ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຣ່ານ ລົດລະດັບ ທາດຢູເຣນຽມ ທີ່ມີສະມັດຖະພາບສູງ ຂອງຕົນ (ວີດີໂອ)


ທຸງຂອງອົງການຄວບຄຸມ ພະລັງປະລະມະນູສາກົນ (IAEA) ປິວຢູ່ຕໍ່ໜ້າ ສຳນັກງານໃຫຍ່ ທີ່ນະຄອນວຽນນາ ປະເທດ
ອອສເຕຣຍ.
ທຸງຂອງອົງການຄວບຄຸມ ພະລັງປະລະມະນູສາກົນ (IAEA) ປິວຢູ່ຕໍ່ໜ້າ ສຳນັກງານໃຫຍ່ ທີ່ນະຄອນວຽນນາ ປະເທດ ອອສເຕຣຍ.

ລາຍ​ງານ​ສະບັບ​ນຶ່ງ​ຈາກ​ອົງການ​ຄວບ​ຄຸມ​ນິວ​ເຄລຍຂອງສະຫະ​
ປະຊາ​ຊາດກ່າວ​ວ່າ ອີຣ່ານ​ໄດ້​ຫັນປ່ຽນ​ ຫຼື​ ລົດ​ລະດັບ​ຂອງ​ທາດ
ຢູ​ເຣນຽມ​ທີ່ມີ ສະມັດ​ຖະພາບສູງຂອງຕົນນັ້ນລົງ​ແລ້ວ ຕາມທີ່​
ຮຽກຮ້ອງ​ຢູ່​ໃນ​ຂໍ້​ຕົກລົງ ທີ່​ອີຣ່ານ​ໄດ້​ບັນລຸ​ກັບ​ກຸ່ມ 6 ປະ​ເທດ​
ມະຫາ​ອຳນາດ ​ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້.

ລາຍ​ງານ​ຈາກ​ອົງການ​ຄວບ​ຄຸມພະ​ລັງ​ປະລະມະ​ນູສາກົນ ທີ່
​ພວກ​ອົງການ​ຂ່າວ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຮັບ​ມາ ໃນ​ວັນ​ອາທິດ
​ວານ​ນີ້ ກ່າວ​ວ່າ ​ທາດຢູ​ເຣນຽມ​ທີ່​ໄດ້​ຮັບ​ການ​ເສີມສະມັດ​ຖະ
ພາບ​ຂຶ້ນ 20 ​ເປີ​ເຊັນຂອງ​ອີຣ່ານ ທີ່​ມີ​ຫຼາຍກວ່າ 200 ກີ​ໂລນັ້ນ ​
ໄດ້​ຖືກຫັນປ່ຽນ ເປັນ​ຮູບ​ແບບທີ່​ບໍ່​ເປັນ​ໄພ​ອັນຕະລາຍ​ແລ້ວ.

ຂໍ້​ຕົກລົງ​ 6 ​ເດືອນດັ່ງກ່າວຂອງນາໆ​ຊາດ​ ​ຮຽກຮ້ອງ​ໃຫ້​ອີຣ່ານຢຸດ​ເຊົາກິດ​ຈະ​ການ​ດ້ານ​
ນີວ​ເຄລຍທີ່​ຫລໍ່​ແຫລມ​ທີ່​ສຸດ​ຂອງ​ຕົນ ຮວມທັງການ​ເສີມ​ສະມັດ​ຖະພາບ​ຂຶ້ນ ​20 ​ເປີ​ເຊັນ​ນັ້ນ ​ເພື່ອ​ແລກປ່ຽນ​ກັບ​ການຜ່ອນ ຄາຍ​ການ​ລົງ​ໂທດແບບ​ຈຳກັດ​ຂອງ​ສະຫະ​ປະຊາ​ຊາດ​ນັ້ນ.

ທັງ​ສອງ​ຝ່າຍ​ໄດ້​ມີ​ກຳນົດ​ຈະ​ບັນລຸ​ຂໍ້​ຕົກລົງແບບຮອບດ້ານ​ຫຼາຍ​ຂຶ້ນ​ຕື່ມ​ໃນ​ວັນ​ອາທິດ​ວານ​ນີ້ ​ແຕ່​ໄດ້​ຕັດສິນ​ໃຈ​ເລື່ອນ​ວັນ​ເສັ້ນ​ຕາຍ​ ອອກ​ໄປ​ໃສ່​ວັນ​ທີ 24 ພະຈິກ​ປີ​ນີ້.

ອີຣ່ານ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ ທີ່​ວ່າ ຕົນ​ກຳລັງ​ພະຍາຍາມ​ພັດທະນາ​ອາວຸດ​ນີວ​ເຄລຍ ​ໂດຍ​ກ່າວ​ວ່າ ​ໂຄງການ​ນີວ​ເຄລຍຂອງ​ຕົນມີ​ຈຸດປະສົງ​ເພື່ອ​ໃຊ້​ໃນ​ທາງ​ສັນຕິ​ເທົ່າ​ນັ້ນ.

irannuclear21july14
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG