ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດ ສປຊ ຮຽກຮ້ອງໃຫ້ ໂຊລ ສືບຕໍ່ກົດດັນ ເກົາຫຼີເໜືອ


Warga Aceh termasuk anggota polisi dan tentara mengikuti tari Saman massal yang berasal dari etnik Gayo di Kabupaten Gayo Lues, provinsi Aceh. (Foto: Antara).
Warga Aceh termasuk anggota polisi dan tentara mengikuti tari Saman massal yang berasal dari etnik Gayo di Kabupaten Gayo Lues, provinsi Aceh. (Foto: Antara).

ຫົວໜ້າສືບສວນ ຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່ຽວກັບ
ການລະເມີດສິດທິມະນຸດຂອງ ເກົາຫລີເໜືອ ໄດ້​ຮຽກຮ້ອງ​
ໃຫ້​ເກົາຫຼີ​ໃຕ້ ບໍ່ໃຫ້ເປັນ​ບ່ອນ​ທຳລາຍ​ຕໍ່​ຄວາມ​ພະຍາມຂອງ​
ນາໆ​ຊາດ​ ເພື່ອຟ້ອງຮ້ອງອຳນາດການປົກຄອງ ຂອງ Kim
Jong Un.

​ໂຊລ ​ແມ່ນ​ກຳລັງພະຍາຍາ​ມ ທີ່​ຈະ​ຫຼຸດ​ຜ່ອນຄວາມ​ເຄັ່ງ​ຕຶງ​
ໃນເຂດຊາຍ​ແດນ​ລົງ ​ແລະ ສືບ​ຕໍ່​ຫາທາງໃຫ້ບັນລຸ​ແຜນ​
ຍຸດ​ທະ​ສາດ​ລະຍະ​ຍາວຂອງ​ຕົນ ​ເພື່ອ​ທ້ອນໂຮມແຫຼມເກົາຫລີ
ດ້ວຍສັນຕິວິທີ. ແຕ່ຜູ້ຂຽນລາຍງານ​ພິ​ເສດ ກ່ຽວ​ກັບສິດທິ
ມະນຸດ​ໃນ​ເກົາຫຼີ​ເໜືອ ​ກ່າວວ່າບໍ່​ຄວນ ​ທີ່​ຈະຫລຸດຜ່ອນການກົດ​ດັນຂອງ​ນາໆ​ຊາດ​ເກົາຫລີເໜືອ.

ທ່ານ Marzuki Darusman ຜູ້ຂຽນລາຍງານ​ພິ​ເສດຂອງ​ອົງການ​ສະຫະ​ປະຊາ​ຊາດ
ກ່ຽວ​ກັບ​ສະຖານະ​ການ​ດ້ານສິດທິມະນຸດໃນ​ເກົາຫຼີ​ເໜືອ ​ໄດ້​ກ່າວ​ວ່າ: “​ໃນ​ຂະນະ​ທີ່​ການ
ທ້ອນ​ໂຮມປະເທດ​ເປັນເລື້ອງທີ່ຍິ່ງໃຫຍ່ ​ແຕ່ຄວາມຮັບຜິດຊອບ
ຕໍ່ການກໍ່ອາຊະຍາກຳ
ຕ້ານມະນຸດຊາດນັ້ນ ​ແມ່ນຈຳ​ເປັນ​ຕ້ອງໄດ້ມີການວາງ​ແຜ​ນຢ່າງຮອບ​ຄອບ ​ຢ່າງ​ໝັ້ນຄົງ ​
ໂດຍ​ປະຊາ​ຄົມນາໆ​ຊາດ.”

ທ່ານ Darusman ​ແມ່ນ​ສ່ວນ​ນຶ່ງ​ຂອງຄະນະກຳມາທິການສືບສວນອົງການ​ສະຫະ​ປະຊາ​ຊາດ ທີ່​ໄດ້​ບັນທຶກ ​ເຄືອຂ່າຍຄຸກພວກນັກ​ໂທດການ​ເມືອງ​ໃນ​ເກົາຫຼີ​ເໜືອ ​ແລະ​ການກໍ່ໂທດ
ກຳຕ່າງໆ​ ທີ່​ຮວມທັງ ການ​ເຂັນ​ຂ້າ ການ​ໃຊ້ແຮງງານແບບຂ້າ​ທາດ ການທໍລະມານ ການ​ຂົ່ມຂື່ນ​ສຳ​ເລົາ ​ແລະ​ການ​ບັງຄັບ​ໃຫ້​ທຳ​ແທ້ງ.

ລາຍ​ງານ​ທີ່​ວ່າ​ນີ້ ​ໄດ້​ເຮັດໃຫ້​ອົງ​ການ​ສະຫະ​ປະຊາ​ຊາດ ສະເໜີໃຫ້ສົ່ງເລື້ອງຂອງ​ເກົາຫຼີ​ເໜືອ
ຂຶ້ນ​ສູ່​ສານ​ອາຍາ​ໂລກ​ໃນ​ການ​ກໍ່ໂທດກຳຕ້ານ​ມະນຸດຊາດ. ກອງ​ປະຊຸ​ມສະມັດຊາ​ໃຫຍ່
ອົງ​ການ​ສະຫະ​ປະຊາ​ຊາດ​ໄດ້ໃຫ້ການສະໜັບສະໜຸນຕໍ່ການສະເໜີແນະດັ່ງກ່າວ ໃນ​ປີ​ກາຍ​ນີ້ ​ແຕ່​ວ່າ ມາດຕະການດັ່ງກ່າວໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາຫລັງຈາກນັ້ນ ຢູ່ໃນ​ສະພາ​ຄວາມໝັ້ນຄົງອົງ​ການ​ສະຫະ​ປະຊາ​ຊາດ ບ່ອນ​ທີ່​ຈີນ ​ແລະຣັດ​ເຊຍ ມີ​ສິດ​ຍັບ​ຍັ້ງນັ້ນ.

XS
SM
MD
LG