ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວ​ໜ້າ​ດ້ານສິດ​ທິ​ມະ​ນຸດ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເດີນ​ທາງ​ຮອດ ຈີນ


ຂ້າຫຼວງ​ໃຫຍ່​ເພື່ອ​ສິດ​ທິ​ມະ​ນຸດ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ມິ​ແຊ​ລ ບາ​ເຊີ​ເລ.
ຂ້າຫຼວງ​ໃຫຍ່​ເພື່ອ​ສິດ​ທິ​ມະ​ນຸດ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ມິ​ແຊ​ລ ບາ​ເຊີ​ເລ.

ຂ້າຫຼວງ​ໃຫຍ່​ເພື່ອ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ມິ​ແຊ​ລ ບາ​ເຊີ​ເລ (Michelle Bachelet) ໄດ້​ເດີນ​ທາງ​ຮອດປະ​ເທດ ຈີນ ໃນ​ວັນ​ຈັນ​ວານນີ້, ສຳ​ລັບ​ການ​ຢ້ຽມ​ຢາມ​ທີ່​ຄາດ​ວ່າ​ຈະ​ຖືກ​ຄອບ​ງຳ​ ໂດຍ​ການ​ກ່າວ​ຫາ ກ່ຽວ​ກັບ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ໃນ​ພາກ​ພື້ນ​ຊິນ​ຈຽງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ 6 ວັນ​ຂອງ​ທ່ານ​ນາງ​ນັ້ນ, ທ່ານ​ນາງ ບາ​ເຊີ​ເລ ຈະ​ເດີນ​ທາງ​ໄປ​ເມືອງ ຄາ​ສ​ກາ (Kashqar) ແລະ ອູ​ຣຸມ​ຈີ (Urumqi), ເຊິ່ງ​ແມ່ນ​ເມືອງ​ເອກ​ຂອງ​ພາກ​ພື້ນ​ດັ່ງ​ກ່າວ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ກ່າວ​ຫາ​ຈີນ ກ່ຽວ​ກັບ​ການ​ກັກ​ຂັງ​ຊາວ​ມຸ​ສ​ລິມ​ຊົນ​ເຜົ່າ​ວີ​ເກີ 1 ລ້ານ​ຄົນ ​ໃນ​ພາກ​ພື້ນ​ຊິນ​ຈຽງ ແລະ ໄດ້​ລ່ວງ​ລະ​ເມີດຕໍ່​ເຂົາ​ເຈົ້າ. ຈີນ ໄດ້​ປະ​ຕິ​ເສດ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ລ່ວງ​ລະ​ເມີດຕໍ່​ຊາວ​ວີ​ເກີ.

ກຸ່ມປົກ​ປ້ອງສິດ​ທິ​ມະ​ນຸດ​ຕ່າງໆ​ໄດ້​ເຕືອນ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ ບາ​ເຊີ​ເລ​ ຈະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ກາ​ນ​ປົກ​ປິດ​ການ​ລ່ວງ​ລະ​ເມີດ​ຕ່າງໆ​ໂດຍ​ລັດ​ຖະ​ບານ ຈີນ ໃນ​ພາກ​ພື້ນ​ຊິນ​ຈຽງ​ນັ້ນ.

ຈະ​ບໍ່​ມີ​ສື່ມວນ​ຊົນ​ເດີນ​ທາງ​ໄປ​ກັບ​ທ່ານ​ນາງ ບາ​ເຊີ​ເລ ໃນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ, ແລະ ມັນ​ກໍ​ບໍ່​ມີ​ຄວາມ​ກະ​ຈ່າງ​ແຈ້ງວ່າທ່ານ​ນາງ​ຈະ​ຖືກ​ອະ​ນຸ​ຍາດ​ໃຫ້​ໄປ​ຢ້ຽມ​ຢາມ​ສູນ​ກັກ​ຂັງ ບ່ອນ​ທີ່​ລັດ​ຖະ​ບານ ຈີນ ໄດ້​ກັກ​ຂັງ​ຊາວ​ວີ​ເກີ​ນັ້ນຫຼືບໍ່. ຈີນ ໄດ້​ເອີ້ນ​ສະ​ຖານ​ທີ່​ດັ່ງ​ກ່າວ​ວ່າ​ສູນ​ດັດ​ສ້າງ ແລະ ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ໃຊ້​ມັນ​ຢ່າງ​ປະ​ສົບ​ຄວາມ​ສຳ​ເລັດ​ເພື່ອ​ປາບ​ປາມການ​ກໍ່​ຄວາມ​ຮຸນ​ແຮງ ແລະ ນຳ​ຄວາມ​ເປັນ​ລະ​ບຽບ​ກັບ​ຄືນ​ມາ​ສູ່​ພາກ​ພື້ນ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ກ່າວ​ວ່າ ຈີນ ໄດ້​ກັກ​ຂັງ​ຊາວ​ວີ​ເກີ, ກາ​ຊັກ ແລະ ຊົນ​ກຸ່ມ​ນ້ອຍ​ມຸ​ສ​ລິມ​ອື່​ນໆ​ໃນ​ແຂວງ​ຊິນ​ຈຽງ ເພື່ອກວາດ​ລ້າງ​ສາ​ສະ​ໜາ​ ແລະ ເອ​ກະ​ລັກ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ເຂົາ​ເຈົ້າ. ລັດ​ຖະ​ບານ ສະ​ຫະ​ລັດ ໄດ້​ກ່າວ​ວ່າການ​ກະ​ທຳ​ຂອງ ຈີນ ແມ່ນ​ເທົ່າ​ກັບ​ການ​ຂ້າ​ລ້າງ​ເຜົ່າ​ພັນ ແລະອາ​ຊະ​ຍາ​ກຳ​ຕໍ່ມະ​ນຸດຊາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG