ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສປຊ ຕິຕຽນ ຣັດເຊຍ ກ່ຽວກັບ ການທໍລະມານ


ແຜນທີ່ຣັດເຊຍ
ແຜນທີ່ຣັດເຊຍ
ຄະນະກຳມະການຕໍ່ຕ້ານການທໍລະມານ ຂອງອົງການສະຫະ
ປະຊາຊາດ ໄດ້ຕຳໜິຕິຕຽນຣັດເຊຍຢ່າງແຮງທີ່ບໍ່ໄດ້ທຳການ
ສືບສວນ ຕໍ່ການກ່າວຫາໃນຂອບເຂດທີ່ກວ້າງຂວາງກ່ຽວກັບ
ການທໍລະມານ ການຂົ່ມຂູ່ແລະການແກ້ແຄ້ນພວກນັກເຄື່ອນ
ໄຫວສິດທິມະນຸດ ຕະຫຼອດທັງພວກນັກຂ່າວນຳດ້ວຍ.

ໃນລາຍງານສະບັບນຶ່ງທີ່ນຳສະເໜີຕໍ່ກອງປະຊຸມສະໄໝທີ 49
ຂອງຄະນະກຳມະການດັ່ງກ່າວທີ່ນະຄອນເຈນີວາໃນມື້ວັນສຸກ
ວານນີ້ ຄະນະກຳມະການ ທີ່ປະກອບດ້ວຍ ພວກນັກຊ່ຽວຊານ
10 ທ່ານກ່າວວ່າ ພວກເຂົາເຈົ້າພົບເຫັນວ່າມີບໍ່ເທົ່າໃດກໍລະນີ ເທົ່ານັ້ນທີ່ໄດ້ດຳເນີນການສືບສວນຢ່າງມີປະສິດທິຜົນ ທີ່ນຳໄປ
ສູ່ການລົງໂທດຕໍ່ພວກທີ່ໄດ້ທຳການທໍລະມານຢູ່ໃນຣັດເຊຍ.

ຄະນະກຳມະການດັ່ງກ່າວຮຽກຮ້ອງໃຫ້ຣັດເຊຍ ເອົາມາດຕະການທີ່ມີປະສິດທິຜົນໃນທັນ
ທີ ເພື່ອປ້ອງກັນບໍ່ໃຫ້ມີການທໍລະມານ ໃນທຸກຮູບແບບ ແລະການປະຕິບັດທີ່ບໍ່ຖືກບໍ່ຕ້ອງ ຢູ່ໃນທົ່ວປະເທດ ຕະຫຼອດທັງການກຳຈັດປັດເປົ່າບໍ່ໃຫ້ພວກທີ່ຖືກກ່າວຫາວ່າ ເປັນຜູ້ຮັບ ຜິດຊອບຕໍ່ການກະທຳຜິດ ໄດ້ຮັບການຍົກເວັ້ນຈາກການຖືກລົງໂທດ.

ຄະນະກຳມະການຕໍ່ຕ້ານການທໍລະມານຍັງໄດ້ຮຽກຮ້ອງໃຫ້ຣັດເຊຍຍົກເລີກກົດໝາຍໃໝ່ ສະບັບນຶ່ງ ທີ່ໄດ້ຮັບການສະໜັບສະໜຸນໂດຍ ປະທານາທິບໍດີ Vladimir Putin ທີ່ໄດ້ຂະ ຫຍາຍການຈຳກັດຄວາມກ່ຽວກັບຄຳວ່າ “ຂາຍຊາດ” ໃຫ້ ກວ້າງຂວາງອອກໄປຕື່ມອີກ ທີ່ ພວກຕຳໜິຕິຕຽນເວົ້າວ່າ ອາດມີການນໍາໃຊ້ຕໍ່ບຸກຄົນໃດກໍຕາມທີ່ຄັດຄ້ານລັດຖະບານນັ້ນ ວ່າ ເປັນຜູ້ຂາຍຊາດ.
XS
SM
MD
LG