ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສານ​ອາຍ​າສາ​ກົນ ຮ່ວມ​ກັບອີກ​ 3 ​ປະ​ເທດ ​​ສືບ​ສວນ ຄວາມ​ເປັນ​ໄປ​ໄດ້ ໃນກໍ່​ອາດ​ຊະ​ຍາ​ກຳ​ສົງ​ຄາມ ຂອງ​ຣັດ​ເຊຍ ໃນ​ຢູ​ເຄ​ຣນ


ສານ​ອາຍາສາ​ກົນ ​ຫຼື ICC ກ່າວ​ໃນວັນ​ຈັນ​ວ​ານ​ນີ້​ວ່າ ເປັນ​ເທື່ອ​ທຳ​ອິດ​ທີ່​ຕົນ​ຈະ​ມີ​ສ່​ວນໃນ​ການ​ສືບ​ສວນ​ກັບ​ທີມ​ງານ​ຂອງຫລາຍ​ປະ​ເທດ ເພື່ອ​ພິ​ສູດ​ວ່າ ຣັດ​ເຊຍ​ໄດ້ກໍ່​ອາດ​ຊະ​ຍາ​ກຳ​ສົງ​ຄາມ ​ໃນລະ​ຫວ່າ​ງ​ສອງ​ເດືອນ​ທີ່​ໄດ້​ທຳການ​ຮຸກ​ຮານ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ. ​

ໄອ​ຍະ​ການ​ຂ​ອງ​ສານ​ອາ​ຍາ​ສາ​ກົນ ທ່າ​ນ​ກາ​ຣິມ ຄານ ແລະ​ບັນ​ດາອະ​ທິ​ໄອ​ຍະ​ການ​ຈາກ ລີ​ທົວ​ເນຍ ໂປ​ແລນ ແລະ​ຢູ​ເຄ​ຣນ ໄດ້​ລົງ​ນາມ​ເຫັນ​ພ້ອມ ​ທີ່​ຈະ​ເຂົ້າຮ່ວມ​ການ​ດຳ​ເນີນງານ​ສືບ​ສວນ​ ອີງ​ຕາມ​ຄຳ​ເວົ້າ​ຂອງອົ​ງ​ການ​ຮ່ວມ​ມື​ທາງ​ດ້ານ​ຍຸ​ຕິ​ທຳ​ສະ​ຫະ​ພ​າບຢູ​ໂຣບ ຫຼື Eurojust ​ທີ່ໄດ້​ກ່າວ​ໄວ້​ນັ້ນ.

​ອົງ​ການ Eurojust ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລງ​ການອີກ​ວ່າ “ດ້ວຍ​ການ​ເຫັນ​ພ້ອມ​ດັ່ງ​ກ່າວ​ນີ້ ທຸກ​ພັກ​ຝ່າຍ​ກຳ​ລັງ​ສົ່ງ​ຂ່າວ​ທີ່​ແຈ້ງ​ຂາວ​ວ່າ ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ຈະ​ນຳ​ໄປ​ສູ່ການ​ເກັບ​ກຳ​ຫລັກ​ຖານ ​ທີ່​ເປັນ​ຈຸດໃຈ​ກາງ​ຂອງການກໍ່ອາດ​ຊະ​ຍາ​ກຳ​ສ​າ​ກົນ ຢູ່​ໃນ​ຢູ​ເຄ​ຣນ ແລະ​ນຳ​ເອົາຜູ້​ຮັບ​ຜີດ​ຊອບ​ມາ​ດຳ​ເນີນ​ຄະ​ດີ.

​ລີທົວ​ເນຍ ໂປ​ແລນ ແລະ​ຢູ​ເຄ​ຣນ ໄດ້​ເຊັນ​ຂໍ້​ຕົກ​ລົງ​ເດືອນ​ແລ້ວ​ນີ້ ເພື່ອ​ແລກ​ປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ຄວ​າ​ມ​ສົງ​ໄສ​ຕໍ່​ການ​ກໍ່​ອາດ​ຊະ​ຍາ​ກຳ​ສົງ​ຄາມ ແລະ​ອາດ​ຊະ ຍາ​ກຳ​ຕ້ານ​ມະ​ນຸດຊາດ ​ໃນລະ​ຫວ່າງ​ການບຸກໂຈມ​ຕີຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ.

​ທ່ານ​ຄາ​ນ ໄດ້​ເປີດ​ການ​ສືບ​ສວນ​ຂອງສານ ICC ໃນ​ຕົ້ນ​ເດືອນ​ແລ້ວ​ນີ້​ກ່ຽວ​ກັບຄວາມເປັນ​ໄປ​ໄດ້ໃນ​ການ​ກໍ່​ອາດ​ຊະ​ຍາ​ກຳ​ສົງ​ຄາມ ຫລັງ​ຈາກ​ສະ​ມາ​ຊິກ​ຂອງ ສານ​ຫລາຍ​ຄົນ ໄດ້​ຮ້ອງ​ຂໍ​ໃຫ້​ທຳການ​ສືບ​ສວນ.

​ການ​ສືບ​ສວນ​ຂັ້ນ​ຕົ້​ນ​ຫລາຍ​ຢ່າງ ​ຂອງ​ການ​ກະ​ທຳ​ຣັດ​ເຊຍ​ຢູ່​ໃນ​ຢູ​ເຄ​ຣນ ໄດ້​ເນັ້ນ​ໜັກ​ ໃສ່​ການ​ເສຍຊີ​ວິດ​ຂອງ​ພົນ​ລະ​ເຮືອນ ເຊັ່​ນການ​ສັງ​ຫານ​ໝູ່ຊາວ​ບ້ານຫລາຍ ​ຮ້ອຍ​ຄົນໃນ​ເມືອງ​ບູ​ຊາແລະ​ເຂດນອກ​ອື່ນໆ​ທີ່​ຢູ່​ໃກ້​ກັບ​ນະ​ຄອນ​ຫລວງກີ​ຢິບກ່ອນ ​ຣັດ​ເຊຍ​ຖອນກອງ​ກຳ​ລັງ ເພື່ອ​ເພັ່ງ​ເລັງ​ໃສ່​ການ​ໂຈມ​ຕີ​ຂອງເຂົາ​ເຈົ້າ​ໃສ່ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ.

ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ພົນ​ລະ​ເຮືອນຢູ​ເຄ​ຣນ​ເກືອບ 2,000 ຄົນ ໄດ້​ເສຍ​ຊີ​ວິດ ນັບ​ແຕ່​ກາງເດືອນ​ເມ​ສາເປັນ​ຕົ້ນ​ມາ. ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ແນ​ເປົ້າ​ໝາຍ​ໃສ່​ພົນ​ລະ​ເຮືອນ.

The International Criminal Court said Monday that for the first time it will be part of a multination investigative team to probe whether Russia committed war crimes during its two-month invasion of Ukraine.

ICC prosecutor Karim Khan and prosecutors general from Lithuania, Poland and Ukraine signed an agreement to jointly conduct the investigation, the European Union Agency for Criminal Justice Cooperation (Eurojust) said.

"With this agreement, parties are sending a clear message that all efforts will be undertaken to effectively gather evidence on core international crimes committed in Ukraine and bring those responsible to justice," Eurojust said in a statement.

Lithuania, Poland and Ukraine signed an agreement last month to exchange information about suspected war crimes and crimes against humanity during Russia’s assault on Ukraine.

Khan had already opened an ICC investigation early last month into possible war crimes committed in Ukraine after several of the court's member states requested an investigation.

Several early investigations of Russian actions in Ukraine focused on civilian deaths, such as the massacre of hundreds of residents in Bucha and other suburbs near the capital of Kyiv, before Russia moved troops to focus their assault on eastern Ukraine.

The United Nations says nearly 2,000 Ukrainian civilians had been killed as of mid-April. Russia has denied targeting civilians.

XS
SM
MD
LG