ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານສະຫະປະຊາຊາດ ເຕືອນ ​ກຸ່ມອາລ-ກາອິດາ ​ແລະ​ກຸ່ມລັດອິສລາມ ​ພວມ​ຂະ​ຫຍາຍ​ໂຕ ຢູ່ໃນອັຟການິສຖານ


ລົດຮຳວີ ທີ່ເພພັງໃຊ້ໂດຍທະຫານສະຫະລັດ ລະຫວ່າງສົງຄາມຕ້ານຕາລິບານ ໃນອັຟການິສຖານ ທີ່ເຫັນເປັນເສດເຫລັກກອງກັນຢູ່ ເມືອງການດາຮາ ປະເທດອັຟການິສຖານ ວັນທີ 12 ມິຖຸນາ 2023.
ລົດຮຳວີ ທີ່ເພພັງໃຊ້ໂດຍທະຫານສະຫະລັດ ລະຫວ່າງສົງຄາມຕ້ານຕາລິບານ ໃນອັຟການິສຖານ ທີ່ເຫັນເປັນເສດເຫລັກກອງກັນຢູ່ ເມືອງການດາຮາ ປະເທດອັຟການິສຖານ ວັນທີ 12 ມິຖຸນາ 2023.

ມີ​ຫຼັກ​ຖານເພີ້ມຂຶ້ນ ທີ່ຍັງ​ເປັນ​ບັນ​ຫາ​ໂຕ້​ແຍ້ງ​ກ່ຽວ​ກັບອັຟການິສຖານ ​ພວມ​ກາຍ​ເປັນ​ບ່ອນ​ສ້ອງ​ສຸມກິດຈະການຂອງ​ພວກກໍ່ການຮ້າຍ ທັງກຸ່ມອາລ-ກາອີດາແລະ ເຄືອ​ຂ່າຍ​ກຸ່ມລັດອິສລາມ​ ໃນອັຟການິສຖານ ທີ່ກຳລັງເພີິ້ມຂຶ້ນຢ່າງໄວ ທັງ​ໃນ​ດ້ານຈຳນວ​ນ ແລະ​ຄວາມ​ສາ​ມາດຕ່າງໆ ໂດຍປາດສະຈາກກຳລັງສະຫະລັດ ແລະ​ປະ​ເທດຕາເວັນຕົກຢູ່ພາກພື້ນດິນ.

ການຊັງຊາເຖິງຄວາມຮ້າຍແຮງ ໄດ້ແບ່ງປັນເຜີຍແຜ່ຢູ່ລາຍງານຂອງສະຫະປະຊາຊາດຫວ່າງມໍ່ໆມານີ້ ທີ່ອ້າງອີງໃສ່ການ​ສື​ບ​ລັບປະເທດສະມາຊິກສືບ​ໂດຍ ​ສະ​ຫລຸບ​ວ່າ ບັນດາກຸ່ມກໍ່ການຮ້າຍ “ໄດ້ຮັບເສລີພາບເພີ້ມຂຶ້ນ ໃນການເຄື່ອນ ໄຫວ” ພາຍໃຕ້ການປົກຄອງກຸ່ມຕາລິບານແລະກຳລັງເຮັດ “ການນຳໃຊ້ໂອ​ກາດ​ດັ່​ງ​ກ່າວໄດ້ເປັນ​ຢ່າງດີ.”

ລາຍງານໂດຍຄະ​ນະສັງເກດການ ເບິ່ງ​ການລົງໂທດສະຫະປະຂາຊາດ ເຕືອນວ່າ ​ກຸ່ມອາລ-ກາອີດາ ແລະຕາລິບານ​ຍັງຮັກສາຄວາມສຳພັນທີ່​ເປັນສັນຍາລັກ “ໂດຍ​ທີ່​ກຸ່ມອາລ-ກາອີດາ ມອງ​ເບິ່ງວ່າລັດຖະບານອັຟການິສຖານເປັນບ່ອນ​ຫຼົບ​ລີ້ທີ່ປອດໄພ.”

ກົງກັນຂ້າມ ລາຍງານພົບວ່າ ​ກຸ່ມລັດອິສລາມແຂວງໂຄຣາຊານ ຍັງເປັນທີ່​ຮູ້​ກັນວ່າ IS-Khorasan ຫລື ISIS-K ໄດ້ໃຊ້ຄວາມບໍ່ສາມາດຂອງ​ກຸ່ມຕາລິບານ ເພື່ອສ້າງ​ຕັ້ງ​ການຄວບຄຸມຢູ່ໃນບັນດາເຂດໂດດດ່ຽວ ພ້ອມທັງ​ໃຊ້ຄວາມບໍ່ພໍໃຈກັບການປົກຄອງ​ຂອງ​ກຸ່ມຕາລິບານ ເພື່ອປະໂຫບດຂອງຕົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG