ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທູດພິເສດ ດ້ານສິດທິມະນຸດ ສປຊ ເລີ້ມຢ້ຽມຢາມ ກຳປູເຈຍ 10 ມື້


ຜູ້​ຂຽນລາຍ​ງານ ​ກ່ຽວ​ກັບ​ເລື້ອງ​ສິດທິ​ມະນຸດ​ ສະຫະປະຊາຊາດ ທ່ານນາງ Rhona Smith (ຊ້າຍ) ເລີ້ມຢ້ຽມຢາມກຳປູເຈຍ ເປັນເວລາ 10 ມື້.
ຜູ້​ຂຽນລາຍ​ງານ ​ກ່ຽວ​ກັບ​ເລື້ອງ​ສິດທິ​ມະນຸດ​ ສະຫະປະຊາຊາດ ທ່ານນາງ Rhona Smith (ຊ້າຍ) ເລີ້ມຢ້ຽມຢາມກຳປູເຈຍ ເປັນເວລາ 10 ມື້.

ຜູ້​ຂຽນລາຍ​ງານ ​ກ່ຽວ​ກັບ​ເລື້ອງ​ສິດທິ​ມະນຸດ​ຢູ່​ໃນ​ກຳ​ປູ​ເຈຍ ຂອງ
ສະຫະ​ປະຊາ​ຊາດ ​ທ່ານ​ນາງ Rhonda Smith ເລີ້ມ​ການ​ຢ້ຽມ
ຢາມ​ປະ​ເທດ​ດັ່ງກ່າວ​ເປັນ​ເວລາ 10 ມື້​ ​ໃນ​ວັນ​ຈັນ​ວານ​ນີ້.

ບັນດາ​ຜູ້ນຳ​ກຸ່ມສັງຄົມ​ພົນລະ​ເຮືອນ ຜູ້​ທີ່​ໄດ້​ພົບ​ປະ​ກັບ ທ່ານ​ນາງ
Smith ​ການ​ໜ້າການ​ສືບຂອງ​ທ່ານ​ນາງ ກ່າວ​ວ່າ ບັນດາ​ກຸ່ມປົກ​
ປ້ອງ​ສິດທິ​ມະນຸດ​ໄດ້​ຍົກເອົາ ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບສິດ​ເສລີ
ພາບ​ໃນ​ການ​ປາ​ກ​ເວົ້າ ສິດ​ເສລີພາບ​ທາງອິນ​ເຕີ​ແນັດ ການກົດ​
ດັນ​ຕໍ່​ກຸ່ມ​ສັງຄົມພົນລະ​ເ​ຮື​ອນ ​ແລະ​ຄວາມ​ທ່ຽງ​ທຳ​ການ​ເລືອກ​ຕັ້ງ
ໃນ​ຊຸມ​ປີ​ຕໍ່ໜ້າ​ຂຶ້ນມາ​ໂອ້​ລົມ.

ທ່ານ Chak Sopheap ຜູ້​ອຳ​ນວຍ​ການ​ສູນ​ກາງ​ສິດ​ມະນຸດ​ກຳປູ​ເຈຍ ກ່າວ​ຕໍ່ ວີ​ໂອ​ເອ
ພາສາ​ຂະ​ເໝນວ່າ ​ບັນດາ​ກຸ່ມຕ່າງໆໄດ້​ກ່າວ​ເຖິງ​ຮ່າງ​ກົດໝາຍຄຸ້ມ​ຄອງ ບັນດາ​ອົງການ
​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ​ການ​ເລືອກຕັ້ງ​ຕ່າງໆ ຊຶ່ງ​ເຂົາເຈົ້​າ ກ່າວ​ວ່າ ຈະ​ເຮັດ​ໃຫ້​ຍາກ
​ຂຶ້ນ​ກວ່າ​ເກົ່າ​ຕໍ່ກຸ່ມສັງຄົມ​ພົນລະ​ເຮືອນ ​ທີ່​ຈະ​ປະຕິບັດ​ງານ​ຢູ່​ໃນ​ປະ​ເທດກຳປູ​ເຈຍ​ໄດ້.

ປະຊາຊົນພາກັນເດີນຂະບວນ ເພື່ອສ້າງຄວາມຕື່ນຕົວ ດ້ານສິດທິມະນຸດ ຢູ່ໃນກຳປູເຈຍ.
ປະຊາຊົນພາກັນເດີນຂະບວນ ເພື່ອສ້າງຄວາມຕື່ນຕົວ ດ້ານສິດທິມະນຸດ ຢູ່ໃນກຳປູເຈຍ.

ທ່ານ Chak Sopheap ຍັງກ່າວ​ວ່າ “ອັນ​ທີ່ກຸ່ມ​ສັງຄົມ​ພົນລະ​ເຮືອນ ​ໄດ້​ຍົກ​ຂຶ້ນມາ​ໂອ້​ລົມ
​ກັບ​ທ່ານ​ນາງນັ້ນ ​ພົວພັນ​ກັບສິດທິ​ພື້ນຖານ ​ແລະ​ປ​ະຊາ​ທິປະ​ໄຕ​ຢູ່​ໃນ​ກຳ​ປູ​ເຈຍ ຊຶ່ງ​ຕົກ​ຢູ່
ພາຍ​ໃຕ້​ການ​ຂົ່ມຂູ່. ດັ່ງ​ທີ່​ພວກ​ເຮົາ​ຮູ້ ກົດລະບຽບ​ກ່ຽວ​ກັບ​ອົງ ການຈັດຕັ້ງທີ່​ບໍ່​ຂຶ້ນກັບ​
ລັດຖະບານ​ຫຼື NGO ​ແລະກົດໝາຍ​ການ​ເລືອກ​ຕັ້ງ​ເປັນ​ການ​ຂົ່ມຂູ່​ຕໍ່​ກຸ່ມ NGO ຜູ້​ທີ່​ໄດ້​
ເຮັດ​ວຽກ​ຢ່າງ​ໃກ້ຊິດ​ກັບ​ກິດຈະການ​ໆ​ເມືອງເຫລົ່ານີ້.”

ທ່ານ Chak Sopheap ຍັງ​ກ່າວ​ວ່າ ບັນດາ​ອົງການ NGO ຍັງ​ຈະ​ຕ້ອງ​ຫລິ້ນ​ບົດບາດ​ອັນສຳຄັນ​ ​ໃ​ນການ​ເລືອກ​ຕັ້ງ​ຊຸມ​ຊົນ​ແຫ່ງ​ຊາດ​ໃນ​ປີ 2017 ​ແລ​ະໃນ​ປີ 2018 ທີ່​ຄາດວ່າ ຈະ​ເປັນ​ການ​ຕໍ່ສູ້ທີ່​ຍາກລຳບາກ ​ແລະເປັນຊ່ວງ​ລະຍະທີ່ມີທ່າ ທາງວ່າ ມີ​ຄວາມສ່ຽງຕໍ່​ຄວາມ​ບໍ່​ສະຫງົບເພີ້ມຂຶ້ນນັ້ນ.

XS
SM
MD
LG