ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ລາຍ​ງານ​ສິດ​ທິ​ມະ​ນຸດ ສ​ປ​ຊ 'ມີ​ຄວາມ​ເປັນ​ຫ່ວງ​' ກ່ຽວ​ກັບ ​ການ​ສົ່ງ​ກັບ​ຄືນ​ປະ​ເທດ​ແບບ​ບັງ​ຄັບ ​ຂະ​ນະ​ທີ່​ເກົາ​ຫຼີ​ເໜືອ​ເປີດ​ຊາຍ​ແດນ​ຄືນ


​ທ່ານ​ນາງ​ເອ​ລີ​ຊາ​ແບັດ ຊາ​ລ​ມັນ ຜູ້​ລາ​ຍ​ງານ​ພິ​ເສດ​ດ້ານ​ສິດ​ທິ​ມະ​ນຸດ​ໃນ​ເກົາ​ຫຼີ​ເໜືອ ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ໂຊ​ລ ເກົາ​ຫຼີ​ໃຕ້ ວັນ​ທີ 12 ກັນ​ຍາ 2023.
​ທ່ານ​ນາງ​ເອ​ລີ​ຊາ​ແບັດ ຊາ​ລ​ມັນ ຜູ້​ລາ​ຍ​ງານ​ພິ​ເສດ​ດ້ານ​ສິດ​ທິ​ມະ​ນຸດ​ໃນ​ເກົາ​ຫຼີ​ເໜືອ ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ໂຊ​ລ ເກົາ​ຫຼີ​ໃຕ້ ວັນ​ທີ 12 ກັນ​ຍາ 2023.

ເຈົ້າ​ໜ້າ​ທີ່​ສິດ​ທິ​ມະ​ນຸດ​ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ໃນ​ຂະ​ນະ​ທີ່​ການ​ເປີດ​ຊາຍ​ແດນ​ຂອງ​ເກົາ​ຫຼີ​ເໜືອ ແມ່ນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ໜ້າ​ຍິນ​ດີ​ນຳ ໃນ​ຂະ​ນະ​ທີ່​ພຽງ​ຢາງ​ໂຍະ​ຍານ​ຜ່ອນ​ຜັນ​ການ​ຄວບ​ຄຸມ​ກ່ຽວ​ກັບ​ໂຄວິດ-19 ແຕ່​ກໍ​ຍັງ​ມີ​ຄວາມ​ກັງ​ວົນຕ່າງໆ​ຢູ່ ຮວມ​ທັງ ‘ຄວາມ​ສ່ຽງ​ຂະ​ໜາດ​ໃຫຍ່’ ຕໍ່​ການ​ບັງ​ຄັບ​ເພື່ອ​ໃຫ້​ສົ່ງ​ຊາວ​ເກົາ​ຫຼີ​ເໜືອ​ທີ່​ຖືກ​ຄຸມ​ຂັງ​ຢູ່​ໃນ​ປະ​ເທດ​ອື່ນໆ ໃຫ້​ກັບ​ຄືນ​ບ້ານ.

ຜູ້​ຂຽນ​ລາຍ​ງານ​ພິ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດ​ຢູ່​ໃນ​ເກົາ​ຫຼີ​ເໜືອ ທ່ານ​ນາງ​ເອ​ລີ​ຊາ​ແບັດ ຊາ​ລມັນ (Elizabeth Sal-mon) ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ເຈົ້າ​ໜ້າ​ທີ່​ສະ​ຫະ​ປະ​ຊາ​ຊາດ “ໄດ້​ສະ​ແດງ​ຄວາມ​ກັງ​ວົນເປັນ​ປະ​ຈຳກັບ​ຈີນແລະ​ປະ​ເທດ​ສະ​ມາ​ຊິກ​ອື່ນໆ” ກ່ຽວ​ກັບ “ຄວາມ​ສ່ຽງ​ຢ່າງ​ແທ້​ຈິງ​ໃນ​ເລື້ອງ​ການ​ທໍ​ລະ​ມານ” ແລະ “ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ທີ່​ຮ້າຍ​ແຮງ​ອື່ນໆ” ຊຶ່ງ​ຊາວ​ເກົາ​ຫຼີ​ເໜືອ​ທີ່​ໂຕນ​ໜີ​ອາດ​ຈະ​ປະ​ເຊີນ​ກັບ​ການ​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ.

ທ່ານ​ນາງ​ຊາ​ລ​ມັນ ກ່າວ​ວ່າ ພວກ​ໂຕນ​ໜີ​ທີ່​ເປັນ​ແມ່​ຍິງ​ໄດ້​ຖືກກວດ​ຄົ້ນ​ຮ່າງ​ກາຍ​ແບບ​ລ່ວງ​ລ້ຳ ທີ່​ແນ​ໃສ່​ເພື່ອ​ຊອກ​ຫາ​ເງິນ​ທີ່​ລັກ​ລອບ​ເຂົ້າ​ປະ​ເທດຢູ່​ຕາມ​ອະ​ໄວ​ຍະ​ວະ​ລັບ.

“ພວກ​ເຮົາ​ຮູ້​ດີ​ວ່າ​ໃນ​ເວ​ລານີ້ ໄດ້​ມີ​ການ​ສົ່ງ​ກັບ ​ພວກ​ທີ່​ບໍ່​ໂຊກ​ດີ​ຈຳ​ນວນ​ນຶ່ງ​ພວມ​ດຳ​ເນີນ​ຢູ່” ທ່ານ​ນາງ​ຊາ​ລ​ມັນ​ກ່າວ ແລະທ່ານ​ນາງ​ເວົ້າ​ຕື່ມ​ວ່າ​ ທ່ານ​ນາງ​ຫວັງ​ວ່າ​ລັດ​ຖະ​ບານ​ຈີນ ສາ​ມາດ “ຊອກ​ຫາການ​ແກ້​ໄຂ” ກັບ​ເຈົ້າ​ໜ້າ​ທີ່​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ. “ຂ້າ​ພະ​ເຈົ້າ​ຕົກ​ໃຈ​ຫຼາຍ ແລະ​ພ້ອມ​ແລ້ວ​ທີ່​ຈະ​ຂຶ້ນ​ສຽງ.”

ເກົາ​ຫຼີ​ໃຕ້​ຮຽກ​ຮ້ອງ​ໃຫ້​ປັກ​ກິ່ງ​ສົ່ງ​ຊາວ​ເກົາ​ຫຼີ​ເໜືອ​ໂຕນ​ໜີ ທີ່​ຖືກ​ຄຸມ​ຂັງ​ຢູ່​ຈີນ​ໄປ​ຍັງ​ເກົາ​ຫຼີ​ໃຕ້ ແທນ​ທີ່​ຈະ​ສົ່ງ​ພວກ​ເຂົາ​ເຈົ້າ​ກັບ​ຄືນ​ໄປ​ເກົາ​ຫຼີ​ເໜືອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG