ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າສິດທິມະນຸດ ສະຫະປະຊາຊາດ ກ່າວວ່າ ທ່ານ Trump "ເປັນອັນຕະລາຍ"


ທ່ານ Jordan Prince Zeid Ra'ad Zeid al-Hussein ຄະນະກຳມະການ ສິດທິມະນຸດ ສະຫະປະຊາຊາດ.
ທ່ານ Jordan Prince Zeid Ra'ad Zeid al-Hussein ຄະນະກຳມະການ ສິດທິມະນຸດ ສະຫະປະຊາຊາດ.

ຫົວໜ້າ​ສິດທິ​ມະ​ນຸດ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຖ້າຫາກ​ຖືກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍ​ດີ​ຄົນ​ຕໍ່​ໄປ ທ່ານ Donald Trump ຈະ​ເປັນ “ອັນຕະ ລາຍຕໍ່​ແນວ​ຄິດສາກົນ.”

ທ່ານ Zeid Ra’ad al-Hussein ເອີ້ນ​ຄຳ​ເຫັນ​ຈຳນວນ​ນຶ່ງຂອງ​ທ່ານ Trump ກ່ຽວ​ກັບປະຊາ​ຄົມ​ທີ່ມີຄວາມຫຼໍ່ແຫຼມ​ ​ແລະ​ການ​ໃຊ້​ຄວາມ​ທາ​ລຸນນັ້ນວ່າ “​ເປັນ​ເລື້ອງທີ່ຮັບ​ບໍ່ໄດ້​ ​ແລະ​ເປັນ​ທີ່​ລົບ​ກວນໃຈທີ່ສຸດ.”

ຄຳ​ຖ​ະ​ແຫລ​ງຂອງ​ທ່ານ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່​ນະຄອນ Geneva ​ເກີ​ດຂຶ້ນ​ນຶ່ງ​ເດືອນ​ຫລັງ​ຈາກ​ທີ່ທ່ານ​ກ່າວ​ວ່າ ບັນດາ​ນັກ​ການ​ເມືອງ​ທີ່ໄດ້ຮັບຄວາມ​ນິຍົມ​ຊົມ​ຊອບ​ຄື​ດັ່ງ​ທ່ານ Trump ​ແລະ​ນັກ​ຫົວຊາ​ດນິ​ຍົມ Dutch ທ່ານ Geert Wilders ພາກັນ​ໃຊ້​ຄວາມ​ຢ້ານ​ກົວ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່ໂລກແບບທີ່​ບໍ່ເຄີຍມີ​ມາກ່ອນ ​ເພື່ອ​ໃຫ້​ໄດ້​ຮັບຄວາມນິຍົມ.

ທ່ານ Zeid ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ​ບໍ່​ມີ​ແຜນວ່າ​ຈະ​ຫລຸດ​ຜ່ອນ​ນໍ້າ​ສຽງ​ໃນຖະ​ແຫລງການ​ດັ່ງ​ກ່າວລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

UN Right Trump
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG