ບັນດາຜູ້ສັງເກດການສະຫະປະຊາຊາດ ກ່າວວ່າ ການ
ກໍ່ຄວາມຮຸນແຮງໂດຍ ກຸ່ມຕໍ່ຕ້ານລັດຖະບານຢູ່ພາກຕາ
ເວັນອອກຂອງຢູເຄຣນ ກຳລັງເຮັດໃຫ້ການ ເຄົາລົບນັບ
ຖືສິດທິມະນຸດ “ຊຸດໂຊມລົງ ຢ່າງໜ້າຕື່ນຕົກໃຈ” ທ່າມ
ກາງວິກິດການດ້ານການເມືອງ ລະຫວ່າງ Kyiv ແລະ
ພວກແບ່ງແຍກດິນແດນສະໜັບ ສະໜູນຣັດເຊຍ.
ຂ້າຫລວງໃຫຍ່ດ້ານສິດທິມະນຸດ ຂອງສະຫະປະຊາ
ຊາດ ທ່ານ Navi Pillay ກ່າວໃນວັນສຸກມື້ວານນີ້ວ່າ ນອກນັ້ນແລ້ວການພົບເຫັນຂອງສະຫະປະຊາຊາດ
ຍັງ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງສຳ
ລັບພວກຊົນກຸ່ມນ້ອຍ ທີ່ປະເຊີນໜ້າກັບການຮາວີລົບກວນຢູ່ທີ່ເຂດ Crimea ໃນ
ພາກໃຕ້ຂອງຢູເຄຣນທີ່ໄດ້ຖືກປະກາດຮວມເຂົ້າເປັນພາກສ່ວນຂອງຣັດເຊຍໃນ
ເດືອນກຸມພາຜ່ານມານີ້. ທັງ ຢູເຄຣນ ແລະບັນດາພັນທະມິດຕາເວັນຕົກຕ່າງກໍບໍ່
ໄດ້ຮັບຮູ້ ການປະກາດຮວມ ເອົາເຂດດັ່ງກ່າວຂອງຣັດເຊຍ.
ກະຊວງການຕ່າງປະເທດຣັດເຊຍ ໃນວັນສຸກວານນີ້ ໄດ້ກ່າວຫາອົງການສະຫະ ປະຊາຊາດວ່າ ບໍ່ມີຄວາມເປັນກາງເລີຍ ໂດຍເວົ້າວ່າ ລາຍງານຂອງສະຫະປະຊາ
ຊາດ ມີຄວາມບໍ່ສອດຄ່ອງກັນຢ່າງຈະແຈ້ງ ແລະກໍມີມາດຕະຖານສອງໜ້າ ພ້ອມ
ທັງປົກປິດໃນອັນທີ່ກະຊວງການຕ່າງປະເທດຣັດເຊຍເອີ້ນວ່າ ອຳນາດການ ປົກຄອງທີ່ສະຖາປະນາຕົນໃນ ຂອງ Kyiv.
ພວກແບ່ງແຍກດິນແດນ ຢູ່ທີ່ແຂວງ Donetsk ແລະ Luhansk ໃນພາກຕາເວັນ
ອອກຂອງຢູເຄຣນ ພາກັນລົງມະຕິກ່ຽວກັບການປົກຄອງຕົນເອງໃນວັນອາ ທິດທີ່
ຜ່ານມາ ຫລັງຈາກເຂົາເຈົ້າໄດ້ປະກາດເອກກະລາດ ເປັນ “ສາທາລະນະລັດປະ
ຊາຊົນ” ຢູ່ໃນສອງຂົງເຂດ ແລະຜູ້ນຳຫົວແບ່ງແຍກໃນເມືອງ Donetsk ໄດ້ຮ້ອງ
ຂໍໃຫ້ມົສກູ ພິຈາລະນາຢ່າງເປັນທາງການ “ຮັບເອົາ” ຂົງເຂດດັ່ງກ່າວ ເຂົ້າຮ່ວມຢູ່ໃນສະຫະພັນຣັດເຊຍ.
ໃນວັນສຸກມື້ນີ້ອະທິໄອຍະການຂອງຢູເຄຣນໄດ້ປະກາດວ່າ ພວກກະບົດຢູ່ເຂດ ທີ່
ປະກາດຕົນເອງເປັນ ສາທາລະນະລັດປະຊາຊົນ Donetsk ແລະສາທາລະນະປະ
ຊາຊົນ Luhansk ນັ້ນ ເປັນ “ອົງການຈັດຕັ້ງຂອງພວກກໍ່ການຮ້າຍ.”
ບັນດາຜູ້ນຳຂອງທັງສອງສາທາລະນະລັດ ທີ່ແຍກໂຕອອກໄປນັ້ນ ກ່າວວ່າ ເຂົາເຈົ້າ
ຈະບໍ່ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ໃນວັນທີ 25 ພຶດສະພາ ຢູ່ໃນຂົງເຂດຂອງເຂົາເຈົ້າ.
ອັງກິດ ແລະ ສະຫະລັດ ໄດ້ເຕືອນຣັດເຊຍວ່າ ຕົນຈະທຳການລົງໂທດດ້ານເສດຖະ
ກິດໃນຂອບເຂດທີ່ກວ້າງຂວາງ ຖ້າຫາກຣັດເຊຍພະຍາຍາມລົບກວນການເລືອກຕັ້ງທີ່ຢູເຄຣນ ໃນວັນທີ 25 ພຶດສະພານີ້.
ໃນຂະນະດຽວກັນ ກໍມີລາຍງານວ່າ ໄດ້ເກີດຄວາມຮຸນແຮງເພີ່ມຕື່ມ ໃນພາກຕາເວັນອອກຂອງຢູເຄຣນໃນວັນສຸກວານນີ້ ຮວມທັງການສູ້ລົບ ລະຫວ່າງທະຫານ ລັດຖະ
ບານຢູເຄຣນແລະກຳລັງຂອງພວກແບ່ງແຍກດິນແດນ ຢູ່ອ້ອມແອ້ມເມືອງ Slovyansk ແລະ Kramatorsk ແລະການເຂົ້າຍຶດເອົາຄ້າຍທະຫານຢູເຄຣນ ໂດຍພວກແບ່ງແຍກດິນແດນ ໃນເມືອງ Donetsk.