ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ: ​ຄວາມ​ຮຸນ​ແຮງ ທີ່​ກໍ່​ຂຶ້ນ​ໂດຍ ​ກຸ່ມ​ລັດ​ອິ​ສ​ລາມ ​ສັງ​ຫານ​ພົນ​ລະ​ເຮືອນ 1,000 ຄົນ ໃນ​ອ​ັ​ຟ​ກາ​ນິ​ສ​ຖານ ທີ່​ປົກ​ຄອງ​ໂດຍ​​ຕາ​ລີ​ບານ


ແຟ້ມ - ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຢືນ​ຍາມ ຢູ່ນອກ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໃນ​ອັ​ຟ​ກາ​ນິ​ສ​ຖານ (UNAMA) ໃນ​ເຂດ​ກູ​ຊາ​ຣາ ທີ່​ແຂວງ​ເຮ​ຣາດ ເມື່ອ​ວັນ​ທີ 31 ກ​ໍ​ລະ​ກົດ 2021.
ແຟ້ມ - ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຢືນ​ຍາມ ຢູ່ນອກ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໃນ​ອັ​ຟ​ກາ​ນິ​ສ​ຖານ (UNAMA) ໃນ​ເຂດ​ກູ​ຊາ​ຣາ ທີ່​ແຂວງ​ເຮ​ຣາດ ເມື່ອ​ວັນ​ທີ 31 ກ​ໍ​ລະ​ກົດ 2021.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ການ​ວາງ​ລະ​ເບີດ ແລະ​ການ​ກໍ່​ຄວາມ​ວຸ້ນ​ວາຍອື່ນໆ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ສັງ​ຫານ​ພົນ​ລະ​ເຮືອນ​ຫຼາຍກວ່າ ໑,໐໐໐ ຄົນ ນັບ​ແຕ່​ກຸ່ມ​ຕາ​ລີ​ບານ​ໄດ້​ເຂົ້າ​ກຳ​ອຳ​ນາດ​ໃນ​ປະ​ເທດ​ຄືນ ເມື່ອ​ເກືອບ​ສອງ​ປີ​ກ່ອນ.

ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຫຼື UNAMA ໄດ້​ຈົດ​ບັນ​ທຶກ​ການ​ບາດ​ເຈັບ​ລົ້ມ​ຕາຍ​ຂອງ​ພົນ​ລະ​ເຮືອນ ໓,໗໗໔ ກໍ​ລະ​ນີ ຮວມ​ທັງ​ການ​ເສຍ​ຊີ​ວິດ ໑,໐໙໕ ກ​ໍ​ລະ​ນີ ລະ​ຫວ່າງວັນ​ທີ ໑໕ ປີ ໒໐໒໑ ຫາ​ເດືອນ​ພຶດ​ສະ​ພາ​ຂອງ​ປີນີ້. ລາຍ​ງານ​ກ່າວ​ວ່າ ມີ​ແມ່​ຍິງ ໙໒ ຄົນ ແລ​ະ​ເດັກ​ນ້ອຍ ໒໘໗ ຄົນ ຮວມ​ຢູ່​ໃນ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ.

ຜູ້​ເສຍ​ຊີ​ວິດ​ສ່ວນ​ໃຫຍ່ ໗໐໑ ຄົນ ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ທີ່​ເຮັດ​ຂຶ້ນ​ເອງ ຫຼື IED “ແບບ​ບໍ່​ເລືອກ​ໜ້າ” ໃສ່​ເຂດ​ທີ່​ປະ​ຊາ​ຊົນ​ອາ​ໄສ​ຢູ່ ຮວມ​ທັງ​ສະ​ຖານ​ທີ່​ສູດ​ມົນ​ພາ​ວະ​ນາ ໂຮງ​ຮຽນ ແລະ​ຕະ​ຫຼາດ.

ອົງ​ການ UNAMA ກ່າວ​ວ່າ ເຄືອ​ຂ່າຍ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ຢູ່​ໃນ​ຂົງ​ເຂດ ທີ່​ເອີ້ນ​ວ່າ ກຸ່ມ​ລັດ ອິ​ສ​ລາມໃນ​ແຂວງ​ໂຄ​ຣາ​ຊານ ຫຼື IS-K ແມ່ນ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ທີ່​ເຮັດ​ຂຶ້ນ​ເອງ ຮວມ​ທັງ​ການ​ໂຈມ​ຕີ​ສະ​ຫຼະ​ຊີບ​ຕ່າງໆ. ອົງ​ການ UNAMA ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ໂຈມ​ຕີ​ຕ່າງໆ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ໄດ້​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ນັບ​ແຕ່​ກຸ່ມ​ຕາ​ລີ​ບານ ​ໄດ້​ກັບ​ຄືນ​ເຂົ້າ​ມາ​ກຳ​ອຳ​ນາດ ​ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ.

ອ່ານ​ຂ່າ​ວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG