ບົດລາຍງານໃຫມ່ຂອງອົງການສະຫະປະຊາຊາດຊັ້ນນໍາ 4 ຂະແໜງ ແລະທະນາຄານໂລກຄາດຄະເນວ່າ ທຸກໆສອງນາທີ ມີແມ່ຍິງຄົນນຶ່ງເສຍຊີວິດໃນລະຫວ່າງການຖືພາ ຫຼືເກີດລູກ, ຊຶ່ງສ່ວນຫຼາຍແມ່ນມາຈາກສາເຫດທີ່ສາມາດປ້ອງກັນໄດ້.
ບົດລາຍງານທີ່ມີຫົວຂໍ້ "ທ່າອ່ຽງໃນການຕາຍຂອງແມ່ ແຕ່ 2000 ຫາ 2020," “Trends in maternal mortality 2000 to 2020,” ແມ່ນຂຽນໂດຍອົງການອະນາໄມໂລກ (WHO), ກອງທຶນເດັກສາກົນຂອງສະຫະປະຊາຊາດ ຫລື UNICEF, ແລະກອງທຶນດ້ານປະຊາກອນຂອງສະຫະປະຊາຊາດ ຫລື UNFPA, ພ້ອມກັບກຸ່ມທະນາຄານໂລກ ແລະກົມວຽກງານເສດຖະກິດ ແລະສັງຄົມຂອງສະຫະປະຊາຊາດ ພະແນກປະຊາກອນ.
ພວກເຈົ້າໜ້າທີ່ສາທາລະນະສຸກ ກ່າວວ່າ ຂໍ້ມູນທີ່ນຳສະເໜີຢູ່ໃນບົດລາຍງານນີ້ ຄວນເປັນການເຕືອນໃຫ້ບັນດາຜູ້ນຳໂລກ ດຳເນີນການແກ້ໄຂການເສຍຊີວິດຂອງແມ່ ດ້ວຍການລົງທຶນໃນລະບົບການດູແລສຸຂະພາບ ແລະປິດຊ່ອງຫວ່າງຄວາມບໍ່ສະເໝີພາບທາງດ້ານສັງຄົມ ແລະ ເສດຖະກິດທາງທີ່ພາໃຫ້ມີການເສຍຊີວິດເຫຼົ່ານີ້.
"ໃນຂະນະທີ່ການຖືພາຄວນຈະເປັນຊ່ວງເວລາແຫ່ງຄວາມຫວັງ ອັນໃຫຍ່ຫຼວງ ແລະປະສົບການໃນທາງບວກສໍາລັບແມ່ຍິງທຸກຄົນ ແຕ່ມັນກໍຍັງເປັນປະສົບການ ອັນຕະລາຍທີ່ຫນ້າຕົກໃຈ ສໍາລັບຫລາຍລ້ານຄົນໃນທົ່ວໂລກ." ນັ້ນຄືຄຳເວົ້າຂອງທ່ານເຕຣົສ ອາດານອມ ເກເບຣເຢຊຸສ, ຜູ້ອຳນວຍການໃຫຍ່ ຂອງອົງການອະນາໄມໂລກ.