ້າໄປ. ສະນັ້ນ ຖ້າອຸປະກອນຕ່າງໆຫາກມີຢູ່ບ່ອນໃດ, ພວກເຮົາກໍຈະຍ້າຍມັນໄປ ອັຟການິສຖານ.”

ອົງການສະຫະປະຊາຊາດຄາດວ່າປະຊາຊົນ 18 ລ້ານຄົນ, ເຊິ່ງແມ່ນເຄິ່ງນຶ່ງຂອງປະຊາກອນ ອັຟການິສຖານ ນັ້ນ, ຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳ. ປະຊາຊົນ ອັຟການິສຖານ ຫຼາຍກວ່າ ສາມລ້ານຫ້າແສນຄົນແມ່ນບໍ່ມີທີ່ຢູ່ອາໄສ, ລວມທັງຫຼາຍກວ່າເຄິ່ງລ້ານຄົນແມ່ນກຸ່ມຄົນໃໝ່ທີ່ບໍ່ມີບ່ອນຢູ່ໃນປີນີ້.

ທ່ານ ບາລັອກ ກ່າວວ່າປະຊາຊົນແມ່ນອາໄສຢູ່ໃນສະຖານະການທີ່ອັນຕະລາຍ. ເມື່ອສອງສາມວັນທີ່ຜ່ານມາ, ທ່ານເວົ້າວ່າທ່ານໄດ້ໄປຢ້ຽມຢາມສູນແຈກຢາຍອຸປະກອນຊ່ວຍເຫຼືອ 15 ຫາ 20 ກິໂລ ແມັດຢູ່ນອກນະຄອນຫຼວງ ກາບູລ, ເຊິ່ງທ່ານໄດ້ພົບເຫັນປະຊາຊົນທີ່ໝົດຫວັງລຽນແຖວຮັບເອົາການຊ່ວຍເຫຼືອ.

ທ່ານ ບາລັອກ ກ່າວວ່າ “ເວລາທີ່ຂ້າພະເຈົ້າຢືນຢູ່ທີ່ນັ້ນ, ພວກເຮົາໄດ້ເຫັນແມ່ທີ່ມີອາຍຸສູງຄົນນຶ່ງ ລົ້ມລົງຢູ່ຕໍ່ໜ້າຕໍ່ຕາຂອງພວກເຮົາ. ສະນັ້ນ, ເວລາທີ່ເພື່ອນຮ່ວມງານຂອງຂ້າພະເຈົ້າເຂົ້າໄປເບິ່ງລາວ, ເຫດຜົນກໍແມ່ນ ລາວບໍ່ໄດ້ກິນອາຫານພຽງພໍເປັນເວລາຫຼາຍວັນ. ແລະ ລາວກໍແມ່ນເສົາຫຼັກ ຂອງຄອບຄົວຍ້ອນສິ່ງທີ່ໄດ້ເກີດຂຶ້ນກັບລາວ. ເຈົ້າມີພໍ່ເຖົ້າ, ເຈົ້າມີລູກ, ເຈົ້າມີເດັກຍິງ ຜູ້ທີ່ຄວນໄປ ເຂົ້າໂຮງຮຽນ, ແລະ ເຂົາເຈົ້າລຽນແຖວ ຫຼື ເຂົາເຈົ້າຖືກລຽນໃນແຖວແຈກຢາຍການຊ່ວຍເຫຼືອ.”

ນັບຕັ້ງແຕ່ກຸ່ມຕາລີບານ ໄດ້ເຂົ້າຄວບຄຸມ ອັຟການິສຖານ ໃນກາງເດືອນສິງຫາທີ່ຜ່ານມາ, ພວກເດັກຍິງແມ່ນບໍ່ໄດ້ຖືກອະນຸຍາດໃຫ້ໄປໂຮງຮຽນ ແລະ ແມ່ຍິງແມ່ນຖືກຫ້າມບໍ່ໃຫ້ເຮັດວຽກ.

ທ່ານ ບາລັອກ ກ່າວວ່າ ມັນແມ່ນການແຂ່ງຂັນກັບເວລາທີ່ຈະສະໜອງການຊ່ວຍເຫຼືອໃຫ້ຊາວ ອັຟການິສຖານ ຫຼາຍລ້ານຄົນກ່ອນທີ່ລະດູໜາວຈະມາຮອດ ແລະ ການເຂົ້າຫາຫຼາຍຄົນກໍຈະຖືກຕັດຂາດໄປ. ພວກເຮົາໄດ້ເຕືອນວ່າ ອາກາດໜາວຈັດສາມາດຂ້າທຸກຄົນທີ່ອອກມາຂ້າງນອກໃນອຸນ ຫະພູມໜາວໂດຍປາສະຈາກການຊ່ວຍເຫຼືອ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG