ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫະປະຊາຊາດ ກ່າວວ່າ ຄວາມສ່ຽງໃນການຮົ່ວໄຫຼ ຂອງນໍ້າມັນ ຢູ່ທະເລແດງ ມີເພີ້ມຂຶ້ນທຸກມື້


ຮູບພາບຈາກດາວທຽມ ວັນທີ 19 ກໍລະກົດ 2020 ສະແດງໃຫ້ເຫັນ ວ່າ ກຳປັ່ນບັນທຸກນໍ້່າມັນ FSO Safer ຢູ່ນອກຝັ່ງປະເທດເຢເມນ.
ຮູບພາບຈາກດາວທຽມ ວັນທີ 19 ກໍລະກົດ 2020 ສະແດງໃຫ້ເຫັນ ວ່າ ກຳປັ່ນບັນທຸກນໍ້່າມັນ FSO Safer ຢູ່ນອກຝັ່ງປະເທດເຢເມນ.

(ຫົວໜ້າສິ່ງແວດລ້ອມສະຫະປະຊາຊາດ ໄດ້ເຕືອນໃນວັນພະຫັດວານນີ້ວ່າ ການ ສ່ຽງທີ່
ຈະເກີດນໍ້າມັນຮົ່ວໄຫຼຂະໜາດໃຫຍ່ໃນທະເລແດງເພີ້ມຂຶ້ນໃນແຕ່ລະມື້ ໃນ ຂະນະທີ່ພວກ
ກະບົດໃນເຢເມນ ຂັດຂວາງບໍ່ໃຫ້ບັນດາຜູ້ຊ່ຽວຊານສາກົນເຂົ້າໄປ ຫາກຳປັ່ນບັນທຸກນ້ຳ
ມັນທີ່ເກົ່າ ແລະຖືກປະປ່ອຍລຳນຶ່ງ ທີ່ບັນທຸກນ້ຳມັນດິບຫຼາຍກວ່າ 1 ລ້ານບາແຣລ.

ທ່ານນາງອິງເກີ ແອນເດີສັນ ຜູ້ບໍລິຫານໂຄງການສິ່ງແວດລ້ອມຂອງສະຫະປະຊາຊາດ
ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບກຳ ປັ່ນບັນທຸກນໍ້າມັນ
ດັ່ງກ່າວວ່າ “ຢູ່ໃນກໍລະນີທີ່ເກີດໄຟໄໝ້ ຫຼືເກີດລະເບີດ ຜູ້ຄົນປະມານ 4 ລ້ານ 8 ແສນຄົນ
ໃນເຢເມນ ແລະ 350,000 ຄົນຢູ່ໃນຣາຊະອາ ນາຈັກຊາອຸດີ ອາຣາເບຍ ອາດປະເຊີນ
ໜ້າ ກັບລະດັບຄວາມເປິເປື້ອນ ທີ່ເປັນ ອັນຕະລາຍ ພາຍໃນ 24 ຫາ 36 ຊົ່ວໂມງ.”

ທ່ານນາງ ກ່າວເພີ້ມວ່າ “ພວກເຮົາຍັງບໍ່ຮູ້ສະພາບການທີ່ແທ້ຈິງຂອງກຳປັ່ນ ຫຼື ການແກ້
ໄຂດີສຸດທີ່ພວກເຮົາຈະຈັດການກັບນ້ຳມັນ 1 ລ້ານ 1 ແສນບາແຣລຢູ່ ໃນກຳປັ່ນທີ່ເກົ່າ
ແກ່ ຊຶ່ງຈອດຢູ່ໃນເຂດທີ່ມີຄວາມຫຼໍ່ແຫຼມຕໍ່ສິ່ງແວດລ້ອມໃນທະ ເລແດງ.”

ພວກເຈົ້າໜ້າທີ່ສະຫະປະຊາຊາດໄດ້ຊອກຫາຊ່ອງທາງເຂົ້າໄປຫາກຳປັ່ນ FSO Safer
ຫຼາຍກວ່າສອງປີມາແລ້ວ ເພື່ອຊັ່ງຊາເບິ່ງຄວາມປອດໄພ ສ້ອມແປງ ເລັກນ້ອຍ ແລະ
ໃນທີ່ສຸດກໍແກ່ເຂົ້າໄປຫາທ່່າເຮືອດ້ວຍຄວາມປອດໄພເພື່ອເອົາ ນໍ້າມັນອອກ. ແຕ່ວ່າພວກ
ກະບົດຮູຕີທີ່ຄວບຄຸມເຂດດັ່ງກ່າວ ບໍ່ເອົາຫົວຊາຊໍ້າ ແລ້ວຊໍ້າອີກ ຕໍ່ຄໍາໝັ້ນສັນຍາ ທີ່ຈະ
ອະນຸຍາດໃຫ້ເລື້ອງນັ້ນ ເກີດຂຶ້ນ.

ຫວ່າງມໍ່ໆມານີ້ ໃນເດືອນພະຈິກ ສະຫະປະຊາຊາດເຊື່ອວ່າ ຕົນໄດ້ບັນລຸຂໍ້ຕົກ ລົງກັບ
ພວກກະບົດ. ແຕ່ທ່ານນາງແອນເດີສັນ ກ່າວວ່າ ອຸບປະສັກ ທາງການ ເມືອງ ແລະດ້ານ
ພະລາທິການ ໄດ້ຂັດຂວາງ ຕໍ່ການສົ່ງເຈົ້າໜ້າທີ່ໄປປະຕິບັດ ງານ.

ກຳປັ່ນບັນທຸກນໍ້າມັນອາຍຸ 45 ປີ ຍັງຈອດຢູ່ 60 ກິໂລແມັດ ທາງພາກຕາເວັນ ຕົກສຽງເ
ໜືອ ຂອງທ່າເຮືອໃຫຍ່ ໂຮເດດາ (Hodeida) ຂອງປະເທດ. ກຳປັ່ນລໍານີ້ ຍັງບໍ່ທັນໄດ້
ສ້ອມແປງໃດໆມາເປັນເວລາດົນກວ່າຫົກປີແລ້ວ ແລະສະຫະ ປະຊາຊາດມີຄວາມເປັນ
ຫ່ວງວ່າ ຮ່າງຂອງກຳປັ່ນອາດຊຸດໂຊມເຂົ້າຂີ້ໝ້ຽງແລະ ແກັສທີ່ຕິດໄຟງ່າຍ ອາດມີການ
ກໍ່ຕົວຂຶ້ນຢູ່ໃນສ່ວນໃດສ່ວນນຶ່ງຂອງກຳປັ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG