ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍວ່າ ຕົນໄດ້ຮັບ ຫຼັກຖານໃໝ່ ຈາກຊີເຣຍ​ (ວີດີໂອ/ສະໄລດ໌)


UN Report on Syria Leaves Little Doubt about Chemical Weapons
please wait

No media source currently available

0:00 0:02:10 0:00
ລິງໂດຍກົງ
ຣັດ​ເຊຍ​ກ່າວ​ວ່າ ຊີ​ເຣຍ​ໄດ້​ສະ​ໜອງ​ຫຼັກ​ຖານ​ໃໝ່ທີ່​ວ່າ ​ພວກ​ຕໍ່ຕ້ານ
​ລັດຖະບານ ​ແມ່ນ​ຜູ້​ທໍາການໂຈມ​ຕີໂດຍ​ໃຊ້​ອາວຸດ​ເຄມີ​ໃນ​ເດືອນ
​ແລ້ວ​ນີ້ ​ໃກ້ໆກຸງ Damascus.

​ອົງການ​ຂ່າວ​ຂອງຣັດ​ເຊຍ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ຮອງ​ລັດຖະມົນຕີ​
ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Ryabkov ທີ່​ກ່າວວ່າ ຊີ​ເຣຍ​
ໄດ້​ມອບ​ຫຼັກຖານ​ເຫຼົ່າ​ນີ້​ ໃຫ້​ແກ່ຣັດ​ເຊຍ. ທ່ານ​ໄດ້​ພົບ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ
ຊີ​ເຣຍ ທ່ານ Walid al-Moallem ​ໃນກຸງ Damascus ​ໃນ​ວັນ​ອັງ​ຄານ​ວານ​ນີ້ ​ແລະ​ຈ​ະໄດ້
​ເຂົ້າ​ພົບ​ກັບ​ ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ໃນ​ວັນ​ພຸດ​ມື້​ນີ້.

ກຸງ​ວໍ​ຊີງ​ຕັນ​ແລະກຸ່ມປະ​ເທດພັນທະ​ມິດ​ຕາ​ເວັນຕົກ ​ໄດ້​ກ່າວ​ຫາກອງ​ກໍາລັງຊີ​ເຣຍວ່າ ​ເປັນ​ຜູ້
ໃຊ້​ແກັສພິດ ທຳ​ການໂຈມ​ຕີ​ ໃນ​ວັນ​ທີ 21 ເດືອນສິງຫາຜ່ານ​ມາ​ນີ້​ແລະ​ຢືນ​ຢັດວ່າລາຍ​ງານ​
ຂອງ​ອົງການ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ເຫດການ​ດັ່ງກ່າວໃນ​ອາທິດນີ້ ​ແມ່ນ​ຈະ​ແຈ້ງ​ໄດ້
​ສະ​ແດງ​ໃຫ້​ເຫັນ​ວ່າ ​ລັດຖະບານ​ຊີ​ເຣຍ​ເປັນ​ຜູ້​ຮັບຜິດຊອບ.


ທ່ານ Ryabkov ​ກ່າວ​ວ່າ ຣັດ​ເຊຍ​ແມ່ນ​ຜິດ​ຫວັງ​ ຕໍ່​ລາຍ​ງານ​ການ​ໂຈມ​ຕີຂອງອົງການ​ສະຫະ
​ປະຊາ​ຊາດ ​ໂດ​ຍກ່າວ​ວ່າ ​ມັນ​ເປັນ​ລາຍ​ງານ​ທີ່ບໍ່​ຄົບ​ຖ້ວນ​ແລະດັ່ງນັ້ນ ຈຶ່ງ​ເປັນ​ລາຍ​ງານ​ທີ່ມີ
​ຈຸດປະສົງ​ທາງ​ການ​ເມືອງ ລຳອຽງ ​ແລະ​ເຂົ້າ​ຂ້າງຝ່າຍ​ດຽວ.

​ເຖິງ​ແມ່ນ​ວ່າ​ຈະ​ບໍ່​ມີ​ຄວາມ​ເຫັນ​ພ້ອມ​ນຳກໍ່ຕາມ ຣັດ​ເຊຍ ຈີນ​ ແລະ 3 ປະ​ເທດ​ອໍານາດຕາ
​ເວັນ​ຕົກ ​ໄດ້​ຕົກລົງທີ່​ຈະ​ເຮັດ​ວຽກກ່ຽວ​ກັບ​ຍັດຕິ​ຂອງ​ອົງການ​ສະຫະ​ປະຊາ​ຊາດທີ່​ຈະຄຸ້ມ​
ຄອງ​ການກຳ ຈັດ​ຄັງ​ອາວຸດ​ເຄມີ​ຂອງ​ຊີ​ເຣຍ.

ບັນດາ​ນັກ​ການ​ທູດ​ຈາກ​ປະ​ເທດເຫຼົ່ານີ້ ທີ່​ປະ​ກອບ​ເປັນ​ສະມາຊິກສະພາຄວາມ​ໝັ້ນຄົງ​ອົງການ
​ສະຫະ​ປະຊາ​ຊາດນັ້ນ ​ມີ​ກຳນົດ​ຈະ​ປະຊຸມກັນ​ອີກ​ໃນ​ວັນພຸດ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ
​ຂໍ້​ສະ​ເໜີ​ສຳລັບ​ຍັດຕິ​ດັ່ງກ່າວ. ອຸບປະສັກ​ທີ່​ສຳຄັນ​ໃນ​ເວລາ​ນີ້ກໍ​ແມ່ນຈະ​ຮວມ​ເອົາ​ການ​ຂົ່ມຂູ່
​ທາງ​ທະຫານ ​ເພື່ອ​ໃຫ້​ມີ​ການ​ປະຕິບັດ​ມາດ​ຕະການ​ດັ່ງກ່າວ​ຫຼື ຊຶ່ງຣັດ​ເຊຍ ​ແລະ​ຈີນ
ບໍ່​ເຫັນ​ດ້ວຍ​ນໍານັ້ນ.

SYRIA CNPK.mov
please wait
Embed

No media source currently available

0:00 0:01:25 0:00
XS
SM
MD
LG