ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພົນລະເຮືອນ ຫຼາຍພັນ ທີ່ຕົກຄ້າງ ຢູ່ເມືອງ Mosul ປະເຊີນໜ້າ ກັບອັນຕະລາຍ


ພົນລະເຮືອນອີກຣັກ ພາກັນຍ່າງຜ່ານຊາກຫັກພັງ ຂອງວັດ al-Nuri.
ພົນລະເຮືອນອີກຣັກ ພາກັນຍ່າງຜ່ານຊາກຫັກພັງ ຂອງວັດ al-Nuri.

ພວກ​ນັກ​ລົບກຸ່ມລັດ​ອິສລາມຫຼື IS ​ຫລາຍ​ຮ້ອຍ​ຄົນ ​ຍັງ​ສືບ​ຕໍ່ພະຍາຍາມຄວບ ຄຸມພາກ
ສ່ວນ​ນ້ອຍໆ ​ຂອງ​ເມືອງ Mosul ​ໃນປະ​ເທດ​ອີຣັກ ​ແຕ່ວ່າ ບັນດາ​ຜູ້​ບັນຊາ​ການອີຣັກ
​ແລະ​ເຈົ້າໜ້າ​ທີ່ສະຫະ​ປະຊາ​ຊາດ ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ມີພົນລະ​ເຮືອນ​ຫລາຍ
​ພັນ​ຄົນ ຍັງ​ຕົກ​ຄ້າງ​ຢູ່​ທີ່​ນັ້ນ ​ແລະ​ກໍຢູ່​ໃນ​ອັນຕະລາຍທີ່​ສຸດ​ຈາ​ກການ​ສູ້​ລົບກັນ ທີ່ຢູ່ອ້ອມ
​ແອ້ມ​ເຂົາ​ເຈົ້າ.

ພວກ​ຫົວຮຸນ​ແຮງ IS ​ໄດ້​ກົດ​ດັນ​ໃຫ້​ສະມາຊິກ​ໃນ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ
ສູ້​ລົບ​ເພື່ອ​ປ້ອງ​ກັນ​ເມືອງ Mosul ຊຶ່ງເວລາ​ນີ້ພວມຢູ່​ໃນ​ຂັ້ນ​ສຸດ​ທ້າຍ ແລະ ​ບັນດາ​ຜູ້​ບັນ
ຊາ​ການ​ອີຣັກກ່າວ​ວ່າ ພວກ​ຫົວຮຸນ​ແຮງ​ຈັດ​ ໄດ້​ຂົ່ມຂູ່​ ທີ່​ຈະ​ລະ​ເບີດ ​ພົນລະ​ເຮືອນຄົນ
​ໃດກໍ​ຕາມ​ ທີ່​ພະ​ຍາ​ຍາມ​ຈະ​ຫລົບໜີ​ໄປ​ສູ່​ຄວາມ​ປອດ​ໄພ.

ພົນ​ໂທ Sami al-Aridhi ​ຈາກ​ໜ່ວຍຕໍ່ຕ້ານພວກ​ກໍ່​ການ​ຮ້າຍກ່າວ​ວ່າ “ພວກ​ແມ່ຍິງ​
ກຳລັງ​ພາກັນ​ສູ້​ລົບ​ກັບ​ລູກ​ເຕົ້າເຂົາ​ເຈົ້າ​ ທີ່ຢູ່​ຄຽງຂ້າງ​ເຂົາ​ເຈົ້ານັ້ນ.”

​ທ່ານ​ກ່າວ​ຕື່ມ​ອີກ​ວ່າ “​ເຮັດ​ໃຫ້​ພວກ​ເຮົາ​ລັງ​ເລ​ໃຈ ​ທີ່​ຈະ​ໃຊ້​ການ​ໂຈມ​ຕີ​ທາງ​ອາກາດ”
ຕໍ່​ພວກ​ນັກ​ລົບ​ລັດ​ອິສລາມ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ. ຖ້າ​ຫາກ​ບໍ່​ເປັນ​ດັ່ງ​ນີ້ ພວກ​ເຮົາ​ສາມາດ
​ກຳຈັດພວກ​ເຂົາ​ໄດ້​ໃນ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ.

ນັກຍິງປືນທີ່ແມ່ນຢໍາຂອງກຳລັງພິເສດອີຣັກ ກຳລັງສັງເກດເບິ່ງພວກຫົວຮຸນແຮງລັດອິສລາມ.
ນັກຍິງປືນທີ່ແມ່ນຢໍາຂອງກຳລັງພິເສດອີຣັກ ກຳລັງສັງເກດເບິ່ງພວກຫົວຮຸນແຮງລັດອິສລາມ.

ອີຣັກກ່າວ​ວ່າ ພົນລະ​ຮື​ອນຫລາຍ​ພົນ​ຄົນ ​ຍັງ​ຕົກ​ຄ້າງ​ຢູ່​ໃນເຂດເມືອງ​ເກົ່າ ຂອງເມືອງ
Mosul ຊຶ່ງ​ຄັ້ງ​ນຶ່ງເປັນທາງຮ່ອມຄົດ​ລ້ຽວ ​ແລະທາງ​ທຽວ​ຜ່ານ​ແຄບໆ ​ທີ່ ຫ້ອມ​ລ້ອມ
​ດ້ວຍ​ຕຶກ​ເກົ່າ​ແກ່ ​ແຕ່ໃນ​ເວລາ​ນີ້ ​ສ່ວນ​ໃຫຍ່​ແມ່ນ​ໄດ້ກາຍເປັນ​ທະ​ເລ​ຂອງຊາກ​ຫັກພັງ.

​ທ່ານ Lise Grande ເຈົ້າ​ໜ້າ​ທີ່​ມະນຸດສະທຳ​ສະຫະ​ປະຊາ​ດໃນ​ອີກ​ຣັກ ກ່າວ​ຕໍ່​ອົງການ
​ຂ່າວ​ຝຣັ່ງວ່າ ຫຼາຍໆ​ຄຸ້ມ​ຂອງ​ເມືອງ Mosul ຍັງ​ຖືກ​ຄວບ​ຄຸມ​ໂດຍພວກ IS ທີ່​ອາດ​ເປັນ
​ບ່ອນຫ​ລົບ​ລີ້ “​ຂອງ​ພົນລະ​ເຮືອນ​ຫຼາຍ​ເຖິງ 15,000 ຄົນ ​ແລະ​ອາດ​ເປັນ​ໄປ​ໄດ້ ​ມີຫຼາຍ
ເຖິງ 20,000 ຄົນ.” ການ​ຄາດ​ຄະ​ເນ​ດັ່ງກ່າວ ​ບໍ່​ໄດ້ຮັບ
ການ​ຢືນຢັນ​ຈາກ​ກອງທັບ​ອີຣັກ ​ເຖິງ​ແມ່ນ​ວ່າ ພົນ​ໂທ al-Aridhi ​ເຫັນ​ພ້ອມນຳວ່າ ພົນ
ລະ​ເຮືອນ​ທີ່​ຍັງ​ຕົກ​ຄ້າງ​ຢູ່​ນັ້ນ ແມ່ນ​ຢູ່​ໃນ​ອັນ​ຕະລາຍ​ທີ່​ສຸດ. ​

ຮູບພາບທີ່ເຫັນຢູ່ຂ້າງນອກຂອງໂຮງໝໍ Mosul ທີ່ຖືກທຳລາຍຈາກການສູ້ລົບຕ້ານລັດອິສລາມ.
ຮູບພາບທີ່ເຫັນຢູ່ຂ້າງນອກຂອງໂຮງໝໍ Mosul ທີ່ຖືກທຳລາຍຈາກການສູ້ລົບຕ້ານລັດອິສລາມ.

ທ່ານ​ກ່າວ​ວ່າ ພວກ​ຫົວ​ຮຸ​ນ​ແຮງ​ໄດ້​ໃຊ້​ລະ​ເບີດ​ເພື່ອ​ຢຸດພວກ​ພົນລະ​ເຮືອນຄົນ​ໃດກໍ​ຕາມ​ທີ່ພະຍາຍາມ​ຈະ​ຫລົບ​ໜີ ​ແລະ​ເຂົ້າ​ເຈົ້າ​ໄດ້​ສົ່ງ​ພວກ​ແມ່ຍິງທຳ​ການ​ໂຈມ​ຕີ ດ້ວຍລະ​ເບີດ​
ສະຫລະ​ຊີບ ໃກ້​ກັບຕຶກ​ຕ່າງໆ​ທີ່​ພວກ​ພົນລະ​ເຮືອນພາກັນ​ລີ້​ຊອນ​ຢູ່. ຜູ້​ບັນຊາ​ການ​ກ່າວ
​ວ່າ “​ເຂົາ​ເຈົ້າ​ພາກັນ​ລໍຖ້າ​ໃຫ້​ກຳລັງ​ອີກຣັກ​ເຂົ້າ​ໄປ​ເຖິງ​ເຂົາ​ເຈົ້າ​ ​ແລະ​ຫລັງ​ຈາກ​ນັ້ນກໍ​ລະ
​ເບີດໂຕເອງ."

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG