ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ ປະ​ນາມ​ການ​ສັງ​ຫານ​ ພວກ​ປະ​ທ້ວງ ​ໃນ​ປະ​ເທດ ​ຊູ​ດານ


ພວກຜູ້ຊາຍໜຸ່ມປະເຊີນໜ້າກັບຕຳຫຼວດ ໃນລະຫວ່າງການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ທີ່ໄດ້ຂັບໄລ່ລັດຖະບານພົນລະເຮືອນອອກເມື່ອເດືອນແລ້ວນີ້, ນະຄອນຫຼວງ ຄາທູດ, ປະເທດ ຊູດານ. 17 ພະຈິກ, 2021.
ພວກຜູ້ຊາຍໜຸ່ມປະເຊີນໜ້າກັບຕຳຫຼວດ ໃນລະຫວ່າງການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ທີ່ໄດ້ຂັບໄລ່ລັດຖະບານພົນລະເຮືອນອອກເມື່ອເດືອນແລ້ວນີ້, ນະຄອນຫຼວງ ຄາທູດ, ປະເທດ ຊູດານ. 17 ພະຈິກ, 2021.

ຂ້າຫຼວງໃຫຍ່ເພື່ອສິດທິມະນຸດອົງການສະຫະປະຊາຊາດໄດ້ກ່າວປະນາມການປາບປາມຂອງທະຫານ ຕໍ່ຜູ້ປະທ້ວງຊາວ ຊູດານ, ນຶ່ງວັນຫຼັງຈາກກອງກຳລັງຮັກສາຄວາມປອດໄພໄດ້ສັງຫານປະຊາຊົນ 15 ຄົນ ໃນການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານຂອງທະຫານໃນປະເທດດັ່ງກ່າວເມື່ອວັນທີ 25 ຕຸລາທີ່ຜ່ານມາ.

ວັນພຸດວານນີ້ ເປັນວັນທີ່ໂຫດຮ້າຍທີ່ສຸດຂອງຄວາມຮຸນແຮງ ນັບຕັ້ງການເຂົ້າຄວບຄຸມ ແລະ ຈຳ ນວນຜູ້ເສຍຊີວິດສູງສຸດ ໄດ້ເພີ່ມຂຶ້ນເປັນ 39 ຄົນ ໃນລະ ຫວ່າງການປະທ້ວງສະໜັບສະໜູນປະຊາ ທິປະໄຕເມື່ອບໍ່ດົນມານີ້.

ຜູ້ເຫັນເຫດການຫຼາຍຄົນໄດ້ກ່າວວ່າ ກອງກຳລັງຮັກສາຄວາມປອດໄພໄດ້ຂັບ​ໄລ່ຜູ້ປະທ້ວງໃນນະຄອນຫຼວງ ຄາທູມ ແລະ ຕົວເມືອງອື່ນໆດ້ວຍການໃຊ້ລູກປືນແທ້ ແລະ ແກັສນໍ້າຕາ.

ທ່ານນາງ ມິແຊລ ບາເຊີເລ ຈາກອົງການສະຫະປະຊາຊາດໄດ້ກ່າວໃນຖະແຫຼງ ການສະບັບນຶ່ງ ໃນວັນພະຫັດວານນີ້ວ່າ ຫ້ອງການຂອງທ່ານນາງໄດ້ຂໍກອງກຳ ລັງຮັກສາຄວາມປອດໄພ ແລະ ທະ ຫານຂອງປະເທດຢ່າງຊໍ້າແລ້ວຊໍ້າອີກ “ໃຫ້ຢຸດໃຊ້ຄວາມຮຸນແຮງທີ່ບໍ່ຈຳເປັນ ແລະ ບໍ່ສົມສ່ວນຕໍ່ຜູ້ປະທ້ວງ.”

ທ່່ານນາງ ບາເຊີເລ ໄດ້ກ່າວວ່າ “ການຍິງປືນໃສ່ຝູງຜູ້ປະທ້ວງຂະໜາດໃຫຍ່ທີ່ ບໍ່ມີອາວຸດ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ອີກຈຳນວນຫຼາຍບາດເຈັບນັ້ນ, ແມ່ນໜ້າເວດທະນາ, ແນເປົ້າຢ່າງຈະແຈ້ງເພື່ອຍັບຢັ້ງການສະແດງຄວາມຄັດ ຄ້ານຕໍ່ລັດຖະບານຂອງສາທາລະນະ, ແລະ ເທົ່າກັບການລະເມີດຕໍ່ກົດໝາຍສິດທິມະນຸດສາກົນຢ່າງເຫັນໄດ້ຊັດ.”

ອົງການສະຫະປະຊາຊາດ, ໂດຍອ້າງເຖິງແຫຼ່ງຂ່າວການແພດທີ່ໜ້າເຊື່ອຖືນັ້ນໄດ້ກ່າວວ່າ, ຜູ້ປະທ້ວງຫຼາຍກວ່າ 100 ຄົນໄດ້ຮັບບາດເຈັບໃນການປະທ້ວງໃນວັນພຸດທີ່ຜ່ານມາ, ລວມທັງ 80 ຄົນ ຜູ້ທີ່ຖືກຍິງສ່ວນເທິງຂອງຮ່າງກາຍ ແລະ ຫົວ.

ຕຳຫຼວດໄດ້ກ່າວວ່າ ເຈົ້າໜ້າທີ່ 89 ຄົນ ໄດ້ຮັບບາດເຈັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG