ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ຊ່ຽວຊານສິດທິມະນຸດ ສປຊ ຮຽກຮ້ອງໃຫ້ສາກົນ ຕອບໂຕ້ຢ່າງແຮງ ແລະບໍ່ຄຸມເຄືອຕໍ່ການເຮັດລັດຖະປະຫານ ໃນມຽນມາ


ທະຫານມຽມມາຄົນນຶ່ງຢືນຍາມຢູ່ນອກສຳນັກງານໃຫຍ່ຂອງເມືອງ ຫຼັງຈາກລັດຖະປະຫານ ໃນນະຄອນຢ່າງກຸ້ງ ປະເທດມຽນມາ
ເມື່ອວັນທີ 2 ກຸມພາ 2021.
ທະຫານມຽມມາຄົນນຶ່ງຢືນຍາມຢູ່ນອກສຳນັກງານໃຫຍ່ຂອງເມືອງ ຫຼັງຈາກລັດຖະປະຫານ ໃນນະຄອນຢ່າງກຸ້ງ ປະເທດມຽນມາ ເມື່ອວັນທີ 2 ກຸມພາ 2021.

ຂຽນລາຍງານພິເສດ ກ່ຽວກັບມຽນມາ ຂອງອົງການສະຫະປະຊາຊາດ ທ່ານທອມ ແອນດູຣ
(Tom Andrews) ກ່າວໃນວັນອັງຄານວານນີ້ວ່າ ການຍຶດອຳ ນາດຂອງທະຫານຢູ່ໃນປະ
ເທດດັ່ງກ່າວ ເປັນທີ່ “ຮັບເອົາບໍ່ໄດ້” ແລະຕ້ອງໄດ້ມີ ການຕອບໂຕ້ຢ່າງແຂງຂັນ ແລະບໍ່ຄຸມເຄືອ ຈາກສາກົນ.

ທ່ານແອນດຣູກ່າວຕໍ່ ວີໂອເອ ວ່າ “ນີ້ແມ່ນການໂຈມຕີຕໍ່ປະຊາຊົນທັງໝົດ. ມັນເປັນທີ່
ໜ້າລະອາຍ ແລະປະຊາຄົມສາກົນຄວນຕອບໂຕ້ໂດຍກົງ ຢ່າງແຂງຂັນ ແລະຢ່າງມີ
ຄວາມຮັບຜິດຊອບ.”

ກອງທັບມຽນມາ ຫຼືຕັດມາດໍ (Tatmadaw) ໄດ້ຍຶດອຳນາດໃນວັນຈັນທີ່ຜ່ານມາ ປະກາດ
ພາວະສຸກເສີນເປັນເວລານຶ່ງປີ ແລະຄຸມຂັງຜູ້ນຳທີ່ແທ້ຈິງ ທ່ານ ນາງອອງ ຊານ ຊູຈີ ແລະ
ປະທານາທິບໍດີ ອູ ວິນ ມິນ (U Win Myint) ທີ່ ຮວມຢູ່ໃນພວກທີ່ຖືກຈັບ.

ການຍາດເອົາອຳນາດມີຂຶ້ນຫຼັງຈາກບໍ່ເທົ່າໃດມື້ ຫຼັງຈາກໄດ້ເກີດຄວາມເຄັ່ງຕືງ ລະຫວ່າງທະຫານ ແລະພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ທີ່ໄດ້ຊະນະການເລືອກ
ຕັ້ງໃນເດືອນພະຈິກ. ກອງທັບມຽນມາໄດ້ປະຕິເສດ ບໍ່ ຍອມຮັບເອົາຜົນການເລືອກຕັ້ງໂດຍ
ກ່າວຫາວ່າມີການສໍ້ໂກງຄະແນນຢ່າງໃຫຍ່.

ທ່ານແອນດຣູ ຜູ້ຊ່ຽວຊານສິດທິມະນຸດອິດສະຫຼະ ຜູ້ໄດ້ຮັບຄຳສັ່ງມາຈາກສະພາສິດທິມະ
ນຸດຂອງອົງການສະຫະປະຊາຊາດ ຮ້ອງການກ່າວຫາ ທີ່ບໍ່ມີມູນ ຄວາມຈິງຂອງພວກທະ
ຫານວ່າ ບໍ່ມີຫຼັກຖານ ແລະ “ເປັນທີ່ໜ້າຢາກຫົວ.”

ທ່ານກ່າວວ່າ “ມັນແມ່ນສິ່ງນຶ່ງທີ່ພາໃຫ້ມີຄວາມເປັນຫ່ວງກ່ຽວກັບການເລືອກຕັ້ງ. ການ
ເລືອກຕັ້ງສ່ວນໃຫຍ່ ປະຊາຊົນມີຄວາມເປັນຫ່ວງນຳ. ແຕ່ທ່ານບໍ່ໂຄ່ນລົ້ມ ປະເທດ ຍ້ອນ
ທ່ານມີຄວາມເປັນຫ່ວງ ກ່ຽວກັບການເລືອກຕັ້ງ.”

ທ່ານກ່າວວ່າ ການປະພຶດດັ່ງກ່າວ ຈໍາເປັນຕ້ອງໄດ້ມີການຕອບໂຕ້ຢ່າງແຂງຂັນ ຈາກສາ
ກົນ ດ້ວຍຄວາມເປັນນໍ້ານຶ່ງໃຈດຽວ ເພື່ອໃຫ້ພວກນາຍພົນເຂົ້າໃຈວ່າ ພວກເຂົາເຈົ້າຈະ
ຕ້ອງໄດ້ຈ່າຍຄ່າເສຍຫາຍ ໃນການກະທຳຂອງພວກເຂົາເຈົ້າ.

ຜູ້ຂຽນລາຍງານພິເສດກ່າວວ່າ “ຂ້າພະເຈົ້າຢາກເຫັນປະຊາຄົມສາກົນ ພິຈາລະນາ ທາງ
ເລືອກໃນຂອບເຂດທີ່ກວ້າງຂວາງ ຮວມທັງການລົງໂທດ ທີ່ແນໃສ່ ດ້ານເສດຖະກິດ ຊຶ່ງ
ຈະມີຜົນກະທົບຕໍ່ພວກທີ່ຮັບຜິດຊອບໃນການກໍ່ການທີ່ໜ້າ ລະອາຍນີ້ ການຫ້າມຂາຍ
ອາວຸດ ແລະບາດກ້າວຕ່າງໆທີ່ຈະມີຜົນກະທົບ ບໍ່ ແມ່ນພຽງແຕ່ສິ່ງທີ່ພວກເຮົາໄດ້ເວົ້າມາ
ນີ້ ແຕ່ທີ່ສຳຄັນໄປກວ່ານັ້ນ ແມ່ນໃນສິ່ງທີ່ພວກເຮົາເຮັດໄປ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG