ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ ສະ​ບັບ​ໃໝ່​ຂອງ ສ​ປ​ຊ ສະ​ແດງ​ໃຫ້​ເຫັນວ່າ ເກົາຫຼີ​ເໜືອ ຫຼີກ​ລ່ຽງ​ ມາດ​ຕະ​ການ​ລົງ​ໂທດ


ພາບນີ້​ໄດ້​ມາ​ຈາກວິ​ດີ​ໂອ​ຂ່າວ​ປະ​ຈຳ​ວັນ ທີ່​ອອກ​ອາ​ກາດ​ໂດຍ​ໂທ​ລະ​ພາບ KRT ຂອງ​ເກົາຫຼີ​ເໜືອ​ ໃນ​ວັນ​ທີ 29 ພະ​ຈິກ, 2017, ທ່ານ ກິມ ຈົງ​ ອຶນ ກຳ​ລັງ​ເ​ຊັນ​ເອ​ກະ​ສານອະ​ນຸ​ຍາດ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. 28 ພະ​ຈິກ, 2017.
ພາບນີ້​ໄດ້​ມາ​ຈາກວິ​ດີ​ໂອ​ຂ່າວ​ປະ​ຈຳ​ວັນ ທີ່​ອອກ​ອາ​ກາດ​ໂດຍ​ໂທ​ລະ​ພາບ KRT ຂອງ​ເກົາຫຼີ​ເໜືອ​ ໃນ​ວັນ​ທີ 29 ພະ​ຈິກ, 2017, ທ່ານ ກິມ ຈົງ​ ອຶນ ກຳ​ລັງ​ເ​ຊັນ​ເອ​ກະ​ສານອະ​ນຸ​ຍາດ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. 28 ພະ​ຈິກ, 2017.

ລາຍ​ງານ​ສະ​ບັບ​ໃໝ່ ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທີ່​ໄດ້​ເປີດ​ເຜີຍ​ຕໍ່​ສະ​ພາ​ຄວາມ​
ໝັ້ນຄົງເມື່ອວັນສຸກທີ່ຜ່ານມາ ໄດ້ອ້າງວ່າ ເກົາຫຼີເໜືອ ກຳລັງເຮັດວຽກ ເພື່ອຮັບປະກັນ
ວ່າ ອາວຸດຂອງຕົນຈະບໍ່ສາມາດຖືກທຳລາຍໂດຍການໂຈມຕີທາງທະຫານ.

ລາຍ​ງານ​ດັ່ງ​ກ່າວ​ ໄດ້​ມີ​ຂຶ້ນ​ ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ
ໄດ້ຍົກຍ້ອງ “ຄວາມກ້າວໜ້າຄັ້ງໃຫຍ່” ເມື່ອອາທິດທີ່ຜ່ານມາ ໃນການຮັບມືກັບ ເກົາຫຼີ
ເໜືອ ຂອງທ່ານ ແລະ ໄດ້ກຳນົດວັນ ສຳລັບກອງປະຊຸມສຸດຍອດຄັ້ງທີສອງຂອງທ່ານ
ໃນລະຫວ່າງການກ່າວຄຳປາໄສຕໍ່ປະເທດຊາດໃນຄືນວັນອັງຄານວານນີ້.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ວ່າ “ໃນ​ຖາ​ນະ​ທີ່ເປັນ​ສ່ວນ​ນຶ່ງ​ຂອງ​ການ​ທູດ​ໃໝ່ ​ທີ່​ໂດດ​
ເດັ່ນນັ້ນ, ພວກເຮົາຈະສືບຕໍ່ ທຳການຜັກດັນຄັ້ງປະຫວັດສາດຂອງພວກເຮົາ ສຳລັບ
ສັນຕິພາບໃນແຫຼມ ເກົາຫຼີ.”

ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ຮັບ​ຮູ້​ວ່າ “ວຽກ​ງານຫຼາຍ​ຢ່າງ​ຍັງ​ຄົງ​ຈະ​ຕ້ອງ​ໄດ້​ເຮັດ​ໃຫ້​ແລ້ວ
ສຳເລັດ” ແລະ ກຳນົດວັນສຳລັບການພົບປະຄັ້ງຕໍ່ໄປຂອງທ່ານກັບຜູ້ນຳ ເກົາຫຼີເໜືອ
ທ່ານ ກິມ ຈົງ ອຶນ ສຳລັບວັນທີ 27-28 ກຸມພາ ໃນປະເທດ ຫວຽດນາມ.

ລາຍ​ງານ​ຍາວ 317 ໜ້າ​ ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ ໄດ້​ຄົ້ນ​ພົບຫຼັກ​ຖານ ກ່ຽວ​ກັບ
ການໃຊ້ສະຖານທີ່ພົນລະເຮືອນຕ່າງໆ, ລວມທັງສະໜາມບິນ, ສຳລັບການປະກອບ
ລູກສອນໄຟຂີປະນາວຸດ ແລະ ການທົດລອງດ້ວຍເປົ້າໝາຍ ການປ້ອງກັນ “ການຖືກ
ໂຈມຕີທໍາລາຍ” ຢ່າງມີປະສິດທິຜົນ.”

ພ້ອມ​ກັນ​ນັ້ນ, ລາຍ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກໍ​ໄດ້​ກ່າວ​ວ່າ ເກົາຫຼີ​ເໜືອ “ໄດ້
ສືບຕໍ່ ທີ່ຈະທ້າທາຍການແກ້ໄຂບັນຫາຂອງສະພາຄວາມໝັ້ນຄົງ ຜ່ານການຄ້າຂາຍ
ຜະລິດຕະພັນນ້ຳມັນ ແລະ ຖ່ານຫີນ ລະຫວ່າງ ເຮືອຕໍ່ເຮືອຢ່າງຜິດກົດໝາຍ,” ເປັນ
ການກະທຳຄັ້ງຫຼ້າສຸດ ທີ່ເຮັດໃຫ້ມາດຕະການລົງໂທດສະຫະປະຊາຊາດບໍ່ມີປະສິດທິ
ຜົນ.

ການ​ຕິດ​ຕາມ​ຕ່າງໆ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ລວມ​ຢູ່​ໃນ​ລາຍ​ງານ​ນັ້ນ​ ມີ ຫຼັກ​
ຖານ ກ່ຽວກັບ ການຄ້າຂາຍນ້ຳມັນທີ່ຖືກຫ້າມ ເຊິ່ງມີມູນຄ່າສູງກວ່າ ຫ້າພັນເຈັດຮ້ອຍ
ລ້ານໂດລາ.

ລາຍ​ງານດັ່ງ​ກ່າວ​ໄດ້​ກ່າວ​ຫາ ເກົາຫຼີ​ເໜືອ ກ່ຽວ​ກັບ ການ​ລ່ວງ​ລະ​ເມີດ​ການ​ຫ້າມ​ຄ້າ​
ຂາຍອາວຸດຂອງ ສະຫະປະຊາຊາດ ໃນຂະນະທີ່ເຂົາເຈົ້າພະຍາຍາມທີ່ຈະຂາຍ “ອຸ
ປະກອນທາງທະຫານຫຼາຍຢ່າງໃຫ້ກຸ່ມຕິດອາວຸດ ແລະ ລັດຖະບານຕ່າງໆໃນເຂດຕາ
ເວັນອອກກາງ ແລະ ອາຟຣິກາ.”

ລາຍ​ງານ​ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ ລັດ​ຖະ​ບານ ພຽງ​ຢາງ ຍັງ​ໄດ້​ພົວ​ພັນກັບ​ການ​ຂາຍ​ອາ​
ວຸດຂະໜາດນ້ອຍ ແລະ ອາວຸດເບົາໃຫ້ປະເທດ ລີເບຍ, ຊູດານ ແລະ ພວກກະບົດຮູຕີ
ໃນປະເທດ ເຢເມນ ນຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG