ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລ​ຂາ​ທິ​ກາ​ນ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ກ່າວ​ປະ​ນາມ​"ການ​ລົງ​ໂທດ​ໂດຍ​ລວມ" ຂອງ​ຊາວ ປາ​ແລັ​ສ​ໄຕ​ນ໌


ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ກ່າວ​ຄຳ​ປ​າ​ໄສ​ຢູ່ກອງ​ປະ​ຊຸມ​ນຶ່ງ​ເສັ້ນ​ທາງ​ນຶ່ງ​ແລວ​ທາງ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 18 ຕຸ​ລາ 2023.
ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ກ່າວ​ຄຳ​ປ​າ​ໄສ​ຢູ່ກອງ​ປະ​ຊຸມ​ນຶ່ງ​ເສັ້ນ​ທາງ​ນຶ່ງ​ແລວ​ທາງ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 18 ຕຸ​ລາ 2023.

ເລ​ຂາ​ທິ​ກາ​ນ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ກ່າວ​ໃນ​ວັນ​ພຸດ​ມື້ນີ້​ວ່າ​ການ​ໂຈມ​ຕີ​ຕ່າງໆ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ ຮາມ​າ​ສ ໃສ່ ອິ​ສ​ຣາ​ແອ​ລ ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຫດ​ຜົນ​ທີ່​ຖືກ​ຕ້ອງ “ຕໍ່​ການ​ລົງ​ໂທດ​ໂດຍລວມ” ຂອງຊາວ ປາ​ແລັ​ສ​ໄຕ​ນ໌, ແລະ ຮຽກ​ຮ້ອງ​ການ​ຢຸດ​ຍິງ​ໃນ​ທັນ​ທີ.

ໃນ​ການ​ກ່າວ​ຄຳປາ​ໄສ​ຢູ່ກອງ​ປະ​ຊຸມ​ເສດ​ຖະ​ກິດ​ໃນ ຈີນ ນັ້ນ, ທ່ານ ກູ​ເຕ​ເຣັ​ສ ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ຂອງ​ກຸ່ມ ຮາ​ມາ​ສ ​ໃສ່ ອິ​ສ​ຣາ​ແອ​ລ ໃນ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາທີ່​ໄດ້​ສັງ​ຫານຫຼາຍກວ່າ 1,400 ຄົນ​ດັ່ງ​ກັບ “ການ​ປ​ະ​ຕິ​ບັດ​ການ​ກໍ່​ການ​ຮ້າຍ” ທີ່ບໍ່​ສາ​ມາດ​ໃຫ້​ເຫດ​ຜົນ​ໄດ້.

ທ່ານ ກູ​ເຕ​ເຣັ​ສ ໄດ້​ກ່າວ​ວ່າ “ແຕ່​ການ​ໂຈມ​ຕີ​ທີ່​ວ່າ​ນັ້ນ​ບໍ່​ສາ​ມາດ​ໃຫ້​ເຫດ​ຜົນ​ຢ່າງ​ຖືກ​ຕ້ອງ​ຕໍ່​ການ​ລົງ​ໂທດ​ໂດຍ​ລວມ​ຂອງ​ປະ​ຊາ​ຊົນ ປາ​ແລັ​ສ​ໄຕ​ນ໌.”

ທ່ານ​ໄດ້​ຮຽກ​ຮ້ອງ​ສຳ​ລັບ “ການ​ຢຸດ​ຍິງ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ທັນ​ທີ” ໃນ​ສົງ​ຄາມ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ໃນ​ເຂດ​ກາ​ຊາ, ໂດຍ​ໄດ້​ກ່າວ​ຢ້ຳ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “ການ​ຂໍ​ຮ້ອງ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຮີບ​ດ່ວນ​ສອງ​ຢ່າງ.”

ທ່ານ ກູ​ເຕ​ເຣັ​ສ ໄດ້​ຮຽກ​ຮ້ອງ​ກຸ່ມ​ຮາ​ມາ​ສ ສຳ​ລັບ “ການ​ປ່ອຍ​ຕົວ​ປະ​ກັນ​ໃນ​ທັນ​ທີ ແລະ ບໍ່​ມີ​ເງື່ອນ​ໄຂ,” ໂດຍ​ອ້າງ​ເຖິງ​ 199 ຄົນ​ທີ່​ຖືກ​ລັກ​ພາ​ຕົວ​ໄປ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ, ເຊິ່ງ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ ອິ​ສ​ຣ​າ​ແອ​ລ.”

ທ່ານ ກູ​ເຕ​ເຣັ​ສ ຍັງ​ໄດ້​ຮຽກ​ຮ້ອງ ອິ​ສ​ຣາ​ແອ​ລ ໃຫ້ “ອະ​ນຸ​ຍາດ​ການ​ເຂົ້າ​ໄປ​ຂອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ຊະ​ທຳ​ຢ່າງບໍ່​ມີ​ຂໍ້​ຈຳ​ກັດໃນ​ທັນ​ທີ ເພື່ອ​ຕອບ​ສະ​ໜອງ​ຕໍ່​ຄວາມ​ຕ້ອງ​ການ​ພື້ນ​ຖານ​ທີ່​ສຸດ​ສຳ​ລັບ​ປະ​ຊາ​ຊົນ​ຂອງ​ເຂດ ກາ​ຊາ, ເຊິ່ງສ່ວນ ຫຼາຍ​ແມ່ນ​ແມ່​ຍິງ ແລະ ເດັກ​ນ້ອຍ.”

ທ່ານ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ສຳ​ລັບ​ການ​ຢຸດ​ຍິງ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ທັນ​ທີ ເພື່ອ​ສະ​ໜອງ​ເວ​ລາ​ທີ່​ພຽງ​ພໍ ແລະ ພື້ນ​ທີ່​ເພື່ອ​ຊ່ວຍ​ຮັບ​ຮູ້​ການ​ຮຽກ​ຮ້ອງ​ສອງ​ຢ່າງ​ຂອງ​ຂ້າ​ພະ​ເຈົ້າ ແລະ ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ທໍ​ລະ​ມານ​ຄັ້ງ​ໃຫຍ່​ຂອງ​ມະ​ນຸດ​ທີ່​ພວກ​ເຮົາ​ກຳ​ລັງ​ເຫັນ​ຢູ່ນີ້.”

ທ່ານ​ເວົ້າ​ວ່າ “ຊີ​ວິດ​ຈຳ​ນວນຫຼວງຫຼາຍ ແລະ ຊະ​ຕາ​ກຳ​ຂອງ​ພາກ​ພື້ນ​ທັງ​ໝົດ​ແມ່ນ​ກຳ​ລັງ​ຫ້ອຍ​ໃນ​ຄວາມ​ດຸ່ນ​ດ່ຽງນີ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG