ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລາຍງານ ສປຊ ປະນາມ ການລະເມີດ ສິດທິມະນຸດ ໃນ ຢູເຄຣນ (ວີດີໂອ/ສະໄລດ໌)


UKRAINE SOTVO
please wait
Embed

No media source currently available

0:00 0:00:53 0:00
ບັນດາ​ຜູ້​ສັງ​ເກ​ດການສະຫະ​ປະຊາ​ຊາດກ່າວ​ວ່າ ການກໍ່ຄວາມ​
​ຮຸນ​ແຮງໂດຍກຸ່ມຕໍ່​ຕ້ານລັດຖະບານ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​
ຢູ​ເຄຣນ ກຳລັງ​ເຮັດໃຫ້ ການເຄົາລົບນັບຖື ສິດທິມະນຸດ “ຊຸດ
ໂຊມລົງ ຢ່າງໜ້າຕົກໃຈ” ທ່າມກາງ​ວິ​ກິດ​ການດ້ານການ​ເມືອງ
ລະຫວ່າງ Kyiv ​ແລະພວກແບ່ງແຍກດິນແດນສະໜັບສະໜູນ
​ຣັດ​ເຊຍ.

ຂ້າຫລວງໃຫຍ່ດ້ານສິດທິ​ມະນຸດຂອງສະຫະ​ປະຊາຊາດ ທ່ານ
Navi Pillay ກ່າວ​ໃນ​ວັນ​ສຸກ ​ມື້​ນີ້​ວ່າ ນອກນັ້ນແລ້ວ ການພົບ
ເຫັນຂອງສະຫະ​ປະຊາ​ຊາດຍັງໄດ້ສະແດງຄວາມ​ວິຕົກກັງວົນ
ຢ່າງເລິກເຊິ່ງ​ສຳລັບພວກ​ຊົນ​ກຸ່ມ​ນ້ອຍ ທີ່​ປະ​ເຊີນ​ໜ້າ​ກັບ​ການ
ຮາວີລົບ​ກວນ​ຢູ່​ທີ່ເຂດ Crimea ໃນພາກ​ໃຕ້ຂອງ​ຢູ​ເຄຣນທີ່​ໄດ້ຖືກປະກາດ ຮວມເຂົ້າ ເປັນພາກສ່ວນຂອງຣັດ​ເຊຍໃນ​ເດືອນກຸມພາຜ່ານມາ. ທັງຢູເຄຣນແລະບັນດາພັນ​ທະ​ ມິດ​ຕາ​ເວັນ​ຕົກບໍ່​ໄດ້​ຮັບ​ຮູ້ການປະກາດຮວມເອົາເຂດດັ່ງ​ກ່າວຂອງຣັດເຊຍ.

ຣັ​ດ​ເຊຍກ່າວ​ວ່າ ລາຍ​ງານການພົບເຫັນ​ຂອງສະຫະ​ປະຊາ​ຊາດມີຈຸດປະສົງທາງ ​ການ
​ເມືອງ ​ແລະ​ຂາດ​ຄວາມເປັນກາງ.

ພວກ​ແບ່ງ​ແຍກ​ດິນ​ແດນ ຢູ່ທີ່ແຂວງ Donetsk ​ແລະ Luhansk ໃນ​ພາກ​ຕາ​ເວັນ​ອອກ
​ຂອງ​ຢູ​ເຄຣນ ​ພາກັນ​ລົງມະ​ຕິກ່ຽວກັບການ​ປົກຄອງ​ຕົນ​ເອງ​ໃນ​ວັນ​ອາ ທິດທີ່​ຜ່ານ​ມາ
ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ປະກາດເອກ​ກະລາດ ເປັນ “ສາທາລະນະ​ລັດປະຊາຊົນ” ຢູ່​ໃນ​
ສອງ​ຂົງ​ເຂດດັ່ງກ່າວ. ບັນດາ​ຜູ້ນຳ​ແບ່ງ​ແຍກ​ດິນ​ແດນ​ຢູ່​ທີ່​ນັ້ນ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​
ຈັດການ​ເລືອກ​ຕັ້ງປະ​ທາ​ນາ​ທິບໍດີ ​ໃນ​ວັນ​ທີ 25 ພຶດ ສະພານີ້ ຢູ່​ໃນ​ຂົງເຂ​ດຂອງ​ເຂົາ​
ເຈົ້າ.

ບັນດາ​ຜູ້ນຳ​ແບ່ງ​ແຍກ​ດິນ​ແດນ ​ໃນເຂດ Donetsk ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຮ້ອງຂໍ ໃຫ້
ມົສ​ກູ ພິຈາລະ​ນາຢ່າງເປັນ​ທາງ​ການ “ຮັບ​ເອົາ​” ຂົງ​ເຂດດັ່ງກ່າວ ​ເຂົ້າ​ຮ່ວມ​ຢູ່​ໃນສະ
ຫະພັນຣັດ​ເ​ຊຍ.

​ແຕ່​ໃນ​ວັນ​ພະຫັດ​ວານ​ນີ້ ອົງການ​ຂ່າວ Interfax ຂອງຣັດ​ເຊຍ ໄດ້ອ້າງ​ຄຳ​ເວົ້າ​ຂອງ​
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Alexander Lukashe-vich ທີ່​
ກ່າວ​ວ່າ ຕົນ​ບໍ່​ໄດ້​ຮັບ​ຄຳ​ຮ້ອງ​ຮຽນຢ່າງເປັນ​ທາງ​ການ​ໃດໆຈາກ “ສາທາ ລະນະ​ລັດ
ປະຊາຊົນ Donetsk” ​ເພື່ອ​ເຂົ້າ​ຮ່ວມຣັດ​ເຊຍ.
XS
SM
MD
LG