ໂຮງໄຟຟ້ານິວເຄລຍຊາໂປຣິສເຊຍຂອງຢູເຄຣນ ທີ່ຖືກປິດລ້ອມມາຫຼາຍອາທິດແລ້ວນັ້ນ ໄດ້ຖືກ “ຕັດຂາດຢ່າງຊິ້ນເຊີງ” ເປັນການຊົ່ວຄາວ ຈາກຕາຄ່າຍໄຟຟ້າຂອງປະເທດໃນວັນພະຫັດວານນີ້ ອີງຕາມອົງການຄຸ້ມຄອງພະລັງງານຂອງລັດ.
ອົງການອີເນີໂກອາຕອມ (Energoatom) ໄດ້ຖິ້ມໂທດໃສ່ຣັດເຊຍ ໂດຍເວົ້າວ່າ “ການກະທຳຂອງພວກຮຸກຮານ” ເປັນເຫດພາໃຫ້ມີການຕັດຂາດຂອງໂຮງໄຟຟ້າອອກຈາກຕາຄ່າຍ. ອົງການດັ່ງກ່າວຍັງເວົ້າວ່າ ການຕັດຂາດໃນຄັ້ງນີ້ແມ່ນນັບເປັນເທື່ອທຳອິດໃນປະຫວັດຂອງໂຮງໄຟຟ້າ ຊຶ່ງເປັນໂຮງໄຟຟ້ານິວເຄລຍທີ່ໃຫຍ່ທີ່ສຸດໃນຢູໂຣບ.
ແຕ່ອົງການພະລັງງານປະລະມະນູສາກົນ ກ່າວວ່າ ໃນເວລາຕໍ່ມາ ທາງຝ່າຍຢູເຄຣນໄດ້ແຈ້ງໃຫ້ຕົນຊາບວ່າ ການສົ່ງໄຟຟ້າໄດ້ມີການຟື້ນຟູຄືນ ໂດຍໂຮງໄຟຟ້າ ໃຊ້ຄວາມຮ້ອນທີ່ຕັ້ງຢູ່ໃກ້ຄຽງ. ອົງການພະລັງງານປະລະມານູສາກົນກ່າວວ່າຍັງບໍ່ມີຂ່າວຄາວໂດຍກົງໃດໆແຈ້ງໃຫ້ຮູ້ໃນທັນທີວ່າ ແມ່ນຫຍັງຄືສາເຫດທີ່ພາໃຫ້ມີການຕັດໂຮງໄຟຟ້າດັ່ງກ່າວອອກຈາກຕາຄ່າຍ.
ຣັດເຊຍແລະຢູເຄຣນຕ່າງກໍໄດ້ຖິ້ມໂທດໃສ່ອີກຝ່າຍນຶ່ງ ໃນການໂຈມຕີທີ່ມີຂຶ້ນໃກ້ໆໂຮງໄຟຟ້າຊາໂປຣິສເຊຍ ໃນຂະນະທີ່ພວກຜູ້ນຳຂອງໂລກ ໄດ້ພາກັນສະແດງຄວາມຢ້ານກົວວ່າ ການສູ້ລົບອາດນຳໄປສູ່ໄພພິບັດທາງດ້ານນິວເຄລຍທີ່ມີຄວາມຮ້າຍແຮງເທົ່າໆກັນກັບຢູ່ໂຮງໄຟຟ້າເຊີໂນໂບ. ຣັດເຊຍແລະຢູເຄຣນຕ່າງກໍບໍ່ໄດ້ຫົວຊາຕໍ່ການຮຽກຮ້ອງໂດຍພວກຜູ້ນຳຂອງໂລກ ທີ່ຢາກໃຫ້ມີການສ້າງຕັ້ງເຂດປອດທະຫານຂຶ້ນ ໃນບໍລິເວນອ້ອມແອ້ມໂຮງໄຟຟ້າດັ່ງກ່າວ.
ອົງການອີເນີໂກອາຕອມ ກ່າວວ່າ ໂຮງໄຟຟ້າຊາໂປຣິສເຊຍ ໄດ້ຖືກຕັດອອກຈາກຕາຄ່າຍສາຍສົ່ງໄຟຟ້າແຫ່ງຊາດ ຫຼັງຈາກໄດ້ເກີດໄຟໄໝ້ທີ່ທໍ່ລະບາຍຂີ້ເທົ່າ ຢູ່ໂຮງໄຟຟ້າໃຊ້ຄວາມຮ້ອນຊຶ່ງຕັ້ງຢູ່ໃກ້ຄຽ ທີ່ສ້າງຄວາມເສຍຫາຍໃຫ້ແກ່ສາຍໄຟຟ້າທີ່ຕໍ່ໃສ່ລະບົບສາຍສົ່ງ. ສາຍໄຟຟ້າອື່ນໆອີກ 3 ສາຍ “ໄດ້ຮັບຄວາມເສຍຫາຍກ່ອນໜ້ານີ້ ໃນລະຫວ່າງການໂຈມຕີຂອງພວກກໍ່ການຮ້າຍ” ໂດຍກຳລັງຣັດເຊຍ ອີງຕາມຖະແຫຼງຂ່າວຂອງອົງການອີເນີໂກອາຕອມ.
ອົງການດັ່ງກ່າວເວົ້າວ່າ ຍ້ອນສາຍໄຟຟ້າດັ່ງກ່າວໄດ້ຮັບຄວາມເສຍຫາຍ ເຕົາປະຕິກອນນິວເຄລຍ 2 ໃນຈຳນວນທັງໝົດ 6 ເຕົາຂອງໂຮງໄຟຟ້າ ທີ່ຍັງເຮັດໜ້າທີ່ຢູ່ “ກໍໄດ້ຖືກຕັດອອກຈາກຕາຄ່າຍ” ໃນຂະນະທີ່ຕົນພະຍາຍາມຕໍ່ສາຍສົ່ງຈາກເຕົາແຍກນຶ່ງ ຄືນໃສ່ຕາຄ່າຍ.
ອົງການຂ່າວ RIA Novosti ຂອງຣັດເຊຍ ກ່າວວ່າ ລະບົບຮັກສາຄວາມປອດໄພທີ່ໂຮງໄຟຟ້າໄດ້ເປີດໃຊ້ຄືນແລ້ວ ຫຼັງຈາກລະບົບໄຟຟ້າໄດ້ປະສົບກັບຄວາມລົ້ມແຫຼວ.