ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສປຊ ລົງໂທດ ອະດີດ ປະທານາທິບໍດີ ເຢເມນ ແລະຜູ້ນຳ ກະບົດຊີໄອທ໌ 2 ຄົນ


ຜູ້ສະໜັບສະໜູນຄົນນຶ່ງ ຂອງອະດີດປະທານາທິບໍດີ Ali Abdullah Saleh ທີ່ຖືກຂັບໄລ່ອອກຈາກຕຳແໜ່ງ ຖືຮູບພາບຂອງທ່ານ.
ຜູ້ສະໜັບສະໜູນຄົນນຶ່ງ ຂອງອະດີດປະທານາທິບໍດີ Ali Abdullah Saleh ທີ່ຖືກຂັບໄລ່ອອກຈາກຕຳແໜ່ງ ຖືຮູບພາບຂອງທ່ານ.

ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ທຳການ​ລົງ​ໂທດ​
ຕໍ່ອະ​ດີດປະທາ​ນາ​ທິບໍດີເຢ​ເມນ ທ່ານ Ali Abdullah Saleh
​ແລະ​ຜູ້ນຳຊາວ​ Shi’ite ສອງຄົນ ຂອງເຢເມນ ໃນ​ຖານ​ຂົ່ມຂູ່
ຕໍ່ສັນຕິພາບ ​ແລະ​ສະຖຽນ​ລະ​ພາບຂອງປະເທດ.

ມະຕິການລົງໂທດ ທີ່ນຳສະເໜີໂດຍສະຫະລັດ ແມ່ນຮວມ
ທັງຫ້າມ​ເດີນທາງ​ທົ່ວ​ໂລກ ​ແລະ​ກັກຊັບ​ສິນທີ່​ມີຢູ່​ໃນ​ຕ່າງ
ປະ​ເທດ.

ສະພາຄວາມໝັ້ນຄົງເຫັນວ່າ ທ່ານ Saleh ​ເຮັດ​ວຽກ​ກັບກຸ່ມ
​ກະບົດ Houthis ຂອງພວກShi’ite ເພື່ອບ່ອນ​ທຳລາຍ ​ຕໍ່
ການດຳເນີນ​ຄວາມ​ພະ​ຍາ​ຍາມຂອງ ປະທານາທິບໍດີຄົນໃໝ່ ທ່ານ Rabbu Mansour
Hadi ​ເພື່ອ​ເຮັດໃຫ້ປະເທດ ມີ ສະຖຽນ​ລະ​ພາບ ​ແລ​ະປະ​ຊາ​ທິປະ​ໄຕ.ເຈົ້າ​ໜ້າ​ທີ່ ສະຫະລັດ
ຄົນ​ນຶ່ງ ຜູ້​ບໍ່​ຕ້ອງການ​ບອກ​ຊື່ ກ່າວ​ວ່່າ ການ​ລົງ​ໂທດນີ້ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງ
ວ່າ ປະຊາ​ຄົມນາໆ​ຊາດ ຈະ​ບໍ່​ໃຊ້ຄວາມຮຸນ​ແຮງ ​ເພື່ອ​ຂັດຂວາງຕໍ່ຄວາ​ມປາດ​ຖະໜາ​ຂອງ
ປະຊາ​ຊົ​ນ​ເຢ​ເມນ.

​ເຢ​ເມນ ​ໄດ້ເກີດ​ຄວາມວຸ້ນວາຍທາງ​ການ​ເມືອງ ນັບ​ຕັ້ງ​ແຕ່ອະດີດປະທານາ ທິບໍດີ ​ໄດ້​ຖືກ
ບັງ​ຄັບ​ໃຫ້​ລາ​ອອກ ​ໃນ​ປີ 2011.

​ໃນ​ຕອນ​ເຊົ້າ​ວັນ​ສຸກວານ​ນີ້ ​ເຢ​ເມນ​ໄດ້​ປະກາດ​ຕັ້ງ​ຄະນະ​ລັດຖະບານ​ໃໝ່ ອັນ​ເປັນ​ການ​
ຮຽກຮ້ອງ​ທີ່​ສຳຄັນ​ຂອງກຸ່ມກະບົດ Houthis ທີ່ຂົ່ມຂູ່​ຈະກໍ່ການ​ປະຕິ ວັດ ຖ້າ​ຫາກ​ວ່າບໍ່​
ຕັ້ງ​ລັດຖະບານໃໝ່.

ບັນດາ​ກຸ່ມ​ການ​ເມືອງ​ຕ່າງໆ​ຂອງເຢ​ເມນ ​ໄດ້​ເຊັນ​ສັນຍາຕົກລົງ ໃນອາທິດ​ແລ້ວ​ນີ້ ຂໍຮ້ອງ​
ໃຫ້ປະທາ​ນາ​ທິບໍດີ Hadi ​ແລະນາຍົກລັດຖະມົນຕີ Khaled Bahan ປະກອບ​ລັດຖະ
ບານ​ເປັນກາງ ທີ່​ໝັ້ນ​ໝາຍ​ຕໍ່ການປົກປ້ອງສິດທິ​ມະນຸດ.

YEMEN POLITICS VO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG