ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UN ລາຍງານ ການເສຍຊີວິດ ແລະ ບາດເຈັບ ຂອງພົນລະເຮືອນ ອັຟການິສຖານ ສືບຕໍ່ເພີ່ມ ຂຶ້ນ


ກອງກຳລັງຮັກສາຄວາມໝັ້ນຄົງ ກວດກາສະຖານທີ່
ເກີດເຫດລະເບີດສະຫຼະຊີບ ໃກ້ກັບສະຖານທູດ ຣັດເຊຍ ໃນນະຄອນຫຼວງ ກາບູລ, ປະເທດ ອັຟການິຖານ. 20 ມັງກອນ, 2016.
ກອງກຳລັງຮັກສາຄວາມໝັ້ນຄົງ ກວດກາສະຖານທີ່ ເກີດເຫດລະເບີດສະຫຼະຊີບ ໃກ້ກັບສະຖານທູດ ຣັດເຊຍ ໃນນະຄອນຫຼວງ ກາບູລ, ປະເທດ ອັຟການິຖານ. 20 ມັງກອນ, 2016.

ອົງການສະຫະປະຊາຊາດກ່າວວ່າ ສົງຄາມໃນປະເທດ ອັຟການິສຖານ ໄດ້ເປັນສາເຫດ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເກືອບ 2,000 ຄົນໃນ 3 ເດືອນທຳອິດຂອງປີນີ້, ເຊິ່ງ ສະແດງໃຫ້ເຫັນເຖິງການເພີ່ມຂຶ້ນ 2 ເປີເຊັນປຽບທຽບໃສ່ໄລຍະເວລາດຽວກັນຂອງປີກາຍ ນີ້. ຕົວເລກດັ່ງກ່າວລວມມີການເພີ່ມຂຶ້ນ 11 ເປີເຊັນໃນຈຳນວນ

ພົນລະເຮືອນທີ່ໄດ້ຮັບບາດເຈັບ 1,343 ຄົນ ແຕ່ວ່າເພີ່ມຂຶ້ນ 13 ເປີເຊັນໃນຈຳນວນຄົນທີ່ ເສຍຊີວິດທີ່ 600 ຄົນ.

ການສູ້ຮົບກັນ ໄດ້ຮຸນແຮງຂຶ້ນໃນປະເທດ ອັຟການິສຖານ ນັບຕັ້ງແຕ່ພວກຕາລີບານ ໄດ້ ປະກາດເລີ່ມຕົ້ນການໂຈມຕີລະດູບານໃໝ່ປະຈຳປີ ໃນວັນອັງຄານທີ່ຜ່ານມາ, ກໍ່ໃຫ້ເກີດ ຄວາມເປັນຫ່ວງ ກ່ຽວກັບ ການນອງເລືອດທີ່ຈະເພີ່ມສູງຂຶ້ນໃນປີ 2016 ນີ້.

ຫົວໜ້າພາລະກິດການຊ່ວຍເຫຼືອໃນປະເທດ ອັຟການິສຖານ ຂອງອົງການ ສະຫະປະຊາ ຊາດ ຫຼື UNAMA ທ່ານ Nicolas Haysom ໄດ້ຮຽກຮ້ອງໃຫ້ທຸກໆຝ່າຍໃນຄວາມຂັດ ແຍ່ງ ອັຟການິສຖານ ໃຊ້ຄວາມລະມັດລະວັງ ເພື່ອປົກປ້ອງພວກພົນລະເຮືອນໃນ ລະ ຫວ່າງ ການປະຕິບັດໜ້າທີ່ຂອງຕົນ.

ທ່ານ Haysom ໄດ້ກ່າວວ່າ “ເຖິງແມ່ນວ່າຄວາມຂັດແຍ້ງຈະຮຸນແຮງຂຶ້ນ, ມັນກໍບໍ່ຈຳ ເປັນທີ່ຈະຕ້ອງເຮັດໃຫ້ມັນສອດຄ່ອງກັນ ໂດຍການເຊື່ອມໂຍງຄວາມເຈັບປວດຂອງ ພົນລະ ເຮືອນກັບຝ່າຍຕ່າງໆທີ່ປະຕິບັດພັນທະທາງດ້້ານກົດໝາຍມະນຸດສະທຳສາກົນ ແລະ ສິດທິມະນຸດຢ່າງຈິງຈັງ.”

ອົງການ UNAMA ໄດ້ບັນທຶກຈຳນວນພົນລະເຮືອນຜູ້ເສຍຊີວິດ ແລະ ບາດເຈັບຫຼາຍ ກວ່າ 11,000 ຄົນ, ລວມມີຜູ້ເສຍຊີວິດ 3,500 ຄົນໃນປີ 2015, ເຊິ່ງເປັນຕົວເລກທີ່ສູງທີ່ ສຸດນັບຕັ້ງແຕ່ພວກເຂົາເຈົ້າໄດ້ເລີ່ມບັນທຶກຂໍ້ມູນດ່ັງກ່າວ 7 ປີແລ້ວ.

ໃນຂະນະທີ່ພວກເຂົາເຈົ້າໄດ້ເປີດເຜີຍຕົວເລກພົນລະເຮືອນຜູ້ເສຍຊີວິດ ແລະ ບາດເຈັບ ຄັ້ງຫຼ້າສຸດໃນວັນອາທິດວານນີ້, ອົງການ UNAMA ໄດ້ກ່າວຫາກອງກຳລັງຕໍ່ຕ້ານລັດຖະ ບານທີ່ນຳໜ້າໂດຍພວກ ຕາລີບານ ສຳລັບການເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ຢ່າງໜ້ອຍ 60 ເປີເຊັນ. ແນວໃດກໍຕາມ ຕົວເລກດັ່ງກ່າວ ກໍໄດ້ສະແດງໃຫ້ເຫັນເຖິງການ ຫຼຸດລົງ 15 ເປີເຊັນ ປຽບທຽບໃສ່ໄລຍະເວລາດຽວກັນໃນປີກາຍນີ້.

ອົງການ UNAMA ໄດ້ໃຫ້ເຫດຜົນວ່າ 19 ເປີເຊັນຂອງຜູ້ເສຍຊີວິດ ແລະ ບາດເຈັບ ແມ່ນ ການກະທຳໂດຍກອງກຳລັງລັດຖະບານ ອັຟການິສຖານ ແລະ ພັນທະມິດຂອງພວກເຂົາ ເຈົ້າ, ໂດຍກ່າວເນັ້ນດ້ວຍຄວາມເປັນຫ່ວງວ່າຈະເພີ່ມຂຶ້ນເປັນ 70 ເປີເຊັນປຽບທຽບໃສ່ 3 ເດືອນທຳອິດຂອງປີ 2015.

ພວກເຂົາເຈົ້າບັນທຶກໄດ້ການເພີ່ມຂຶ້ນຂອງແມ່ຍິງທີ່ເສຍຊີວິດແລະ ບາດເຈັບ 5 ເປີເຊັນ ແລະ ການເສຍຊິວິດ ແລະ ບາດເຈັບຂອງເດັກນ້ອຍເພີ່ມຂຶ້ນ 29 ເປີເຊັນປຽບທຽບໃສ່ໄລ ຍະດຽວກັນຂອງປີທີ່ຜ່ານມາ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

ປະຊາຊົນ ອັຟການິສຖານ ແລະ ກອງກຳລັງຮັກສາຄວາມໝັ້ນຄົງກວດກາລົດເມທີ່ຖືກທຳລາຍ ຫຼັງຈາກການ ໂຈມຕີລະເບີດສະຫຼະຊີບໃນເມືອງ Jalalabad ທາງພາກຕາເວັນອອກຂອງນະຄອນຫຼວງ ກາບູລ, ອັຟການິສໂານ. 11 ເມສາ 2016.
ປະຊາຊົນ ອັຟການິສຖານ ແລະ ກອງກຳລັງຮັກສາຄວາມໝັ້ນຄົງກວດກາລົດເມທີ່ຖືກທຳລາຍ ຫຼັງຈາກການ ໂຈມຕີລະເບີດສະຫຼະຊີບໃນເມືອງ Jalalabad ທາງພາກຕາເວັນອອກຂອງນະຄອນຫຼວງ ກາບູລ, ອັຟການິສໂານ. 11 ເມສາ 2016.
XS
SM
MD
LG