ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ພະ​ນັກ​ງານ​ຂອງ​ຕົນ 9 ຄົນ ແລະ​ຄົນ​ຂັບ​ລົດ 70 ຄົນ ຍັງ​ຖືກ​ຄຸມ​ຂັງ ໃນ​ເອ​ທິ​ໂອ​ເປຍ


ທະ​ຫານ​ເອ​ທິ​ໂອ​ເປຍ​ເດີນສວນ​ສະ​​​ໜາມ​ ໂດຍ​ຕິດ​ທຸງ​ຊາດ ໃສ່​ປາຍ​ປືນ ໃນ​ການ​ໂຮມ​ຊຸມ​ນຸມ ຈັດ​ຂຶ້ນ​ໂດຍ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ທີ່​ຈະ​ຕຸ​ລັດ​ເມ​ສ​ແກ​ລ ໃນ​ນະ​ຄອນ​ຫຼວງ​ອາ​ດິ​ສ​ອາ​ບາ​ບາ ເມື່ອ​ວັນ​ທ​ີ 7 ພະ​ຈິກ 2021.
ທະ​ຫານ​ເອ​ທິ​ໂອ​ເປຍ​ເດີນສວນ​ສະ​​​ໜາມ​ ໂດຍ​ຕິດ​ທຸງ​ຊາດ ໃສ່​ປາຍ​ປືນ ໃນ​ການ​ໂຮມ​ຊຸມ​ນຸມ ຈັດ​ຂຶ້ນ​ໂດຍ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ທີ່​ຈະ​ຕຸ​ລັດ​ເມ​ສ​ແກ​ລ ໃນ​ນະ​ຄອນ​ຫຼວງ​ອາ​ດິ​ສ​ອາ​ບາ​ບາ ເມື່ອ​ວັນ​ທ​ີ 7 ພະ​ຈິກ 2021.

ອົງກາານສະຫະປະຊາຊາດ ໄດ້ກ່າວໃນວັນພຸດວານນີ້ ວ່າ ພະນັກງານຂອງຕົນ ທີ່ຍັງຖືກຄຸມໂຕ ໂດຍລັດຖະບານກາງຂອງເອທິໂອເປຍ ເຫຼືອຢູ່ຢ່າງໜ້ອຍເກົ້າຄົນ ໃນນະຄອນຫຼວງອາດິສອາບາບາ ແລະພວກຄົນຂັບລົດໃຫຍ່ 70 ຄົນຜູ້ທີ່ຈະຂັບລົດບັນທຸກເຄື່ອງຊ່ອຍເຫຼືອດ້ານມະນຸດທຳເຂົ້າໄປໃນຂົງເຂດທິເກຣທາງພາກເໜືອຂອງປະເທດ ກໍຍັງຖືກນຳໂຕໄປຄຸມຂັງໄວ້.

ທ່ານສະແຕັບຟານ ດູຈາຣິກ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາສືບຕໍ່ເຮັດວຽກແລະພົວພັນກັບລັດຖະບານ ເພື່ອໃຫ້ພວກເຂົາເຈົ້າໄດ້ຮັບການປ່ອຍຕົວ.”

ໃນວັນອັງຄານຜ່ານມານີ້ ອົງການສະຫະປະຊາຊາດໄດ້ກ່າວວ່າ ພວກພະນັກ ງານຊາວເອທິໂອ ເປຍຂອງຕົນ 22 ຄົນ ໄດ້ຖືກຄວບຄຸມໂຕຢູ່ໃນອາດິສອາບາບາ ແຕ່ວ່າ ຫົກຄົນໄດ້ຖືກປ່ອຍໂຕແລ້ວ. ສະມາຊິກຄອບຄົວຂອງເຂົາເຈົ້າບາງຄົນແມ່ນລວມຢູ່ໃນພວກທີ່ຖືກກັກຂັງ. ທ່ານດູຈາຣິກ ໄດ້ກ່າວໃນວັນພຸດວານນີ້ ວ່າ ບໍ່ມີສະມາຊິກຄອບຄົວຂອງພວກເຂົາທີ່ຍັງຖືກກັກໂຕ.

ໂຄສົກຂອງອົງການສະຫະປະຊາຊາດ ໄດ້ກ່າວວ່າ ຍັງບໍ່ທັນມີຄຳອະທິບາຍໃດໆເລີຍສຳລັບການກັກໂຕນັ້ນ.

“ພວກເຮົາບໍ່ໄດ້ຮັບການສື່ສານຢ່າງເປັນທາງການໃດໆ” ທ່ານດູຈາຣິກ ໄດ້ກ່າວຕອບຕໍ່ຄຳຖາມຕ່າງໆນາໆ. ທ່ານກ່າວຕື່ມວ່າ “ພວກເຮົາໄດ້ລົມກັບລັດຖະບານແລ້ວ ພວກເຮົາໄດ້ສົ່ງບັນທຶກຄຳເວົ້າ ພວກເຮົາຢາກໄດ້ຄຳອະທິບາຍ.”

ໃນວັນທີ 30 ກັນຍາ ເອທິໂອເປຍ ໄດ້ເນລະເທດເຈົ້າໜ້າທີ່ດ້ານມະນຸດສະທຳຂອງອົງການສະຫະປະຊາຊາດເຈັດຄົນ ອອກຈາກປະເທດ ໂດຍກ່າວວ່າ ພວກເຂົາໄດ້ແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດ.

ພວກຄົນຂັບລົບບັນທຸກດັ່ງກ່າວ ເຮັດວຽກໃຫ້ທັງອົງການສະຫະປະຊາຊາດ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານ ຫຼື NGO ຈຳນວນນຶ່ງ ອີງຕາມການກ່າວຂອງໂຄສົກ. ພວກເຂົາໄດ້ຖືກກັກໂຕ ໃນຂະນະທີ່ຂັບລົດບັນທຸກຢູ່ຖະໜົນໃນເມືອງຊາມາຣາ ທີ່ຂົງເຂດພາກເໜືອຂອງອາຟາຣ. ເຄື່ອງຂອງທີ່ບັນທຸກແມ່ນຈະຖືກນຳໄປຍັງເຂດທິເກຣ ບ່ອນທີ່ປະຊາຊົນ 5 ລ້ານ 2 ແສນຄົນ ແມ່ນກຳລັງຕ້ອງການການຊ່ອຍເຫຼືອຫຼາຍທີ່ສຸດ. ບໍ່ມີການຊ່ອຍເຫຼືອໃດໆສາມາດເຂົ້າໄປໃນຂົງເຂດດັ່ງກ່າວໄດ້ ເປັນເວລາເກືອບສີ່ອາທິດແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG