ຜູ້ລາຍງານພິເສດສຳລັບມຽນມາຂອງອົງການສະຫະປະຊາຊາດ ກ່າວວ່າ ພວກຊາວໜຸ່ມຂອງປະເທດ ໄດ້ “ຊິມລົດຊາດຂອງເສລີພາບ” ແລະຈະບໍ່ຍອມລົດລະໃນຄວາມພະຍາຍາມ ທີ່ຈະຕ່າວປີ້ນການກໍ່ລັດຖະປະຫານຂອງທະຫານຢູ່ໃນປະ ເທດຂອງພວກເຂົາ.
“ຂ້າພະເຈົ້າປະທັບໃຈກັບພວກຊາວໜຸ່ມ” ທ່ານທອມ ແອນດຣູ ໄດ້ກ່າວຕໍ່ວີໂອເອ ໃນການໃຫ້ສຳພາດ ເມື່ອວັນພຸດວານນີ້.
ທ່ານໄດ້ກ່າວວ່າ ຫຼາຍຄົນໄດ້ຮຽນຮູ້ກ່ຽວກັບຊີວິດການເປັນຢູ່ ພາຍໃຕ້ການປົກ ຄອງຂອງທະຫານຈາກພໍ່ແມ່ແລະພໍ່ເຖົ້າແມ່ເຖົ້າຂອງພວກເຂົາເຈົ້າ. ແຕ່ໃນຫ້າປີຜ່ານມາ ໃນຂະນະທີ່ປະເທດໄດ້ເຄື່ອນຕົວຢ່າງຊ້າໆໄປສູ່ປະຊາທິປະໄຕ ພວກເຂົາໄດ້ຊົມໃຊ້ເສລີພາບສ່ວນບຸກຄົນໃນລະດັບໃດນຶ່ງ ແລະບໍ່ຢາກຈະຫັນກັບຄືນໄປຫາລະບອບຜະເດັດການຂອງທະຫານ.
ທ່ານແອັນດຣູ ໄດ້ເວົ້າວ່າ “ພວກຄົນເຫຼົ່ານີ້ແມ່ນຊາວໜຸ່ມທີ່ແທ້ຈິງ ຜູ້ທີ່ເສຍສະ ຫລະທຸກສິ່ງທຸກຢ່າງ ແລະສ່ຽງທຸກສິ່ງທຸກຢ່າງ ເພື່ອຕໍ່ສູ້ສຳລັບອະນາຄົດ.”
ພວກທະຫານຂອງມຽນມາ, ກອງກຳລັງ ທັດມາດໍ ໄດ້ຍຶດອຳນາດເມື່ອວັນທີ 1 ກຸມພາ ໂດຍປະກາດພາວະສຸກເສີນໄລຍະນຶ່ງປີ ແລະໄດ້ຄຸມຕົວຜູ້ນຳທີ່ແທ້ຈິງຂອງມຽນມາ ທ່ານນາງ ອອງ ຊານ ຊູ ຈີ ແລະປະທານາທິບໍດີ ອູ ວິນ ມຽນ ຮ່ວມກັບຄົນອື່ນໆນຳດ້ວຍ.
ການເຂົ້າກຳອຳນາດໄດ້ເກີດຂຶ້ນພາຍຫຼັງຈາກບໍ່ເທົ່າໃດວັນຂອງຄວາມເຄັ່ງຕຶງລະຫວ່າງ ທະຫານແລະພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NLD ທີ່ປົກຄອງປະເທດໃນປັດຈຸບັນ ຊຶ່ງໄດ້ຊະນະການເລືອກຕັ້ງໃນເດືອນພະຈິກປີກາຍນີ້. ກອງກຳລັງທັດມາດໍ ໄດ້ປະຕິເສດບໍ່ຍອມຮັບຜົນການເລືອກຕັ້ງ ໂດຍກ່າວອ້າງວ່າ ມີການສໍ້ໂກງການເລືອກຕັ້ງຂະໜາດໃຫຍ່.
ທ່ານແອນດຣູ ນັກຊ່ຽວຊານອິດສະຫລະດ້ານສິດທິມະນຸດຜູ້ ທີ່ໄດ້ຮັບອຳນາດຈາກສະພາສິດທິມະນຸດຂອງສະຫະປະຊາຊາດ ໄດ້ຮຽກຮ້ອງຕໍ່ປະຊາຄົມທຸລະກິດຂອງຕ່າງປະເທດ ໃນອາທິດນີ້ ໃຫ້ຕັດສາຍສຳພັນກັບມຽນມາ ຕາບໃດທີ່ທະຫານຍັງກຳອຳນາດຢູ່.
ທ່ານແອນດຣູ ເວົ້າວ່າ “ພວກນາຍພົນທັງຫຼາຍແມ່ນເປັນຫ່ວງຫຼາຍກ່ຽວກັບການພັດທະນາແລະສ້າງສາເສດຖະກິດ, ແລະແນ່ນອນ ພວກເຂົາເປັນຫ່ວງແທ້ ແຕ່ອັນນັ້ນແຫລະ ເປັນແຫຼ່ງຂອງອຳນາດຕໍ່ລອງ.”
ທ່ານໄດ້ໃຫ້ຂໍ້ສັງເກດວ່າ ພວກນັກລົງທຶນທັງຫຼາຍ ຕ້ອງການສະຖຽນລະພາບ, ຄວາມຮັບຜິດຊອບ ແລະຕົວບົດກົດໝາຍ, ແລະປາສະຈາກສິ່ງເຫຼົ່ານີ້ແລ້ວ, ຄວາມເຊື່ອໝັ້ນ ແມ່ນໄດ້ຖືກທຳລາຍ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ